ປີ 2025, ການຝາກເຄື່ອງທາງໄປສະນີຂອງຈີນໄດ້ບັນລຸເຖິງ 216 ຕື້ 500 ລ້ານອັນ, ເພີ່ມຂຶ້ນ 11.5% ເມື່ອທຽບໃສ່ປີ 2024. ໃນນັ້ນ, ຈຳນວນການສົ່ງເຄື່ອງດ່ວນມີເຖິງ 199 ຕື້ອັນ, ເພີ່ມຂຶ້ນ 13.7% ເມື່ອທຽບໃສ່ປີ 2024. ປີ 2025, ລາຍຮັບດ້ານການບໍລິການຂອງຂະ ແໜງການໄປສະນີຂອງຈີນໄດ້ບັນລຸເຖິງ 1,800 ຕື້ຢວນ, ເພີ່ມຂຶ້ນ 6.4% ເມື່ອທຽບໃສ່ປີ 2024. ໃນນັ້ນ, ລາຍຮັບດ້ານການບໍລິການສົ່ງເຄື່ອງດ່ວນມີເຖິງ 1,500 ຕື້ຢວນ, ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ປີ 2024.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຄໍາເຫັນ