ປິດກອງປະຊຸມ ເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ 11 ສະໄໝທີ X 

ປິດກອງປະຊຸມ ເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ 11 ສະໄໝທີ X 
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ X ໄດ້ປິດລົງໃນວັນທີ 4 ມັງກອນ 2024 ທີ່ ແຂວງຄຳມ່ວນ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ບັນດາສະຫາຍເລຂາຄະນະພັກຮາກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ແລກປ່ຽນຄຳເຫັນ ແລະ ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຄົຫຍຸ້ງຍາກໃນແຕ່ລະຂົງເຂດ, ໃນແຕ່ລະໜ້າວຽກລວມເຖິງປະກົດການຫຍໍ້ທໍ້ດ້ານຕ່າງໆມາຍົກຂຶ້ນໃນທີ່ປະຊຸມເພື່ອພ້ອມກັນຄົ້ນຄວ້າພິຈາລະນາ ແລະ ຊອກຫາວິທີການແກ້ໄຂໃນຕໍ່ໜ້າ ເຊິ່ງໃນນີ້ແມ່ນໄດ້ລົງເລິກໃນ 3 ວຽກຄື: ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງປີ 2024, ການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ແລະ  ຮັບຟັງການລາຍງານແຜນການຈັດປີທ່ອງທ່ຽວລາວ 2024 ກ່ອນຈະນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ II ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ຮັບຮອງ.
ສະຫາຍ ວັນໄຊ ພອງສະຫວັນໄດ້ກ່າວວ່າ: ປັດຈຸບັນສະພາບການຂອງໂລກຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ສະລັບສັບຊ້ອນບໍ່ວ່າຈະເປັນທາງດ້ານການເມືອງ, ດ້ານຄວາມໝັ້ນຄົງ ແລະ ດ້ານເສດຖະກິດເຊິ່ງປະເທດຂອງພວກເຮົາແມ່ນໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວທັງທາງກົງ ແລະ ທາງອ້ອມ ເວົ້າລວມ,ເວົ້າສະເພາະແມ່ນແຂວງຄໍາມ່ວນ ທີ່ກໍາລັງປະເຊີນຢູ່ເປັນຕົ້ນແມ່ນບັນຫາຄ່າຄອງຊີບອັນເນື່ອງມາຈາກການເພີ້ມຂຶ້ນຂອງລາຄາສິນຄ້າ, ປັນຫາເງິນກີບອ່ອນຄ່າ ແລະ ອື່ນໆ.
 ສະຫາຍ ວັນໄຊ ພອງສະຫວັນ ໄດ້ມອບຄວາມຮັບຊອບໃຫ້ທຸກພາກສ່ວນຂະແໜງການຈົ່ງໄດ້ນໍາເອົາໃນຈິດໃຈຂອງການດໍາເນີນກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກ, ເວົ້າແທ້ທໍາຈິງ ແລະ ໃຫ້ກາຍເປັນຮູບປະທໍາ. ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກມາຍັງພະນັກງານນໍາພາ - ຄຸ້ມຄອງຢູ່ຂັ້ນພະແນກການອ້ອມຂ້າງແຂວງຈົ່ງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງຂອງຕົນ ແລະ ຫັນເອົາພະນັກງານຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ລົງໄປກໍ່ສ້າງຮາກຖານການເມືອງເພື່ອຊ່ວຍເມືອງ ແລະ ບ້ານຕາມພາລະບົດບາດ, ສິດ, ໜ້າທີ່ ຂອງຂະແໜງຕົນ. ທັງນີ້ກໍເພື່ອເຮັດໃຫ້ແຂວງຄໍາມ່ວນສາມາດບັນລຸໄດ້ບັນດາຕົວເລກຄາດໝາຍສູ້ຊົນທີ່ກຳນົດໄວ້ໃນ 6 ເປົ້າໝາຍ, 25 ແຜນວຽກຈຸດສຸມໃຫ້ແຂວງຄຳມ່ວນມີການພັດທະນາຢ່າງເຂັ້ມແຂງ, ໜັກແໜ້ນຕາມຄຳຂວັນທີ່ໄດ້ຕັ້ງໄວ້, ສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນຮາກຖານ ແລະ ແກ້ໄຂຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ

ຄໍາເຫັນ

ຂ່າວການເມືອງ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໃນວາລະປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຊຶ່ງໄດ້ຍົກບາງຄວາມໝາຍສໍາຄັນວ່າ:ຈຸດປະສົງການສ້າງກົດ
ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ ໃນວັນທີ 19 ມີຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄອສພ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ; ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາແຂກ ແລະ ຜູ້ຕາງໜ້າຈາກ ຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງສູນກາງພັກ ແລະ ສະມາຊິກສະຫະພັນກຳມະບານ ໃນທົ່ວ ຄອສພ.
ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສກກ) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປສສ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄໝທີ XI

ສປສສ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄໝທີ XI

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານສຳຄັນຂອງພັກ ໃນວັນທີ 19 ມິຖຸນາ ນີ້ ທີ່ ສປສສ ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ, ຫົວໜ້າກົມ, ຮອງກົມ ພ້ອມດວ້ຍພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ໄດ້ເປີດຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 17 ມິຖຸນາຜ່ານມານີ້ ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງແມ່ຍິງລາວ, ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ.
ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ຈັດກອງປະຊຸມໃຫ່ຍຄັ້ງທີ VIII

ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ຈັດກອງປະຊຸມໃຫ່ຍຄັ້ງທີ VIII

ກອງປະຊຸມໃຫ່ຍຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ໄດ້ຈັດຂຶ້ນໃນ ວັນທີ 18 ມີຖຸນານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ທ່ານ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ຮັກສາການເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ.
ສສຊ ເຂດເລືອກຕັ້ງທີ 16 ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ

ສສຊ ເຂດເລືອກຕັ້ງທີ 16 ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ

ທ່ານ ດົງເພັດ ພະຍົນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ16 ແຂວງເຊກອງໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາແຫ່ງຊາດ ຊຸດທີIXວ່າ: ຜ່ານມາຄະນະສະມາຊິກສະພາແຫ່ງຊາດ, ສະຊິກສະພາປະຊາຊົນແຂວງ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຄື່ອນໄຫວວຽກງານຂອງຕົນ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນດ້ານນິຕິບັນຍັດເອົາໃຈໃສ່ປະສານສົມທົບກັບ ຄະນະປະຈໍາສະພາປະຊາຊົນແຂວງ ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃນກອງປະຊຸມທາບທາມຮ່າງກົດໝາຍ ທີ່ສະພາແຫ່ງຊາດສົ່ງໃຫ້ ແລະ ບັນດາກະຊວງຈັດຂຶ້ນ ທັງໝົດ3ຄັ້ງ, ຈໍານວນ5ສະບັບ; ຊຸກຍູ້ສ້າງນິຕິກໍາໃຕ້ກົດໝາຍຮອດກອງປະຊຸມສະໄໝສາມັນເທື່ອທີ 8 ໄດ້ 8 ສະບັບ, ທຽບໃສ່ແຜນ 5 ປີ ໄດ້ 80​% ແຜນ 5 ປີ ໃຫ້ໄດ້ 10 ສະບັບ.
ເພີ່ມເຕີມ