ກອງປະຊຸມສະໄໝສາມັນ ເທື່ອທີ7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II

ປິດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວຊຸດທີ II

ປິດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວຊຸດທີ II
ກອງປະຊຸມສະໄໝສາມັນ ເທື່ອທີ7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ໃນວັນທີ 12 ກໍລະກົດນີ້ ພາຍຫຼັງດຳເນີນມາເປັນເວລາ 5 ວັນ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນະຄອນຫຼວງ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຊຸດທີ IX, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງ ນວ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍແຂກຖືກເຊີນ.

ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ດໍາເນີນມາແຕ່ວັນທີ 8-12 ກໍລະກົດນີ້ ດ້ວຍບັນຍາກາດອັນຟົດຟື້ນໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ຂອງ ນວ ຄື: ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງ ນວ, ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບການດໍາເນີນກອງປະຊຸມອາຊຽນ ຂອງ ນວ; ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ ນວ; ຮັບຟັງການລາຍງານ ບາງບັນຫາສໍາຄັນພື້ນຖານ ຄື: ຮັບຟັງລາຍງານ ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີເພຍລາດ-ສະຖານີໄຟຟ້າ ນາຊາຍທອງ ນວ; ຮັບຟັງການລາຍງານ ກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດວຽກງານ ສ.ສະຫວ່າງ ຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ໄລຍະສາມແຍກສີໄຄ-ສີເກີດ; ຮັບຟັງການລາຍງານ ກ່ຽວກັບມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງ ໃນນວ;ຮັບຟັງການລາຍງານ ກ່ຽວກັບການດໍາເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈີສຕິກ ນວ; ຮັບຟັງການລາຍງານ ກ່ຽວກັບມາດຕະການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ສາມາດຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຈາກພາຍນອກ ຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດການລົບລ້າງໃບຕາດິນ 16 ຕອນ ທີ່ນອນໃນເຂດໂຄງການພັດທະນາ ສໍາປະທານບຶງສາລາຄໍາ ຂອງບໍລິສັດມິດຕະພາບພັດທະນາການກະເສດຈໍາກັດ ຢູ່ເມືອງຫາດຊາຍຟອງ ນວ; ຮັບຟັງການລາຍງານ ການເກັບກໍາຂໍ້ມູນ ການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ; ຮັບຟັງການລາຍງານ ກ່ຽວກັບວຽກງານທີ່ຕິດພັນກັບ ກອງບັນຊາການປ້ອງກັນຄວາມສະຫງົບ ນວ; ຮັບຮອງເອົາ “ຮ່າງ” ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້; ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2023 ແລະ ແຜນການຈຸດສຸມ ປີ 2024 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນພາກກາງ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 6 ເດືອນຕົ້ນປີ 2024; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ ໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດດໍາລັດສະບັບເລກທີ 280/ນຍ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຢືດ, ອາຍັດ ແລະ ຮິບເປັນຂອງລັດ; ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ2024 ຂອງສະພາປະຊາຊົນ ນວ, ຕິດພັນກັບແຜນການເຄື່ອນໄຫວ ພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II. ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ບາງບັນຫາສໍາຄັນຈໍານວນໜຶ່ງທີ່ພົວພັນກັບສະພາບພົ້ນເດັ່ນຂອງສັງຄົມ ແລະ ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນຫາສໍາຄັນອື່ນໆ.

ທ່ານ ອານຸພາບ ຕຸນາລົມ ກ່າວຕື່ມວ່າ: ໃນ 6 ເດືອນທ້າຍປີ ຕໍ່ຈາກນີ້ ປະເທດຂອງພວກເຮົາຍັງຈະສືບຕໍ່ປະເຊີນກັບແຮງກົດດັນ ຈາກສະພາບແວດລ້ອມ ຂອງພາກພື້ນ ແລະ ສາກົນ ທີ່ຍັງຈະມີການຜັນແປຢ່າງສະຫຼັບສັບຊ້ອນທີ່ຄາດຄະເນໄດ້ຍາກເວົ້າລວມ, ເວົ້າສະເພາະ ນວ ຍັງຈະສືບຕໍ່ປະເຊີນກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນສູງ, ອັດຕາເງິນເຟີ້, ອັດຕາແລກປ່ຽນທີ່ມີການເໜັງຕີງແຮງ, ອັນເປັນສາເຫດຕົ້ນຕໍທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ພົບກັບອຸປະສັກ ແລະ ສິ່ງທ້າທາຍ, ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການຕ່າງໆ ເພີ່ມຂຶ້ນຢ່າງຫຼີກລ່ຽງບໍ່ໄດ້. ຄຽງຄູ່ກັນນັ້ນ ສປປ ລາວ ພວກເຮົາຍັງຈະໄດ້ຮັບກຽດເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດປິ່ນອ້ອມອື່ນໆ ຢູ່ ນວ. ດ້ວຍເຫດນີ້, ກໍຖືໄດ້ວ່າປີນີ້ເປັນປີໜຶ່ງທີ່ທົ່ວອົງການຈັດຕັ້ງພັກ-ລັດ ຂອງ ນວ, ກໍາລັງປະກອບອາວຸດ ແລະ ປວງຊົນຊາວນວ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກໍານົດ ໃນມະຕິກອງປະຊຸມຄັ້ງນີ້ໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້, ສູ້ຊົນສືບຕໍ່ຈັດຕັ້ງ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ເປັນຂະບວນການທີ່ຟົດຟື້ນກວ່າເກົ່າ. ພວກເຮົາຕ້ອງຕັດສິນໃຈ ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ຂອງ ນວ ໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນໃນການກະກຽມປະຕິບັດໜ້າທີ່ເປັນເຈົ້າພາບທີ່ດີໃນຖານະເປັນປະທານກອງປະຊຸມສຸດຍອດອາຊຽນ ຢູ່ ນວ ໃຫ້ມີຄວາມຮັບປະກັນຄວາມສະຫງົບປອດໄພ ຮອບດ້ານ ແລະ ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.

ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ II ຄັ້ງນີ້, ແມ່ນໝາກຜົນຂອງການລວມສູນສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນເຈົ້າການ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງ ນວ, ແມ່ນການຕັດສິນໃຈສູງຂອງອົງການປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງໃນການສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ລະອົງການໄດ້ຮັບຜິດຊອບ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ນວ ພວມປະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ຈັດຕັ້ງບັນດາແຜນກການ ແລະ ຄາດໝາຍຂອງແຜນການປີ 2024 ໃຫ້ບັນລຸຜົນສຳເລັດ

ຂ່າວ: ແສງຈັນ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ