ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງນໍາພາ-ບັນຊາການຈັດຕັ້ງປະຕິບັດຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ ໂດຍຢຶດໝັ້ນ 3 ຫຼັກການຄື: ຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ນັບແຕ່ປີ 2021-2023 ສາມາດເລີກຮື້-ແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ 153 ເລື່ອງ, ຈັບຜູ້ຖືກຫາໄດ້ 154 ຄົນຍິງ 10 ຄົນ, ຢຶດຂອງກາງປະເພດຢາເສບຕິດ (ຢາບ້າ)ໄດ້ 70.733 ເມັດ.
ທ່ານ ພັອ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ IX ສະໄໝທີ X ເປີດຂຶ້ນໃນລະຫວ່າງວັນທີ 13-15 ທັນວາ 2023 ໂດຍຍົກໃຫ້ເຫັນການຈັດຈັດຕັ້ງປະຕິບັດວາລະແຫ່ງຊາດນັບແຕ່ປີ 2021-2023 ສາມາດແກ້ໄຂໄດ້ຫຼາຍຄະດີ ຊຶ່ງເປັນການປະກອບສ່ວນສໍາຄັນໃນການແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ພ້ອມນັ້ນໄດ້ເກັບກໍາຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໄດ້ 222 ຄົນຍິງ 11 ຄົນ; ເກັບກໍາຂຶ້ນບັນຊີເປົ້າໝາຍມົ້ວສຸມເສບຢາເສບຕິດໄດ້ 2.210 ຄົນຍິງ 66 ຄົນ; ນໍາສົ່ງຜູ້ເສບ ແລະ ມົ້ວສຸມຢາເສບຕິດໄປປິ່ນປົວບໍາບັດຕາມສູນຕ່າງໆ 36 ຄົນຍິງ 1 ຄົນ; ເຄື່ອນໄຫວເຜີຍແຜ່ກົດໝາຍນິຕິກໍາໃຕ້ກົດໝາຍ ແລະ ຜົນຮ້າຍຢາເສບຕິດຕາມສະຖານທີ່ຕ່າງໆໃນທົ່ວແຂວງໄດ້ 79 ຄັ້ງ, ມີຜູ້ເຂົ້າຮ່ວມ7.390 ເທື່ອຄົນຍິງ 2.187 ເທື່ອຄົນ; ສ້າງບ້ານປອດຢາເສບຕິດໄດ້ 41 ບ້ານ ແລະ ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດ ເພື່ອນໍາເອົາກໍາລັງ ປກສ ແຂວງ, ປກສ ເມືອງໄປປະຈໍາຢູ່ຈຸດຫຼໍ່ແຫຼມຕ່າງໆຂອງແຂວງ.
ທ່ານ ພັອ ທະວີສັກ ເພັດພູຫຼວງ ກ່າວໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນນັ້ນ; ກ່ອນອື່ນຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກຂອງອົງການສືບສວນ-ສອບສວນຢາເສບຕິດ ໂດຍສະເພາະແມ່ນກຳລັງ ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ມີແນວຄິດຫຼັກໝັ້ນ, ສັດຊື່ບໍລິສຸດ, ມີຈັນຍາບັນ-ຈັນຍາທຳ ເຮັດໜ້າທີ່ດ້ວຍຄວາມເສຍສະຫຼະ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມເປັນອັນຕະລາຍຮ້າຍແຮງຂອງຢາເສບຕິດ; ປຸກລະດົມອົງການປົກຄອງທ້ອງຖິ່ນ ກໍຄືປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນສະຖາບັນຄອບຄົວ ຕ້ອງເປັນເຈົ້າການເຂົ້າຮ່ວມຢ່າງຈິງຈັງໃນການແກ້ໄຂບັນຫາຢາເສບຕິດ; ບັນຈຸບຸກຄະລາກອນທີ່ຈໍາເປັນຮັບໃຊ້ໃຫ້ແກ່ການບໍາບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຢູ່ສູນບໍາບັດຜູ້ຕິດຢາເສບຕິດຂອງແຂວງ; ສ້າງຄອບຄົວ-ບ້ານປອດຢາເສບຕິດໃຫ້ໄດ້ຕາມມາດຖານເງື່ອນໄຂ ແລະ ເປົ້າໝາຍແຜນການທີ່ວາງໄວ້.
ຂ່າວ-ພາບ: ສັນຍາ

ຄໍາເຫັນ