ປິດຊຸດຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XllI

ປິດຊຸດຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XllI
ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ຈັດພິທີປິດຊຸດຝຶກອົບຮົມ ແລະ ປະກາດແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາ ຊຸດທີ 13 ໃຫ້ພະນັກງານວິຊາການກົດ              ໝາຍ ຂອງສານປະຊາຊົນ ແລະ ສານທະຫານ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີເງື່ອນໄຂມາດຖານຕາມທີ່ໄດ້ກໍານົດໄວ້ໃນມະຕິ 0132 ວ່າດ້ວຍລະບຽບລັດຖະກອນຕຸລາການ  ແລະ ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດສານປະຊາຊົນ ໃນວັນທີ 9 ຕຸລາ ນີ້ ທີ່ສະຖາບັນດັ່ງກ່າວ ໂດຍມີ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຸດຝຶກອົບຮົມໃນຄັ້ງນີ້ໃຊ້ເວລາ 20 ວັນ. ນັບແຕ່ວັນທີ 12 ກັນຍາ ຫາ09 ຕຸລາ 2023 ມີຜູ້ເຂົ້າຮ່ວມທັງໝົດ 93 ທ່ານ ຍິງ 24 ທ່ານ ຊຶ່ງໃນນັ້ນມາຈາກສານປະຊາຊົນສູງສຸດ ຈຳນວນ 17 ທ່ານ, ສານປະຊາຊົນທ້ອງຖິ່ນ ຈໍານວນ 70 ທ່ານ ແລະ ສານທະຫານ 6 ທ່ານ. 
ໃນໂອກາດດັ່ງກ່າວ, ທ່ານ ບຸນຂວາງ ທະວີສັກ ໄດ້ຍົກໃຫ້ເຫັນວ່າ: ຊຸດຝຶກອົບຮົມວຽກງານຜູ້ຊ່ວຍຜູ້ພິພາກສາ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ສໍາລັບພະນັກງານຂອງສານປະຊາຊົນ ທີ່ກ້າວຂຶ້ນເປັນຜູ້ຊ່ວຍຜູ້ພິພາກສາ ເນື່ອງຈາກວ່າກ່ອນຈະເປັນຜູ້ຊ່ວຍຜູ້ພິພາກສາ ຕ້ອງໄດ້ຜ່ານການຝຶກອົບຮົມກ່ອນ ຊຶ່ງຜູ້ຊ່ວຍຜູ້ພິພາກສາແມ່ນບຸກຄົນໜຶ່ງໃນການຊ່ວຍຜູ້ພິພາກສາຄົ້ນຄວ້າສໍານວນຄະດີ ເພື່ອໃຫ້ຜູ້ພິພາກສາເປັນຜູ້ທີ່ຕັດສິນຊີ້ຂາດກ່ຽວກັບຄະດີ ໃຫ້ມີຄວາມຍຸຕິທໍາແກ່ສັງຄົມ ແລະ ທ່ານຍັງໄດ້ມີບາງຄໍາເຫັນໂອ້ລົມ ໃຫ້ຜູ້ຊ່ວຍຜູ້ພິພາກທີ່ຖືກແຕ່ງຕັ້ງໃໝ່ບາງດ້ານດັ່ງນີ້:     ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດ, ສິນທໍາປະຕິວັດ ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮູ້, ມີວິຊາສະເພາະໃຫ້ນັບມື້ນັບສູງ;    ສ້າງໃຫ້ຕົນເອງມີຄວາມເຊື່ອຖື, ມີບົດບາດຢູ່ໃນສັງຄົມດ້ວຍການເປັນແບບຢ່າງໃນການປະຕິບັດກົດໝາຍ,  ກ້າຫານປົກປ້ອງສິ່ງທີ່ຖືກກົດໝາຍ ແລະ ແກ້ໄຂສິ່ງທີ່ບໍ່ຖືກຕ້ອງໃນສັງຄົມ;    ເອົາໃຈໃສ່ຄົ້ນຄວ້າຄະດີ, ເກັບກຳຂໍ້ມູນຫຼັກຖານໃຫ້ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເຮັດໃຫ້ການຕັດ ສິນຄະດີມີຄວາມຖືກຕ້ອງເປັນທໍາ  ແລະ ເປັນທີ່ເພິ່ງອັນໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ຕັ້ງໜ້າປັບປຸງ ແລະ ສ້າງກົນໄກ, ແບບແຜນ ວິທີການເຮັດວຽກການພິຈາລະນາຄະດີໃຫ້ມີຄວາມວ່ອງໄວໂປ່ງໃສ, ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ແລະ ການພິຈາລະນາຄະດີຕ້ອງບໍ່ແກ່ຍາວເວລາ ຖືກຕ້ອງຕາມທີ່ກົດໝາຍກຳນົດໄວ້, ການຄົ້ນຄວ້າຄະດີກໍຄວນເຮັດລະອຽດ, ຮັບປະກັນຄວາມຮອບດ້ານ ແລະ ພາວະວິໄສ.  
ຂ່າວ-ພາບ: ຕຸໄລເພັດ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ