ປີ 2023 ສະຫະກອນສົ່ງເສີມກະສິກຳເມືອງຫົງສາມີກຳໄລສຸດທິ355 ລ້ານກວ່າກີບ

ປີ 2023 ສະຫະກອນສົ່ງເສີມກະສິກຳເມືອງຫົງສາມີກຳໄລສຸດທິ355 ລ້ານກວ່າກີບ
ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂຶ້ນໃນວັນທີ 29 ມັງກອນຜ່ານມາທີ່ຫ້ອງການພາກສະໜາມພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດໂດຍການເປັນທານຂອງທ່ານ ບຸນຊື່ນ ຕະວະ ປະທານສະຫະກອນສົ່ງເສີມກະສິກຳເມືອງຫົງສາ, ມີທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ, ມີພາກສ່ວນກ່ຽວຂ້ອງເຂົ້າຮວ່ມ.
ທ່ານ ບຸນຊື່ນ ຕະວະ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ປະຈໍາປີ 2023 ແລະ ແຜນການປີ 2024ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ,ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນຈຸດສຸມໃນຕໍ່ໜ້າ.
 ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ແມ່ນອົງການຈັດຕັ້ງລວມໝູ່ ປະກອບມີ 11 ກຸ່ມໃນການຈັດຕັ້ງສະຫະກອນ, ໃນນັ້ນ, ມີກຸ່ມຜະລິດກະສິກໍາ3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ2 ກຸ່ມ, ກຸ່ມລວບລວມຜົນຜະລິດ 1 ກຸ່ມ, ກຸ່ມຕັດຫຍິບ 1ກຸ່ມ, ກຸ່ມລ້ຽງສັດ 2 ກຸ່ມ, ກຸ່ມຫັດຖະກໍາຈັກສານ 1 ກຸ່ມ ແລະ ກຸ່ມລ້ຽງເຜິ້ງ 1 ກຸ່ມ, ມີສະມາຊິກທັງໝົດ 145 ຄອບຄົວ, ໃນສົກປີ 2023 ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ມີລູກຄ້າທັງໝົດ 93 ລູກຄ້າ ສ່ວນຫຼາຍແມ່ນລູກຄ້າຢູ່ພາຍໃນເມືອງຫົງສາ, ມີເຄືອຂ່າຍສະຫະກອນຢູ່ເມືອງພຽງ 4 ເຄືອຂ່າຍ, ເມືອງເງິນ 2 ເຄືອຂ່າຍ, ເມືອງຊຽງຮ່ອນ 3 ເຄືອຂ່າຍ, ເມືອງໄຊຍະບູລີ 3 ເຄືອຂ່າຍ, ນະຄອນຫຼວງວຽງຈັນ 6 ເຄືອຂ່າຍ ແລະ 1 ບໍລິສັດ ລາວ-ໄທອີຕາລຽນ. 
ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1,9 ຕື້ກວ່າກີບ, ປະຕິບັດລາຍຈ່າຍທັງໝົດ 1,6 ຕື້ກວ່າກີບ ແລະ ກຳໄລສຸດທິຈາກການດຳເນີນທຸລະກິດ 355 ລ້ານກວ່າກີບ.
 ຫຼັງຈາກນັ້ນ ໄດ້ປະຕິບັດນະໂຍບາຍແບ່ງປັນຜົນກຳໄລຕາມອັດຕາສ່ວນຄື: ປັນຜົນໃຫ້ສະມາຊິກ 36%, ເປັນທຶນພັດທະນາສະຫະກອນ 30%, ເປັນທຶນສຳຮອງ 15%, ເປັນຄ່າແຮງງານໃຫ້ແກ່ຄະນະບໍລິຫານງານ 10%, ເປັນທຶນສະຫວັດດີການ 8% ແລະ ເປັນທຶນຊ່ວຍເຫຼືອສັງຄົມ 1%. ຈາກນັ້ນ ກອງປະຊຸມຍັງໄດ້ຜ່ານລະບຽບຂອງສະຫະກອນ (ສະບັບປັບປຸ່ງໃໝ່) ຕື່ມອີກ.
ທ່ານຈັນເພັງ ອູ່ທອງຄໍາ ໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຕາມທິດທາງແຜນການວາງອອກໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ, ຊຸກຍູ້ສົ່ງເສີມຄະນະກຳມະການ, ສະມາຊິກກຸ່ມໃຫ້ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ຮຽນຮູ້ບົດຮຽນອັນໃໝ່ໃນການບໍລິຫານຈັດການສະຫະກອນ, ຄະນະບໍລິຫານກຸ່ມຜະລິດທີ່ແຕ່ງຕັ້ງໄວ້ຕ້ອງມີຄວາມຕື່ນຕົວ, ມີສ່ວນຮ່ວມໃນການບໍລິການຄຸ້ມຄອງກິດຈະກຳຂອງກຸ່ມ, ມີຄວາມຮັບຜິດຊອບໃນການນຳເອົາແຜນທຸລະກິດ, ແຜນຜະລິດຂອງສະຫະກອນໄປເຜີຍແຜ່ ແລະ ນຳພາສະມາຊິກຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນທີ່ວາງໄວ້, ສ້າງພະນັກງານໜຸ່ມນ້ອຍ ເປັນພະນັກງານສະຫະກອນປ່ຽນແທນພະນັກງານບໍລິສັດໄຟຟ້າຫົງສາຈຳກັດໃຫ້ໄດ້ ແລະ ພ້ອມກັນຈັດຕັ້ງປະຕິບັດເຮັດໃຫ້ສະຫະກອນສາມາດຕອບສະໜອງສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ກິດຕິສັກ ບົວໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ