ປີ 2024 ພວກເຮົາມາລົມເລື່ອງ “ງົວ” ຄອກງົວກໍດີເຊັ່ນກັນ

ປີ 2024 ພວກເຮົາມາລົມເລື່ອງ “ງົວ” ຄອກງົວກໍດີເຊັ່ນກັນ
ໃນຕ່ອງໂສ້ການຜະລິດນົມງົວໄດ້ກວມທັງອຸດສາຫະກຳທີ 1, ອຸດສາຫະກຳທີ 2 ແລະ ອຸດສາຫະກຳທີ 3, ຖ້າຢາກບັນລຸ “ປອດການລະບາຍກາກບອນດິອອກຊິດ” “ການລະບາຍກາກບອນດິອອກຊິດຕ່ຳ” ແລະ “ການລະບາຍ ແລະ ການບົວລະບັດກາກບອນດິອອກຊິດດຸ່ນດ່ຽງກັນ” ໃນຕ່ອງໂສ້ການຜະລິດທີ່ຍາວສົມຄວນແບບນີ້ ຈະຍາກຫຼາຍ. ພາຍຫຼັງຢ້ຽມຊົມໂຮງງານແລ້ວ, ທ່ານ ລົງເວີຍ ໄດ້ເກີດຄວາມຄິດໃນໃຈຫຼາຍຢ່າງ, ເລີຍຕັດສິນໃຈໄປຢ້ຽມຢາມທົ່ງລ້ຽງສັດສຸນຕ້ຽນຢຸນນານ ຂອງບໍລິສັດໂຢ່ຣານມູ້ເຢ້ ທີ່ຂຶ້ນກັບກຸ່ມບໍລິສັດຢີ່ລີ້ ທີ່ເປັນທົ່ງຫຍ້າລ້ຽງງົວນົມ. ເຮັດແນວໃດ, ຈຶ່ງຈະເຮັດໃຫ້ງົວລະບາຍກາກບອນດິອອກຊິດໜ້ອຍ “ອາຫານຂອງງົວຕ້ອງພິຖີພິຖັນແນວໃດ. ເມື່ອເດີນທາງໄປເຖິງທົ່ງລ້ຽງສັດແລ້ວ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍໄດ້ນໍາພາທ່ານໄປຢ້ຽມຊົມ “ຫ້ອງອາຫານ” ຂອງງົວ. ຢູ່ໃນຄອກງົວລຽນເປັນແຖວທີ່ສະອາດ, ງົວນົມ ພັນກວ່າໂຕ ພວມກິນຫົວອາຫານຕາມສະບາຍ. ເບິ່ງແລ້ວຄືຫຍ້າທຳມະດາ, ແຕ່ຕ້ອງພິຖີພິຖັນທີ່ສຸດ, ໃນນັ້ນຕ້ອງມີລຸເຊິນ, ກ້ານເຂົ້າເບຼດິບ, ຫົວອາຫານ, ຫຍ້າແກະ, ເຂົ້າໂອດ ທີ່ນຳເຂົ້າຈາກຕ່າງປະເທດ, ຍັງມີເກືອ ແລະ ທາດມູນມີໂຄຼ ຈຳນວນໜຶ່ງ. ຫົວອາຫານກາກບອນຕ່ຳເຫຼົ່ານີ້ ບໍ່ພຽງແຕ່ສາມາດຍົກປະສິດທິພາບຂອງຫົວອາຫານເທົ່ານັ້ນ, ແຕ່ຫາກ ຍັງໄດ້ຫຼຸດການລະບາຍອາຍເມຕານໃນທ້ອງງົວ. “ການລະບາຍ” ຂອງງົວໜ້ອຍລົງແລ້ວ, ການລະບາຍກາກບອນດິອອກຊິດ ກໍໄດ້ຫຼຸດລົງເຊັ່ນກັນ. ບວກກັບການປະສົມພັນໃໝ່ ຕາມຫຼັກວິທະຍາສາດ, ລູກຂອງງົວນົມເຫຼົ່ານີ້ ກໍຈະມີພັນທຸກຳ “ກາກບອນຕ່ຳ” ເຊັ່ນກັນ. ນອກຈາກ “ຫ້ອງອາຫານທີ່ມີທາດໂປຣຕິນທີ່ອຸດົມສົມບູນ” ແລ້ວ, ຄອກງົວນົມ ກໍເຮັດໃຫ້ທ່ານ ລົງເວີຍ ຮູ້ສຶກເປີດຫູເປີດຕາຫຼາຍ. ງົວນົມສາມາດ “ຍ່າງຕາມສະບາຍ” ໃນຄອກ, ກຽມນອນເວັນໃນ “ຫ້ອງນອນສະເພາະ ແລະ ຫັດກາຍຢູ່ເດີ່ນກິລາສະເພາະ… ພາຍຫຼັງໄດ້ຢ້ຽມຊົມແລ້ວ, ທ່ານ ລົງເວີຍ ເວົ້າດ້ວຍນ້ຳສຽງອິດສາວ່າ: “ຄອກງົວກໍດີເຊັ່ນກັນ” ເມື່ອໄປຢ້ຽມຊົມທົ່ງລ້ຽງງົວນົມ ທີ່ຢູ່ໄກແສນໄກແລ້ວ, ທ່ານ ລົງເວີຍ ກ່າວອຸທານວ່າ: “ລ້ຽງງົວນົມ ມັນບໍ່ແມ່ນເລື່ອງງ່າຍ”. ຄຳເວົ້າຂອງທ່ານ ກໍໄດ້ຮັບຄວາມເຫັນດີເຫັນພ້ອມ ຈາກເຈົ້າໜ້າທີ່ທົ່ງລ້ຽງສັດເຊັ່ນກັນ. ເຈົ້າໜ້າທີ່ທ່ານນີ້ກ່າວວ່າ: ນອກຈາກຕ່ອງໂສ້ການຜະລິດນົມງົວກາກບອນຕ່ຳຄົບຊຸດແລ້ວ, ການປະດິດສ້າງໃໝ່ ຂອງຖັນແຖວພະນັກງານ ທີ່ມີລະດັບວິຊາການສູງ ກໍເປັນປັດໄຈສຳຄັນຢ່າງໜຶ່ງ ທີ່ເຮັດໃຫ້ນົມງົວ “ກາກບອນຕ່ຳ” ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຫຼາຍ. ບໍລິສັດໂຢ່ຣານມູ້ເຢ້ ມີພະນັກງານລະດັບ ປະລິນຍາເອກ 23 ຄົນ ແລະ ນັກສຶກສາທີ່ຮຽນຈົບຈາກອາເມຣິກາ 30 ກວ່າຄົນ ໄດ້ຮ່ວມກັນຄົ້ນຄວ້າເຕັກນິກການ ລ້ຽງງົວນົມ, ໄດ້ສ້າງຂັ້ນຕອນມາດຕະຖານໃນການລ້ຽງງົວນົມ ທີ່ເຜີຍແຜ່ໄດ້ 650 ກວ່າລາຍການ. ເດືອນມີນາປີນີ້, ບໍລິສັດຢີ່ລີ້ຢຸນນານ ກຽມຈະຜະລິດນົມສົ້ມລົດຊາດອາໂວກາໂດ. ຍາມຕາເວັນຄ້ອຍຄ່ຳ, ທ່ານ ລົງເວີຍ ໄດ້ສິ້ນສຸດການຢ້ຽມຊົມຂອງຕົນ. ໃນຂະນະນັ້ນ, ແສງຕາເວັນໄດ້ຍ້ອມສີຄຳໃຫ້ແກ່ຈອມພູ ແລະ ສາດໃສ່ງົວນົມເຊັ່ນກັນ. ນີ້ເປັນຊີວິດທີ່ດີງາມສຳລັບງົວນົມ ແລະ ຈະສ້າງຊີວິດທີ່ດີງາມໃຫ້ແກ່ມະນຸດເຮົາເຊັ່ນກັນ.
ຂ່າວ: Han Chengyuan, Huang Yixian, Zhang Ruogu, Li Wenjun; ພາບໂດຍ: Zhang Ruogu, Guo Yao

ຄໍາເຫັນ

ຂ່າວຕ່າງປະເທດ

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
ເພີ່ມເຕີມ