ປກສ ເມືອງອຸທຸມພອນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ປກສ ເມືອງອຸທຸມພອນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ
ໃນວັນທີ 14 ພຶດສະພາ 2024 ທີ່ສະໂມສອນເມືອງອຸທຸມພອນ,ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ໄດ້ສະຫຼຸບສັງເກດຕີລາຄາຄືນ ກ່ຽວກັບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ,ໂດຍການເປັນປະທານຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກເມືອງ , ມີທ່ານ ພັນໂທ ສຸວັນນະ ໂພທິຈັກ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກງານ ອອ້ມຂ້າງເມືອງເຂົ້າຮ່ວມ.
 ທ່ານ ພັນໂທ ດາວສະເດັດ ຈັນລະພາເທບ ພະນັກງານກໍ່ສ້າງຮາກຖານ ປກສ ແຂວງ ກ່າວລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຜ່ານມາວ່າ: ພະນັກງານກໍ່ສ້າງຮາກຖານການເມືອງມີທັງໝົດ 69 ທ່ານ,ໃນນີ້ຮາກຖານ ປກສ ແຂວງ 7 ທ່ານ, ປກສ ເມືອງ 62 ທ່ານ,ຮັບຜິດຊອບ 12 ກຸ່ມ ມີ 70 ບ້ານ ແລະ ໄດ້ຈັດຕັ້ງແບ່ງເປັນ 3 ຈຸ,ການລົງກໍ່ສ້າງຮາກຖານໃນຄັ້ງນີ້ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປະຕິບັດໜ້າທີ່ວຽກງານໃນທຸກດ້ານ,ພ້ອມທັງສຸມໃສ່ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດຢູ່ໃນທົ່ວ 12 ກຸ່ມບ້ານ ເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ,ສິດໜ້າທີ່ຂອງຕົນ,ທົ່ວເມືອງມີ 70 ບ້ານ,ມີ 13.526 ຫຼັງຄາ, ມີ 17.161 ຄອບຄົວ,ມີ 872 ໜ່ວຍ,ມີພົນລະເມືອງທັງໝົດ 95.530 ຄົນ,ຍິງ 47.860 ຄົນ,ອາຍຸ 15 ປີຂຶ້ນໄປ 91.319 ຄົນ,ຍິງ 31.028 ຄົນ,ມີຕ່າງດ້າວ 77 ຄອບຄົວ,ຈໍານວນພົນ 169 ຄົນ,ຍິງ 99 ຄົນ,ອາຍຸ 15 ປີຂຶ້ນໄປ 139 ຄົນ,ຍິງ 55 ຄົນ,ໃນນີ້ຕ່າງດ້າວຫວຽດນາມ 67 ຄອບຄົວ,ຈໍານວນພົນ 152 ຄົນ,ຍິງ 88 ຄົນ,ຕ່າງດ້າວຈີນ 10 ຄອບຄົວ,ຈໍານວນພົນ 17 ຄົນ,ຍິງ11 ຄົນ,ຄຽງຄູ່ກັນນີ້ຍັງໄດ້ປັບປຸງຂຶ້ນທະບຽນສໍາມະໂນຄົວປີ 2023 ມີຈໍານວນ 40 ບ້ານ,ປັບປຸງສໍາເລັດແລ້ວ 39 ບ້ານ,ມີ 7.686 ຄອບຄົວ,ມີ 8.274 ຫຼັງຄາ,ມີ 428 ໜ່ວຍ,ມີພົນລະເມືອງ 52.821 ຄົນ,ຍິງ 26.514 ຄົນ,ອາຍຸ 15 ປີຂຶ້ນໄປ 39.543 ຄົນ,ຍິງ 19.314 ຄົນ,ໄດ້ຂຶ້ນສໍາມະໂນຄົວແລ້ວ 51.227 ຄົນ,ຍິງ26.059 ຄົນ,ອາຍຸ 15 ປີຂຶ້ນໄປ 38.069 ຄົນ,ຍິງ 18.876 ຄົນ,ຍັງບໍ່ໄດ້ຂຶ້ນ 1.594 ຄົນ,ຍິງ 455 ຄົນ,ອາຍຸ 15 ປີຂຶ້ນໄປ 1.474 ຄົນ,ຍິງ 483 ຄົນ,ພ້ອມທັງເກັບກູ້ອາວຸດລ່າເນື້ອ ( ປະເພດປຶນແກັບ ) ໄດ້ຈໍານວນ 30 ກະບອກ,ເກັບກູ້ອາວຸດເສິກໄດ້ອາກາ 3 ກະບອກ,ຂຶ້ນສະຖິຕິອາວຸດເສິກໄດ້ 724 ກະບອກ,ນອກນີ້ຍັງໄດ້ອອກບັດປະຈໍາຕົວລະບົບທັນສະໄໝຢູ່ ປກສ ເມືອງ ໃຫ້ແກ່ປະຊາຊົນໄດ້ 391 ຄົນ,ຍິງ 192 ຄົນ,ໄດ້ຮັບບັດແລ້ວ 365 ຄົນ,ຍິງ 180 ຄົນ,ຍັງຄ້າງ 22 ຄົນ,ຍິງ 11 ຄົນ,ສໍາລັບຄົນໄປອອກແຮງງານຢູ່ປະເທດໄກ້ຄຽງມີ 7.066 ຄົນ,ຍິງ 3.789 ຄົນ,ໃນນັ້ນໄປຖືກຕ້ອງ 469 ຄົນ,ຍິງ 296 ຄົນ,ໄປບໍ່ຖືກຕ້ອງ 6.597 ຄົນ,ຍິງ 3.493 ຄົນ,
    ທ່ານ ພັນໂທ ດາວສະເດັດ ຈັນລະພາເທບ ໃຫ້ຮູ້ວ່າ: ການແກ້ໄຂບັນຫາຢາເສບຕິດໜຶ່ງປີຜ່ານມາສາມາດມ້າງລາຍຄະດີໄດ້ 112 ລາຍ,ກັກຜູ້ຖືກຫາໄດ້ 143 ຄົນ,ຍິງ 37 ຄົນ,ສົ່ງ ປກສ ແຂວງດໍາເນີນ 155 ຄົນ,ຍິງ 14 ຄົນ,ຍຶດຢາບ້າໄດ້ 8 ມັດ ກັບ 30.204 ເມັດ,ຢາໄອສ໌ 17 ຖົງນ້ອຍ,ໂຄເຄນ 10 ຖົງນ້ອຍ,ປືນ 01 ກະບອກ,ລົດໃຫຍ່ 1 ຄັນ,ເງິນ 6 ລ້ານກວ່າກີບ,ວັດຖຸສີເຫຼືອງຄ້າຍຄືຄໍາ 1 ເສັ້ນ,ໂທລະສັບ 33 ໜ່ວຍ,ລົດຈັກ 15 ຄັນ,ພ້ອມທັງສຶກສາຜູ້ມົ້ວສຸມໄດ້ 285 ຄົນ,ຍິງ 23 ຄົນ,ຂຶ້ນບັນຊີພື້ນທີ່ຫຼໍ່ແຫຼມຈໍາໜ່າຍຢາເສບຕິດ 18 ຈຸດ,ມ້າງໄດ້ 9 ຈຸດ,ຂຶ້ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍກາງມີ 12 ລາຍ,ແກ້ໄຂໄດ້ 3 ລາຍ,ຂຶ້ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍຍ່ອຍມີ 203 ລາຍ,ແກ້ໄຂໄດ້ 152 ລາຍ,ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດໄດ້ 1.849 ຄົນ,ຍິງ 31 ລາຍ,ສາມາດສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດຢູ່ຂັ້ນກຸ່ມໄດ້ 1.188 ຄົນ,ຍິງ 31 ຄົນ.
    ຈາກນັ້ນປກສ ແຕ່ລະກຸ່ມບ້ານ ແລະ ຜູ້ຊີ້ນໍາກຸ່ມບ້ານ ເຂົ້າຮ່ວມກອງປະຊຸມ ກໍ່ຍັງໄດ້ປະກອບຄໍາເຫັນເຂົ້າໃສ່ໃນວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້ຕື່ມອີກ.  (ຂ່າວ:ບຸນຊູ ພົມມະເທບ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ