ປີ 2023-2024 ເຂດເສດຖະກິດພິເສດສາມຫຼ່ຽມຄຳມີການລົງທຶນເພີ່ມຂຶ້ນດ້ານອະສັງຫາລິມະຊັບ

ປີ 2023-2024 ເຂດເສດຖະກິດພິເສດສາມຫຼ່ຽມຄຳມີການລົງທຶນເພີ່ມຂຶ້ນດ້ານອະສັງຫາລິມະຊັບ
ນັບແຕ່ປີ 2007 ເປັນຕົ້ນມາ, ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳມາຮອດປັດຈຸບັນໄດ້ມີການລົງທຶນທັງໝົດ (ໂຕເລກລວມນັບແຕ່ມື້ສ້າງຕັ້ງປີ 2007 ເຖິງ 31 ທັນວາ 2023) ມີມູນຄ່າລວມທັງໝົດຂອງການລົງທຶນ 2.611.408.979 ໂດລາ. ໃນນັ້ນ, ເປັນການລົງທຶນຂອງລັດຖະບານ
27.082.546 ໂດລາ, ຜູ້ພັດທະນາ 1.149.059.023 ໂດລາ ແລະ ຜູ້ລົງທຶນລາຍຍ່ອຍ 1.435.267.410 ໂດລາ, ໂຕເລກການລົງທຶນຂອງພາກເອກະຊົນໄດ້ເພີ່ມຂຶ້ນໄວໃນປີ 2023-2024 ໂດຍສະເພາະແມ່ນຂົງເຂດການພັດທະນາອະສັງຫາລິມະຊັບ.
    ທ່ານສົມພອນສຸທຳຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ລາຍງານສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍຫຍໍ້ໃນວັນທີ 9 ມີນາຜ່ານມາວ່າ:
ເຂດເສດຖະກິດພິເສດສາມຫຼ່ຽມຄຳນັບແຕ່ປີ 2007 ເປັນຕົ້ນມາໄດ້ດຶງດູດນັກລົງທຶນມາຂຶ້ນທະບຽນວິສາຫະກິດ ມາຮອດປັດຈຸບັນມີຫົວໜ່ວຍທຸລະກິດທີ່ຍັງເຄື່ອນໄຫວທັງໝົດ 2.459ຫົວໜ່ວຍ, ມີທຶນຈົດທະບຽນ 1.435.267.410 ໂດລາ, ໃນນີ້, ບໍລິສັດ 331 ບໍລິສັດແລະ ຈຸນລະວິສາຫະກິດມີ 2.128 ຫົວໜ່ວຍ ຊຶ່ງ
ໄດ້ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ, ຕຶກອາຄານ, ໄຟຟ້າ, ນໍ້າປະປາ, ສວນສາທາລະນະ
, ເສັ້ນທາງເບຕົງແຕ່ບ້ານນໍ້າເກິ່ງຫາບ້ານມອມ, ຕ້ານເຈື່ອນແຄມຂອງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ມີຫຼາຍໂຄງການໄດ້ກໍ່ສ້າງສຳເລັດເຊັ່ນ: ໂຮງແຮມດາວດອກງິ້ວຄຳລະດັບ 5ດາວ, ໂຄງການກໍ່ສ້າງສະໜາມກ໊ອຟ
ພູກີ່ວລົມ 36 ຂຸມ, ໂຮງງານຜະລິດນໍ້າປະປາແຫ່ງທີ 2, ໂຮງງານບໍາບັດນໍ້າເສຍພາກຂະຫຍາຍ, ໂຄງການກໍ່ສ້າງສະໜາມຂີ້ເຫຍື້ອແຫ່ງໃໝ່, ການກໍ່ສ້າງ ແລະ ປັບປຸງເສັ້ນທາງຫຼາຍສາຍພາຍໃນເຂດ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ຊຶ່ງໃນປີ 2024ນີ້ມີ36 ໂຄງການໄດ້ກໍ່ສ້າງສຳເລັດເຊັ່ນ: ຕະຫຼາດກາງຄືນ,ໂຄງການ
ອະສັງຫາລິມະຊັບຫຼາຍໂຄງການ, ໂຮງຮຽນປະຖົມດອກງິ້ວຄຳພາກຂະຫຍາຍຊັ້ນມັດທະຍົມ ແລະ ຫໍພັກ, ໂຄງການກໍ່ສ້າງຕະຫຼາດນໍ້າ, ຫ້ອງການດ່ານສາກົນສາມຫຼ່ຽມຄຳ, ສວນສາທາລະນະແຄມຂອງ ແລະ ອື່ນໆ.
    ທ່ານກ່າວໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ໂຄງການລົງທຶນຂອງລັດປະກອບມີວຽກງານກໍ່ສ້າງພື້ນຖານໂຄງລ່າງທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳເປັນຜູ້ພັດທະນາກໍຄືກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໄດ້ລົງທຶນການກໍ່ສ້າງກ່ອນ ແລະ ໃຫ້ລັດຖະບານໃຊ້ແທນຄືນມີທັງໝົດ 2 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງເບຕົງຈາກບ້ານນໍ້າເກິ່ງຫາບ້ານມອມມີໄລຍະທາງ46 ກິໂລແມັດ, ໂຄງການຕ້ານເຈື່ອນຈາກບ້ານສີບຸນເຮືອງຫາບ້ານພຽງງາມມີໄລຍະທາງ 7ກິໂລແມັດລວມມູນຄ່າການລົງທຶນທັງໝົດ: 60.600.000 ໂດລາ.ປັດຈຸບັນ, ລັດຖະບານໄດ້ໃຊ້ແທນຄືນ 2 ໂຄງການໂດຍມີການຫັກລົບຈາກອາກອນກໍຄືລາຍຮັບຈາກເຂດໄດ້ທັງໝົດ27.082.546 ໂດລາ ຊຶ່ງໃນປີ 2023 ຜ່ານມາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສາມາດຈັດເກັບລາຍຮັບໄດ້ທັງໝົດ 80,3 ຕື້ກີບ, ສຳລັບລາຍຮັບທີ່ເກີດຂຶ້ນຢູ່ດ່ານສາກົນສາມຫຼ່ຽມຄຳມີສອງພາກສ່ວນຄື:ຄ່າວີຊາກັບດ່ານ 1.442.330 ໂດລາ ແລະ ລາຍຮັບຂົງເຂດພາສີ 30,15 ຕື້ກີບ ຊຶ່ງເປັນລາຍຮັບເຂົ້າສູນກາງໂດຍກົງ.
ຂ່າວ: ພູວັນ

ຄໍາເຫັນ

ຂ່າວເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເພີ່ມເຕີມ