ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ  ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.
​ ເມືອງ​ບູ​ຮານ​ທີ່​ມີປະ​ຫວັດ​ຄວາມ​ເປັນ​ມາ 1,600 ກວ່າ​ປີ​ໄດ້​ຈົ່ງ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ທີ່​ສືບ​ທອດ​ມາເປັນ​ 9 ລາ​ຊະ​ວົງ​ ໄວ້ຢ່າງ​ລຽນຕິດ​ກັນ​ແບບ​ບໍ່​ຄ່ອຍ​ເຫັນ​ໃນ​ປະ​ຫວັດ​ສາດ​ນັ້ນ​ໃຫ້​ແກ່​ເຈີ້ງ​ຕິ້ງ. ປັດ​ຈຸ​ບັນ, ເມືອງ​ເຈີ້ງ​ຕິ້ງ ​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ນັບ​ຕັ້ງ​ແຕ່​ສະ​ໄໝ​ລາ​ຊະ​ວົງ​ສຸຍ ​ແລະ ​ລາ​ຊະ​ວົງ​ຖັງ 38 ແຫ່ງ, ມີ​ຫົວ​ໜ່ວຍ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ສຳ​ຄັນ​ລະ​ດັບ​ຊາດ​ເຖິງ 10 ແຫ່ງ. ຊຸມ​ປີ​ຜ່ານ​ມາ​ນີ້, ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.
ປກ​ປກ​ຮກ​ສາ​ ເມອງ​ບ​ຮານ​ທ​ມ​ຄວາມ​ຊງ​ຈຳ ​ຫາງ​ຈາກ​ນະ​ຄອນ​ຫວງ​ປກ​ກງ​ໄປ​ທາງທດ​ຕາ​ເວນ​ຕກ​ສຽງ​ໃຕ ​ປະ​ມານ 300 ກ​ໂລ​ແມດ ​ມ​ເມອງ​ບ​ຮານ​ແຫງ​ໜງ​ຄເມອງ​ເຈງ​ຕງ ແຂວງ​ເຫ​ເປຍຈນ. - image 1
 

 

ປີ 2022, ເມືອງເຈີ້ງຕິ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 5,305,800 ເທື່ອຄົນ, ປີ2023, ບັນລຸຫຼາຍກວ່າ 15,000,000 ເທື່ອຄົນ, ມາຮອດປີ 2024, ສະເພາະແຕ່ຫົກເດືອນຕົ້ນປີໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 33,970,000 ເທື່ອຄົນ.

ການທ່ອງທ່ຽວວັດທະນະທຳຂອງເມືອງເຈີ້ງຕິ້ງໄດ້ຮັບຄວາມນິຍົມສູງນີ້ ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກຊາວເຈີ້ງຕິ້ງເອົາໃຈໃສ່ການປົກປັກຮັກສາເອກະລັກອັນໂດດເດັ່ນຂອງເມືອງບູຮານດັ່ງກ່າວ.

ທ່ານ ຫວາງຈື້ມິນ ຮອງປະທານສະຖາບັນຄົ້ນຄວ້າວັດທະນະທຳບູຮານເຈີ້ງຕິ້ງໃຫ້ຮູ້ວ່າ: “ແນວຄິດສຳຄັນຂອງທ່ານປະທານ ສີຈິ້ນຜິງ ກ່ຽວກັບການອະນຸລັກຮັກສາວັດຖຸບູຮານແມ່ນມີລັກສະນະເບິ່ງກວ້າງມອງໄກ ແລະ ລັກສະນະເປັນລະບົບຢ່າງພົ້ນເດັ່ນທີ່ສຸດ. ໄລຍະທີ່ເຮັດວຽກຢູ່ເຈີ້ງຕິ້ງ, ເພິ່ນໄດ້ຊຸກຍູ້ການດຳເນີນວຽກງານຕ່າງໆໃນການປົກປັກຮັກສາວັດຖຸບູຮານຢ່າງປະດິດສ້າງ ຊຶ່ງສາມາດຮັກສາຊັບສົມບັດດ້ານວັດຖຸບູຮານຂອງເມືອງບູຮານວັດທະນະທຳແຫ່ງນີ້ໄວ້ໄດ້.”

ຕົ້ນຊຸມປີ 1980, ທ່ານ ສີຈິ້ນຜິງ ໄດ້ໄປເຮັດວຽກເປັນການນຳຢູ່ເມືອງເຈີ້ງຕິ້ງ. ໃນຕອນນັ້ນ, ປະຊາຊົນຍັງຂາດສະຕິຕໍ່ການອະນຸລັກວັດຖຸບູຮານ, ເຂົາເຈົ້າໄດ້ທຸບມ້າງເອົາດິນຈີ່ຈາກກຳແພງເມືອງບູຮານໄປປຸກເຮືອນ, ສ້າງຄອກໝູ ແລະ ອື່ນໆ. ສະນັ້ນ, ກຳແພງເມືອງບູຮານເຈີ້ງຕິ້ງ ຈຶ່ງຖືກເສຍຫາຍຢ່າງໜັກໜ່ວງ.

ເມື່ອເຫັນວັດຖຸບູຮານບໍ່ໄດ້ຮັບການຖະໜອມຫວງແຫນ, ທ່ານ ສີຈິ້ນຜິງ ຮູ້ສຶກເສຍໃຈທີ່ສຸດ: “ພວກເຮົາປົກປັກຮັກສາບໍ່ໄດ້ດີກໍຖືວ່າເປັນໂທດກຳ, ທັງຈະອັບອາຍຕໍ່ຄົນຮຸ່ນຫຼັງ.” ເພິ່ນໄດ້ສະເໜີຍຸດທະສາດ “ພັດທະນາເມືອງໃຫ້ຈະເລີນດ້ວຍວັດທະນະທຳ” ແລະ“ພັດທະນາເມືອງໃຫ້ຈະເລີນດ້ວຍການທ່ອງທ່ຽວ” ຢ່າງມີວິໄສທັດເບິ່ງກວ້າງມອງໄກ, ເພິ່ນໄດ້ເປັນຜູ້ຊີ້ນຳວຽກງານສຳຫຼວດວັດຖຸບູຮານທົ່ວເມືອງເພື່ອເກັບມ້ຽນສຳເນົາ, ນອກນີ້ຍັງໄດ້ສ້າງແຜນການປົກປັກຮັກສາວັດຖຸບູຮານກັບທີ່ນຳອີກ.

ທ່ານນາງ ເຫີຢວີ້ ຮອງເຈົ້າເມືອງທີ່ຮັບຜິດຊອບວຽກງານວັດທະນະທຳ ແລະ ການສຶກສາໃນເວລານັ້ນໄດ້ໃຫ້ຮູ້ວ່າ: “ທ່ານປະທານ ສີຈິ້ນຜິງ ເຮັດແນວນີ້ກໍມີຈຸດປະສົງເພື່ອໃຫ້ພະນັກງານ ແລະ ປະຊາຊົນທົ່ວເມືອງຮັບຮູ້ວ່າອັນໃດແມ່ນວັດຖຸບູຮານ, ອັນໃດແມ່ນສະຖາປັດຕະຍະກຳບູຮານ ແລະ ຮ່ອງຮອຍວັດທະນະທຳບູຮານທີ່ບຸກລຸກຈັບຈອງບໍ່ໄດ້, ເປັນຫຍັງຈຶ່ງຕ້ອງປົກປັກຮັກສາວັດຖຸບູຮານ.”

ວັດໂຫຼງຊິ່ງ ເປັນພາກສ່ວນໜຶ່ງທີ່ສະຫງ່າງາມໃນກຸ່ມສະຖາປັດຕະຍະກຳບູຮານຂອງເມືອງເຈີ້ງຕິ້ງທັງເປັນກຸ່ມສະຖາປັດຕະຍະກຳສະໄໝລາຊະວົງຊົ້ງເໜືອຂອງຈີນທີ່ມີປະຫວັດສາດດົນນານທີ່ສຸດ, ມີຂະໜາດໃຫຍ່ທີ່ສຸດ ແລະ ມີແຜນຜັງຄົບຖ້ວນທີ່ສຸດ ຊຶ່ງສາມາດຮັກສາໄວ້ຈົນເຖິງປັດຈຸບັນ. ປີ 1984, ທ່ານ ສີຈິ້ນຜິງ ພະຍາຍາມຍາດແຍ່ງໄດ້ງົບປະມານສະເພາະປະຕິສັງຂອນສະຖາປັດຕະຍະກຳບູຮານຈາກຂັ້ນເທິງຈຳນວນ 1,720,000 ຢວນ. ເມືອງເຈີ້ງຕິ້ງ ໄດ້ນຳໃຊ້ເງິນບ້ວງນີ້ເຂົ້າໃນການປະຕິສັງຂອນວັດໂຫຼງຊິ່ງແບບລັກສະນະກອບກູ້, ນອກນີ້, ຍັງໄດ້ສ້າງສະຖານທີ່ຈອດລົດຢູ່ນອກວັດດັ່ງກ່າວເພື່ອໃຫ້ການບໍລິການທີ່ດີແກ່ນັກທ່ອງທ່ຽວທັງຫຼາຍ. ຈາກນັ້ນມາ, ວັດເກົ່າແກ່ພັນປີແຫ່ງນີ້ຈຶ່ງໄດ້ຟື້ນຟູຄວາມສະຫງ່າລາສີຄືນໃໝ່.

ຫຼາຍສິບປີຜ່ານມານີ້, ນະໂຍບາຍ ແລະ ແຜນການອັນມີວິໄສທັດເບິ່ງກວ້າງມອງໄກດັ່ງກ່າວຂອງທ່ານ ສີຈິ້ນຜິງ ໄດ້ຮັບການຈັດຕັ້ງປະຕິບັດຢູ່ເມືອງເຈີ້ງຕິ້ງຢ່າງຕໍ່ເນື່ອງ, ໄດ້ເຮັດໃຫ້ແນວຄິດອະນຸລັກຮັກສາ ແລະ ພັດທະນາເມືອງບູຮານໄປຄຽງຄູ່ກັນນັ້ນໄດ້ຖືກຝັງຮາກເລິກເຂົ້າໃນຈິດໃຈຂອງຊາວເມືອງເຈີ້ງຕິ້ງແຕ່ລະຮຸ່ນຄົນເທື່ອລະກ້າວ.

ປກ​ປກ​ຮກ​ສາ​ ເມອງ​ບ​ຮານ​ທ​ມ​ຄວາມ​ຊງ​ຈຳ ​ຫາງ​ຈາກ​ນະ​ຄອນ​ຫວງ​ປກ​ກງ​ໄປ​ທາງທດ​ຕາ​ເວນ​ຕກ​ສຽງ​ໃຕ ​ປະ​ມານ 300 ກ​ໂລ​ແມດ ​ມ​ເມອງ​ບ​ຮານ​ແຫງ​ໜງ​ຄເມອງ​ເຈງ​ຕງ ແຂວງ​ເຫ​ເປຍຈນ. - image 2
 

ປີ 2015, ເມືອງເຈີ້ງຕິ້ງ ໄດ້ເລີ່ມປະຕິບັດວຽກງານຂຸດຄົ້ນບູຮານຄະດີຢູ່ຮ່ອງຮອຍບູຮານສະຖານທີ່ເດີ່ນທາງທິດໃຕ້ຂອງວັດຄ່າຍຢວນ. ຮ່ອງຮອຍດັ່ງກ່າວຕັ້ງຢູ່ເຂດໃຈກາງຂອງເມືອງບູຮານເຈີ້ງຕິ້ງ. ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນນີ້ບໍ່ໄດ້ປິດບັງຮ່ອງຮອຍບູຮານສະຖານຈົນໝົດ, ແຕ່ແມ່ນກັ້ນດ້ວຍຝາແກ້ວແຜ່ນໃຫຍ່ຢູ່ສະຖານທີ່ຂຸດຄົ້ນບູຮານຄະດີເພື່ອໃຫ້ນັກທ່ອງທ່ຽວສາມາດໄດ້ເຫັນຮ່ອງຮອຍປະຫວັດສາດຕ່າງໆເຊັ່ນ: ນ້ຳສ້າງ, ກຳແພງເມືອງ, ທາງຮ່ອມ ແລະ ຖະໜົນບູຮານເປັນຕົ້ນ ຊຶ່ງເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານ ຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່.

ທ່ານ ຊ້ານຈີ້ສຽງ ອະດີດຜູ້ອຳນວຍການຫໍພິພິທະພັນພະລາຊະວັງກູ້ກົ່ງປັກກິ່ງທີ່ດຳລົງຕຳແໜ່ງເປັນຜູ້ອຳນວຍການກິດຕິມະສັກຂອງຫໍພິພິທະພັນເຈີ້ງຕິ້ງເຫັນວ່າ: “ເມື່ອມໍລະດົກວັດທະນະທຳຄົງຕົວຢູ່ໃນຊີວິດຂອງຊາວເມືອງ, ເຮັດໃຫ້ເຂົາເຈົ້າສາມາດເວົ້າກັບນັກທ່ອງທ່ຽວຢ່າງພາກພູມໃຈວ່າ ‘ນີ້ແມ່ນມໍລະດົກວັດທະນະທຳເຈີ້ງຕິ້ງຂອງພວກເຮົາ’, ເມື່ອນັກທ່ອງທ່ຽວຍອມມາທ່ຽວທີ່ແຫ່ງນີ້, ມາແລ້ວກໍບໍ່ຢາກຈາກໄປ, ຈາກໄປແລ້ວຍັງຢາກກັບມາທ່ຽວອີກ, ມັນຈຶ່ງສົມກັບວ່າ ປົກປັກຮັກສາມໍລະດົກວັດທະນະທຳໄດ້ດີ.” “ສ່ວນເຈີ້ງຕິ້ງແມ່ນເຮັດໄດ້ສຳເລັດແລ້ວ.

ເລື່ອງລາວຂອງເຈີ້ງຕິ້ງເປັນພາບຫຍໍ້ອັນໜຶ່ງທີ່ສ່ອງແສງເຖິງແນວຄິດ “ປົກປັກຮັກສາມໍລະດົກວັດທະນະທຳປະຫວັດສາດຂອງຕົວເມືອງໃຫ້ດີປານກັບຖະໜອມຮັກຊີວິດຂອງຕົນ”ໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງແທ້ຈິງ.

ທຸກມື້ນີ້, ຢູ່ປະເທດຈີນ, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆໄດ້ຖືເອົາວຽກງານປົກປັກຮັກສາໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ ໂດຍສາມາດເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານນັ້ນ ຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່ ແລະ ເປັ່ງປະກາຍລັດສະໝີຂອງຍຸກສະໄໝ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ