ປິດກອງປະຊຸມຄົບຄະນະກຳມະການ ສນຊ

ປິດກອງປະຊຸມຄົບຄະນະກຳມະການ ສນຊ
ກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 3 ສະໄໝທີ XI ໄດ້ປິດລົງໃນວັນທີ 11 ມັງກອນນີ້ ທີ່ສນຊ, ໂດຍພາຍໃຕ້ເປັນປະທານ ແລະ ກ່າວປິດຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາພະເຖລານຸເຖລະ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດເຂົ້າຮ່ວມ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ໃນ 2 ວັນຜ່ານມາ ພວກເຮົາໄດ້ພ້ອມກັນທົບທວນ ແລະ ກວດກາຄືນວຽກງານຮອບດ້ານຂອງ ຄະນະກຳມະການ ສນຊ ປີ 2023 ແລະ ພ້ອມກັນປຶກສາຫາລືຮັບຮອງແຜນວຽກຈຸດສຸມ ປີ 2024,  ການປະເມີນຜົນ ແລະ ການປະກອບຄວາມຄິດຄວາມເຫັນຂອງບັນດາທ່ານກໍາມະການ ແລະ ອົງການພາຄີ ແລະ  ຜົນງານທີ່ພວກ ເຮົາຍາດມາໄດ້ແມ່ນໃຫຍ່ຫຼວງ, ວຽກງານແນວໂຮມແມ່ນໄດ້ມີສ່ວນປະກອບສຳຄັນເຂົ້າໃນ ພາລະກິດລວມຂອງຊາດ ແລະ ຂອງທ້ອງຖິ່ນ ລວມເຖິງການເສີມຂະຫຍາຍສາຍພົວພັນມິດຕະພາບ, ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ. ໝາກຜົນສໍາຄັນກວ່າໝູ່ແມ່ນພວກເຮົາສາມາດເພີ່ມເຕີມເສີມສ້າງ ຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ ແລະ ເພດໄວ, ລວມທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ດີຢູ່ແລ້ວໃຫ້ດີຍິ່ງໆຂຶ້ນ, ຊຶ່ງເປັນການຕອບສະໜອງຄວາມເຫັນຊີ້ນໍາ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພວກເຮົາ (ຂໍ້ທີ 1) ອົງການແນວລາວສ້າງຊາດໄດ້ກາຍເປັນກົນໄກໜຶ່ງທີ່ເຊື່ອມໂຍງສະໜິດຕິດພັນກັບປະຊາຊົນຢູ່ຮາກຖານໂດຍກົງ, ທັງເປັນຜູ້ໃຫ້ການສຶກສາອົບຮົມ, ຈັດຕັ້ງປະຕິບັດມະຕິຂອງພັກ-ລັດ ຂັ້ນຕ່າງໆ ແລະ ປຸກລະດົມຂົນຂວາຍເຂົາເຈົ້າໃຫ້ເຂົ້າຮ່ວມຂະບວນການແຂ່ງຂັນສ້າງສາພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ເປັນຕົ້ນໃນເຂດຫຍຸ້ງຍາກ, ແກ້ໄຂຜົນກະທົບໄພທຳມະຊາດ ແລະ ຜ່ານຜ່າຄ່າຄອງຊີບສູງ, ຫຼາຍທ່ານທີ່ມີເງື່ອນໄຂດ້ານເສດຖະກິດ ກໍໄດ້ແບ່ງປັນວັດຖຸ ທຶນຮອນສົງເຄາະຊ່ວຍເຫຼືອປະຊາຊົນລ້ວນແຕ່ເປັນສິ່ງມີຄຸນຄ່າດ້ານຈິດໃຈເປັນຢ່າງດີ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວຕື່ມວ່າ: ບົນພື້ນຖານຜົນງານທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄໍາຂວັນກວມລວມຂອງກອງປະຊຸມໃຫຍ່ຄັ້ງທີ XI ທີ່ວ່າ: “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກ ຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ” ໂດຍສະເພາະໄລຍະ ປີ 2024ນັ້ນ, ຂ້າພະເຈົ້າຂໍເນັ້ນບາງບັນຫາດັ່ງນີ້: ໜຶ່ງ. ພະຍາຍາມໃນລະດັບສູງເພື່ອຜັນຂະຫຍາຍ 4 ການຫັນປ່ຽນໃໝ່ ຕາມມະຕິ XI ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນອັນລະອຽດຕາມຂັ້ນຂອງອົງການແນວລາວສ້າງຊາດໃຫ້ໄວຕື່ມ, ຊຶ່ງອົງການແນວລາວສ້າງຊາດຂັ້ນໃດ ບໍ່ທັນໄດ້ກຳນົດແຜນດຳເນີນງານຂອງຕົນ ກໍໃຫ້ຮີບຮ້ອນກຳນົດ ແລະ ແບ່ງງານຈັດຕັ້ງປະຕິບັດ. ສອງ. ໃຫ້ຜັນຂະຫຍາຍ 6 ແຜນວຽກພື້ນຖານສໍາຄັນຂອງມະຕິ XI ກໍຄື 6 ແຜນວຽກຈຸດສຸມ ປີ 2024 ຊຶ່ງທ່ານຄໍາໄຫຼ ສີປະເສີດ ຮອງປະທານ ໄດ້ສະເໜີໄປແລ້ວນັ້ນໃຫ້ກາຍເປັນການກະທຳຕົວຈິງຂອງແຕ່ລະພາກສ່ວນ ແລະ ແຕ່ລະທ່ານ ຄື: ແຜນວຽກເສີມສ້າງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດດ້ວຍ 4 ເສົ້າຄໍ້າ ແລະ 4 ເສີມສ້າງ, ໃນນີ້ເນັ້ນໜັກແກ້ໄຂບັນຫາ ແລະ ເສີມສ້າງຄຸນນະທຳ, ອະລິຍະທຳຂອງທຸກສາສະໜາໃນສັງຄົມປັດຈຸບັນເປັນວຽກບູລິມະສິດ; ຝຶກອົບຮົມ ແລະ ແຜນວຽກສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆໃຫ້ເຂົ້າຮ່ວມຂະບວນການພັດທະນາປະເທດຊາດ ແລະ ທ້ອງຖິ່ນຂອງຕົນ, ບົນຈິດໃຈຟົດຟື້ນ, ສຳລັບອົງການພວກເຮົາມີ 9 ຂໍ້ “ແຂ່ງຂັນຮັກຊາດ ແລະ ພັດທະນາ”; ແຜນວຽກເສີມຂະຫຍາຍປະຊາທິປະໄຕ ເພື່ອເສີມສ້າງສິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ (ເປັນສຳຄັນ); ເພີ່ມທະວີການຮ່ວມສຳພັນກັບອົງການພາຄີ  ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ເສີມສ້າງຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ; ຍູ້ແຮງແຜນວຽກປັບປຸງແບບແຜນການເຄື່ອນໄຫວ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດ, ສາມ ໃຫ້ຮີບຮ້ອນຜັນຂະຫຍາຍຈັດສັນແຫຼ່ງທຶນເພື່ອປະຕິບັດແຜນງານ ແລະ ບັນດາໂຄງການທີ່ໄດ້ກຳນົດໄວ້ເປັນຕົ້ນແມ່ນໂຄງການທີ່ປະຊາຊົນຮຽກຮ້ອງຕ້ອງການເລັ່ງດ່ວນໃຫ້ຈັດເປັນບູລິມະສິດ, ສ່ວນໂຄງການ ໃດບໍ່ມີງົບປະມານຂອງລັດ ຕ້ອງໄດ້ປຸກລະດົມສັງຄົມເພື່ອຊ່ວຍໜູນ, ສີ່ ເພີ່ມທະວີການຄົ້ນຄວ້ານະໂຍບາຍໃຫ້ຂົງເຂດແນວໂຮມ ແລະ ກະກຽມກອງປະຊຸມໃຫຍ່ແນວລາວ ສ້າງຊາດຂັ້ນຕ່າງໆໃຫ້ສຳເລັດ ປີ 2025,  ສໍາລັບ ໃນວຽກງານແນວໂຮມພວກເຮົາຕ້ອງໄດ້ເພີ່ມທະວີການສ້າງການຫັນປ່ຽນຕາມແນວທາງການປ່ຽນແປງໃໝ່ຂອງພັກ ຊຶ່ງໃນນັ້ນຄວນປັບປຸງພາລະບົດບາດຈຳນວນໜຶ່ງ ແລະ ກົດໝາຍບາງມາດຕາໃຫ້ທຽບທັນກັບສະພາບການໃໝ່, ຫ້າ ເພີ່ມທະວີການເຄື່ອນໄຫວດ້ານການທູດປະຊາຊົນ, ການຮ່ວມມືສາກົນ, ການຮ່ວມມືກັບອົງການຕ່າງໆ ເພື່ອພ້ອມກັນກະກຽມຂ່ຳນັບຮັບຕ້ອນສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ, ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ (ໃນປີ 2025) ແລະ ຫົກ ສໍາລັບໃນທ້າຍປີນີ້ ສົມທົບຄະນະພົວພັນຄົນເຊື້ອຊາດຢູ່ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ກະກຽມກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຄັ້ງທີ I ແລະ ກອງປະຊຸມສາກົນຕ່າງໆທີ່ພວກເຮົາ ເປັນເຈົ້າພາບໃຫ້ມີຜົນສຳເລັດເປັນຢ່າງດີ.      
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການເມືອງ

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ເພີ່ມເຕີມ