ປີ2023 ໄຊຍະບູລີພັດທະນາເສດຖະກິດ-ສັງຄົມຢູ່ໃນລະດັບດີສົມຄວນ

ປີ2023 ໄຊຍະບູລີພັດທະນາເສດຖະກິດ-ສັງຄົມຢູ່ໃນລະດັບດີສົມຄວນ
(ໂດຍ: ຕະວິນຍານ)
ຕາມຂໍ້ມູນມະຕິກອງປະຊຸມອົງການປົກຄອງແຂວງໄຊຍະບຸລີ ເປີດກວ້າງ ຄັ້ງທີ II ໃນທ້າຍ ປີ 2023 ຜ່ານມາ,ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ປະຈໍາປີ 2023 ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ,ການຜັນຜວນຂອງຕາເງິນຕ່າງປະເທດ,ອັດຕາແລກປ່ຽນເງິນຕາ-ເງິນກີບອ່ອນຄ່າ (ພວມປະເຊີນກັບໄພເງິນເຟີ້) ແຕ່ດ້ວຍຄວາມເປັນເຈົ້າການຂອງການນໍາແຂວງ ແລະ ຂອງແຕ່ລະພາກສ່ວນໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດຄາດໝາຍຕ່າງໆ ຈຶ່ງເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ,ສິ່ງສໍາຄັນແມ່ນແຂວງໄຊຍະບູລີຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ. 
ໃນມະຕິກອງປະຊຸມອົງການປົກຄອງແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ II ໄດ້ຕີລາຄາຮັບຮອງເອົາການຂະຫຍາຍຕົວ ດ້ານເສດຖະກິດມະຫາພາກ ໃນປີ 2023 ເຕີບໂຕ 5% ລາຍຮັບສະເລ່ຍຕໍ່ຫົວຄົນ 35 ລ້ານກວ່າກີບ ຫຼື ເທົ່າກັບ 1.784 ໂດລາ, ຈັດເກັບລາຍຮັບໄດ້ທັງໝົດ 1.674 ຕື້ກີບ, ລື່ນແຜນ 8,7% ໃນນີ້: ພູດສູນກາງ ປະຕິບັດ 1.052 ຕື້ກີບ ລື່ນແຜນ 4,2%, ພູດທ້ອງຖິ່ນ ປະຕິບັດໄດ້ 595,02 ຕື້ກີບ, ລື່ນແຜນ 17,89%; ຄຸ້ມຄອງລາຍຈ່າຍ ໄດ້ທັງໝົດ 591,14 ຕື້ກີບ, ລື່ນແຜນ 18,40% ສາມາດເບີກຈ່າຍເງິນເດືອນສໍາເລັດຮອດເດືອນ 12, ອັນພົ້ນເດັ່ນແມ່ນໄດ້ນໍາໃຊ້ລະບົບແທັກລິດ ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບແລ້ວ 11 ເມືອງ ຫົວໜ່ວຍປະເມີນໃນລະບົບ 76,80%, ການຜະລິດສະບຽງອາຫານ,ຜະລິດສິນຄ້າຂອງປະຊາຊົນ ໂດຍລວມແລ້ວຍັງສືບຕໍ່ເປັນຂະບວນການດີ, ສາມາດຄໍ້າປະກັນສະບຽງອາຫານໄດ້ຢ່າງພຽງພໍ ການຜະລິດສິນຄ້າກະສິກໍາສົ່ງອອກມີປະລິມານເພີ່ມຂຶ້ນຊຶ່ງສາມາດຜະລິດເຂົ້າໄດ້ທັງໝົດ 200.000 ກວ່າໂຕນ, ຜະລິດພືດສະບຽງອາຫານໃນເນື້ອທີ່ 21.000 ກວ່າເຮັກຕາ, ຜົນຜະລິດໄດ້ 187.000 ກວ່າໂຕນ; ຜະລິດພືດເປັນສິນຄ້າໄດ້ 2.600.000 ກວ່າໂຕນ, ພືດທີ່ພົ້ນເດັ່ນແມ່ນມັນຕົ້ນມີ ເນື້ອທີ່ 81.000 ກວ່າເຮັກຕາ; ພືດຕະກຸນຖົ່ວ, ສາລີ, ໝາກເດືອຍ ເຫັນວ່າເກີນແຜນເລັກນ້ອຍ; ພ້ອມນັ້ນ ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງ, ໂຮງງານແປ້ງມັນຕົ້ນເມືອງໄຊຍະບູລີ, ໂຮງງານປຸງແຕ່ງຢາງພາລາຢູ່ເມືອງຊຽງຮ່ອນ,ໂຮງງານປຸງແຕ່ງເສັ້ນໝີ່,ໂຮງງານຂ້າສັດທັນສະໄໝ,ໂຮງອົບແຫ້ງສາລີ, ການລ້ຽງສັດໃຫຍ່ປະເພດງົວ-ຄວາຍ ຍັງສືບຕໍ່ຂະຫຍາຍຕົວດີ, ອັດຕາການຂະຫຍາຍຕົວສະເລ່ຍ 6,5% ແລະ ຫັນມາລ້ຽງເປັນຟາມຂອງຄອບຄົວເພີ່ມຂຶ້ນ, ສາມາດຕອບສະໜອງການບໍລິໂພກຢູ່ພາຍໃນໄດ້ເພີ່ມຂຶ້ນ ແລະ ມີຄວາມຄ່ອງຕົວກວ່າເກົ່າ, ຫຼຸດຜ່ອນການນໍາເຂົ້າສິນຄ້າ ທີ່ບໍ່ຈໍາເປັນເທື່ອລະກ້າວ. 
ພື້ນຖານໂຄງລ່າງທາງດ້ານເສດຖະກິດໄດ້ຮັບການພັດທະນາ ເປັນຕົ້ນ: ຖະໜົນຫົນທາງ, ໄຟຟ້າ ນໍ້າປະປາ, ນໍ້າກິນ, ນໍ້າໃຊ້ ໄດ້ຕອບສະໜອງ ກັບຄວາມຕ້ອງການຂອງປະຊາຊົນດີຂຶ້ນ, ການຈັດຫາອາຊີບຄົງທີ່ເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການປັບປຸງ, ໃນໄລຍະເດືອນ ຕຸລາ 2023 ຜ່ານມານີ້ ແຂວງໄດ້ເປີດນໍາໃຊ້ເຂື່ອນໄຟຟ້ານໍ້າຮຸ່ງ 1 ເປັນເຂື່ອນຂະໜາດນ້ອຍ ມີກໍາລັງຕິດຕັ້ງ 15 ເມກາວັດ, ອັດຕາການຊົມໃຊ້ໄຟຟ້າໃນລະບົບ ກວມ 98,60% ຂອງຄອບຄົວທັງໝົດ ໃນນີ້ ມີຄອບຄົວຊົມໃຊ້ໄຟຟ້າແສງຕາເວັນ 0,42% (ບ້ານ ຫ້ວຍຊອງ, ໂພນສີດາ, ນາຂອນແກ່ນ, ນາງີມ, ວັງຜາ ໝອນ ແລະ ບ້ານປາກຕຸງ), ອັດຕາການຊົມໃຊ້ນໍ້າສະອາດ 97,61% ຂອງ ຄອບຄົວທັງໝົດ. ບັນດາເປົ້າ ໝາຍສະຫັດສະວັດດ້ານການພັດທະນາ ແລະ ການພັດທະນາແບບຍືນຍົງ ແລະ ຄາດໝາຍອື່ນໆ ສ່ວນໃຫຍ່ກໍບັນລຸຕາມຄາດໝາຍວາງໄວ້. ອັດຕາຄວາມທຸກຍາກ ຜ່ານການປະເມີນຕາມດໍາລັດ 348/ລບ ຄອບຄົວທຸກຍາກພາຍໃນແຂວງຍັງເຫຼືອ 32,28% ຂອງຈໍານວນຄອບຄົວທັງໝົດ, ບ້ານທຸກຍາກ ຍັງ 115 ບ້ານ ກວມ 26,74%, ແລະ ເມືອງທຸກຍາກ 3 ເມືອງ ຄື (ເມືອງໄຊຍະບູລີ, ເມືອງໄຊສະຖານ ແລະ ເມືອງຊຽງຮ່ອນ). 
ສໍາລັບວຽກງານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ປີ 2023 ໄດ້ສ້າງນິຕິກໍາໃຕ້ກົດໝາຍ ກໍຄືຂໍ້ຕົກລົງຂອງທ່ານເຈົ້າແຂວງ ເພື່ອສະເໜີສະພາປະຊາຊົນແຂວງຮັບຮອງ ແລະ ໄດ້ປະກາດນໍາໃຊ້ແລ້ວ ຈໍານວນ 2 ສະບັບ, ພ້ອມກັນນັ້ນ ໄດ້ຮ່ວມກັບສະພາປະຊາຊົນແຂວງຄົ້ນຄວ້າແກ້ໄຂຄໍາສະເໜີ ຂອງປະຊາຊົນຜ່ານສະມາຊິກສະພາ ມີ 248 ຄໍາສະເໜີ, ແກ້ໄຂແລ້ວ 223 ຄໍາສະເໜີ, ຍັງຄ້າງ 17 ຄໍາສະເໜີ.
ສ່ວນວຽກງານກວດກາ ໄດ້ຕິດຕາມຜົນກວດສອບ, ກວດກາ ຕາມມະຕິສະພາ ເຫັນວ່າໄດ້ກວດສອບ ບັນດາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງຂັ້ນເທິງ ມູນຄ່າ 10 ຕື້ລົງມາ ຈໍານວນ 233 ໂຄງການ,ກວດສໍາເລັດແລ້ວ ຈໍານວນ 135 ໂຄງການ; ຜ່ານການກວດກາການຈັດຕັ້ງປະຕິບັດ ບໍ່ສອດຄ່ອງກັບລະບຽບກົດໝາຍການລົງທຶນຂອງລັດ ຈໍານວນ 22 ໂຄງການ. 

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ເພີ່ມເຕີມ