![]() |
ສັນຍາລັກຂອງການຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ:
ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ບໍ່ເກືອ ກາລີ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ໂດຍ Vinachem ເປັນຜູ້ລົງທຶນຜ່ານບໍລິສັດ TNHH ເຄມີ ແລະ ບໍ່ເກືອ ຫວຽດ - ລາວ (Vilachemsalt) ເປັນໜຶ່ງໃນບັນດາໂຄງການຮ່ວມມືເສດຖະກິດທີ່ໃຫຍ່ທີ່ສຸດ ລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດອຸດສາຫະກໍາເຄມີ. ໂຄງການມີມູນຄ່າການລົງທຶນ ປະມານ 492 ລ້ານໂດລາ, ມີກໍາລັງການຜະລິດ 500,000 ໂຕນ/ປີ, ນໍາໃຊ້ເຕັກໂນໂລຊີຂຸດຄົ້ນອຸໂມງບໍ່ແຮ່ທີ່ທັນສະໄໝ ແນໃສ່ສະໜອງຜະລິດຕະພັນເກືອກາລີ ທີ່ມີຄຸນນະພາບສາກົນ, ຮັບໃຊ້ການຜະລິດຝຸ່ນ ແລະ ອຸດສາຫະກໍາໃນພາກພື້ນ.
ນັບແຕ່ເດືອນສິງຫາ 2024, ໂຄງການຂຸດຄົ້ນບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ ໄດ້ເລີ່ມດຳເນີນການຄືນໃໝ່ ພາຍໃຕ້ການຊີ້ນໍາໂດຍກົງຂອງລັດຖະບານຫວຽດນາມ ແລະການປະສານສົມທົບຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການຂອງສອງປະເທດ. ໃນວັນທີ 2 ພະຈິກ 2025, Vinachem ໄດ້ເຮັດສໍາເລັດການປັບປຸງບົດລາຍງານການສຶກສາຄວາມເປັນໄປໄດ້ (FS)ໂດຍໜ່ວຍງານທີ່ປຶກສາສາກົນChonfar Engineering & Technologyສ້າງ, ຢືນຢັນ ໂຄງການມີຄວາມເປັນໄປໄດ້ໃນດ້ານເຕັກນິກ, ມີປະສິດທິຜົນດ້ານເສດຖະກິດ ແລະ ເປັນຜົນດີຕໍ່ການພັດທະນາທ້ອງຖິ່ນ.
![]() |
ໃນປີ 2025, Vinachem ໄດ້ຜັນຂະຫຍາຍການເຄື່ອນໄຫວໃນການກະກຽມ ແລະ ຊຸກຍູ້, ສົ່ງເສີມໂຄງການ; ໃນນີ້: ໄດ້ສຳເລັດການຂົນສົ່ງກົນຈັກ, ອຸປະກອນ ຈາກຫວຽດນາມ ແລະ ໄທ ກ່ຽວກັບສະຖານທີ່ກໍ່ສ້າງຢູ່ແຂວງຄໍາມ່ວນ; ຈັດກອງປະຊຸມສໍາມະນາວິທະຍາສາດ ນໍາເອົາຄໍາຄິດເຫັນຂອງຊ່ຽວຊານລະດັບຕົ້ນໆ ກ່ຽວກັບເຕັກໂນໂລຊີ ບໍ່ເກືອ ກາລີ; ເຮັດວຽກໂດຍກົງກັບຄູ່ຮ່ວມມືຫຼາຍທ່ານ ທັງພາຍໃນ ແລະ ສາກົນ ເພື່ອຊຸກຍູ້ລະດັບຄວາມຄືບໜ້າການຜັນຂະຫຍາຍໂຄງການ.
ປັດຈຸບັນ, ກຸ່ມບໍລິສັດເຄມີຫວຽດນາມ ກຳລັງເລັ່ງຜັນຂະຫຍາຍບັນດາລາຍການຂອງໂຄງການທີ່ຈະເຮັດຕໍ່ໜ້າ, ພ້ອມທັງເຮັດເອກະສານຕ່າງໆ ດ້ານກົດໝາຍ, ເຕັກນິກ ໃຫ້ສຳເລັດ ແລະ ລະດົມແຫຼ່ງທຶນ ການເງິນ-ຊັບພະຍາກອນມະນຸດ; ດ້ວຍເປົ້າໝາຍມຸ່ງໝັ້ນເຮັດໃຫ້ຜະລິດຕະພັນສິນຄ້າໂຕທໍາອິດສໍາເລັດ ແລະ ນໍາສະເໜີສິນຄ້າໃນເດືອນກໍລະກົດ ປີ 2027. ນີ້ຈະເປັນຂີດໝາຍສໍາຄັນ, ຢືນຢັນຄວາມສາມາດຂອງ Vinachem ໃນການລົງທຶນຢູ່ນອກປະເທດ ກໍຄືການປະກອບສ່ວນທີ່ແທດກັບຕົວຈິງ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ເພື່ອນມິດ.
![]() |
ບັນດາຂໍ້ສະເໜີ ແລະ ທິດທາງການຮ່ວມມື ທີ່ໄດ້ຫາລືແລກປ່ຽນ ໃນການມາເຮັດວຽກ:
ໃນລາຍການເຮັດວຽກຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ກັບ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, Vinachemໄດ້ຍົກບາງຂໍ້ສະເໜີທີ່ສໍາຄັນ ແນໃສ່ຊຸກຍູ້ລະດັບຄວາມຄືບໜ້າຂອງໂຄງການ: ສະເໜີລັດຖະບານລາວ ນໍາໃຊ້ກົນໄກບຸລິມະສິດພິເສດດ້ານພາສີ ແລະ ການເງິນ; ສະເໜີກົມທໍລະນີ ແລະ ແຮ່ທາດ ຍູ້ແຮງການປະເມີນຜົນ ແລະ ອະນຸມັດຜ່ານ FS, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫຍໍ້ເວລາການອະນຸມັດຜ່ານບົດລາຍງານການຕີລາຄາຜົນກະທົບດ້ານສິ່ງແວດລ້ອມ (EIA), ພ້ອມກັບອະນຸຍາດໃຫ້ Vinachem ຜັນຂະຫຍາຍລະບົບພື້ນຖານເຕັກນິກຢູ່ເຂດໂຄງການໂດຍໄວ.
ບັນດາຂໍ້ສະເໜີ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກລັດຖະບານລາວ, ສະແດງອອກນໍ້າໃຈຂອງການຮ່ວມມືຮອບດ້ານ ແລະ ເຊື່ອໝັ້ນ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ.
ຢືນຢັນບົດບາດນໍາໜ້າຂອງ Vinachem ໃນການຮ່ວມມືສາກົນ:
ທ່ານ ຟຸ້ງ ກວາງ ຫຽບ ປະທານສະພາສະມາຊິກກຸ່ມບໍລິສັດ ໄດ້ມີຄໍາເຫັນກ່ອນການເດີນທາງ ຊຶ່ງໄດ້ເນັ້ນໜັກວ່າ: “Vinachem ຖືສໍາຄັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ຢູ່ສະເໝີ. ໂຄງການ ບໍ່ເກືອ ກາລີ ບໍ່ພຽງແຕ່ມີຄວາມໝາຍທາງເສດຖະກິດ, ແຕ່ຍັງເປັນສັນຍາລັກຂອງມິດຕະພາບ ແລະ ການຮ່ວມມືຍຸດທະສາດທີ່ຍາວນານ ລະຫວ່າງ ສອງລັດຖະບານ, ປະຊາຊົນສອງຊາດ”.
ທ່ານ ຫງວຽນ ຮິວ ຕູ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ໄດ້ຢືນຢັນການຕັດສິນໃຈຂອງ Vinachem ໃນການເຮັດສໍາເລັດບັນດາລະບຽບການດ້ານກົດໝາຍ, ການເງິນ, ເຕັກນິກ ເພື່ອເລີ່ມໂຄງການໂດຍໄວ, ເປີດບົດໃໝ່ໃນການຮ່ວມມືດ້ານອຸດສາຫະກໍາ ລະຫວ່າງ ຫວຽດນາມ - ລາວ.
![]() |
ກຸ່ມທຸລະກິດເຄມີຫວຽດນາມ ເປັນກຸ່ມເສດຖະກິດຂອງລັດ ຂຶ້ນກັບກະຊວງການເງິນ, ເຄື່ອນໄຫວໃນບັນດາຂົງເຂດຝຸ່ນ, ເຄມີພື້ນຖານ, ຢາງພາລາ, ແບັດເຕີລີ ແບບສາກໄຟ, ສານຊັກລ້າງ ແລະ ຂຸດຄົ້ນ ແຮ່ “apait” ຫຼື ຫິນມີຄ່າ ດ້ວຍ 34 ໜ່ວຍງານສະມາຊິກ. ກຸ່ມມີບົດບາດເປັນກຳລັງຫຼວງ ໃນການຮັບປະກັນຄວາມໝັ້ນຄົງດ້ານຝຸ່ນຂອງຊາດ, ພັດທະນາຂະແໜງອຸດສາຫະກໍາເຄມີສີຂຽວ, ໝູນວຽນ ແລະ ຫັນເປັນດີຈີຕອນ, ກ້າວສູ່ເປົ້າໝາຍການເຕີບໂຕທີ່ຍືນຍົງ ແລະ ເຊື່ອມໂຍງສາກົນ ທັງລວງເລິກ ແລະ ລວງກວ້າງ.




ຄໍາເຫັນ