ປ້ອງກັນໂຄງການຮ່າງບົດວິທະຍາສາດຫົວຂໍ້ ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດຢູ່ 6 ແຂວງພາກເໜືອ

ປ້ອງກັນໂຄງການຮ່າງບົດວິທະຍາສາດຫົວຂໍ້ ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດຢູ່ 6 ແຂວງພາກເໜືອ
ວັນທີ 17 ມັງກອນນີ້ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດພິທີປ້ອງກັນໂຄງການຮ່າງບົດວິທະຍາສາດຫົວຂໍ້:“ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດ” ຢູ່ 6 ແຂວງພາກເໜືອ,ໂດຍການເປັນປະທານຂອງທ່ານ ດາວສະຫວັນ ເຄືອມີໄຊຮອງປະທານສະພາວິທະຍາສາດຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດ, ມີ ທ່ານ ຄຳພັນ ເຈຍອາ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ,ມີບັນດາຄະນະໂຮງຮຽນການເມືອງ 6 ແຂວງພາກເໜືອ,ບັນດານັກວິທະຍາສາດພ້ອມດ້ວຍພະນັກງານຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.
 ທ່ານ ດາວສະຫວັນ ເຄືອມີໄຊ ກ່າວວ່າ: ເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ພວກເຮົາກຳລັງດຳເນີນຢູ່ໃນປັດຈຸບັນນີ້ນອກຈາກດ້ານຕັ້ງໜ້າແລ້ວເສດຖະກິດຕະຫຼາດຍັງສົ່ງຜົນກະ
ທົບດ້ານຫຍໍ້ທໍ້ບໍ່ໜ້ອຍ ເຖິງພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນເກີດມີພະຍາດລັດທິເອກະຊົນຊຶ່ງເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດຫຼາຍໆພະຍາດທີ່ເປັນການບັນທອນກຳລັງແຮງສູ້ຮົບຂອງພັກ,ເຮັດໃຫ້ອິດທິພົນແລະຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ພັກ, ຕໍ່ລັດຫຼຸດໜ້ອຍຖອຍລົງ, ເປັນຕົ້ນແມ່ນ ພະຍາດຂາດລະບຽບວິໄນ, ຫ່າງເຫີນມະຫາຊົນ, ພະຍາດໃນຕົວ, ການເຊື່ອມຖອຍດ້ານຄຸນທາດການເມືອງ, ພະຍາດສໍ້ລາດບັງຫຼວງ, ຫຼິີ້ນກິນຟຸ່ມເຟືອຍຊຶ່ງພະຍາດດັ່ງກ່າວນັ້ນກໍາລັງແຜ່ລະບາດຢ່າງໜັກໜ່ວງ ຊຶ່ງສາເຫດຫຼັກເຮັດໃຫ້ພະນັກງານຂອງພວກເຮົາຍັງບໍ່ທັນສ້າງໄດ້ການຫັນປ່ຽນຢ່າງເລິກເຊິ່ງ, ພະນັກງານຈຳນວນໜຶ່ງຍັງຂາດການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ ຂອງພະນັກງານ, ສະມາຊິກພັກ, ຍ້ອນຄະນະພັກແຕ່ລະຂັ້ນ ຍັງບໍ່ທັນຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ, ຍັງຂາດຄວາມເປັນແບບຢ່າງນຳໜ້າ.
ທ່ານດາວສະຫວັນ ເຄືອມີໄຊ ໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າ,ນໍາສະເໜີແນວຄວາມຄິດ,ໂຄງສ້າງບົດທີ່ຮັດກຸມ,ເພື່ອຊອກໃຫ້ເຫັນເຖິງເນື້ອແທ້ຂອງບັນຫາທີ່ຈະຄົ້ນຄວ້າ, ເປັນບ່ອນອີງໃຫ້ແກ່ການດຳເນີນການຄົ້ນຄວ້າລົງເລິກ,ເອົາໃຈໃສ່ໃນການຄິດຫງຳ,ໃຫ້ການປະກອບຄຳເຫັນເພີ່ມເຕີມ ໃຫ້ແກ່ໂຄງສ້າງບົດວິທະຍາສາດຢ່າງກົງໄປກົງມາເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ,ສຳມະນາວິທະຍາສາດໃນຄັ້ງນີ້ສາມາດຮັບປະກັນໄດ້ທັງລັກສະນະວິທະຍາສາດ,ຖືກຕ້ອງຕາມຄວາມເປັນຈິງ ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຄົ້ນຄວ້າ ແລະ ຂຽນບົດໃຫ້ມີຄວາມເລິກເຊິ່ງເຖິງຖອງ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານ ຫົວຂໍ້ບຸກທະລຸດ້ານແນວຄິດ,ຈິດຕະນາການໃຫ້ແກ່ພະນັກງານ - ສະມາຊິກພັກຢູ່ແຂວງຫຼວງນໍ້າທາ,ຍົກສູງບົດບາດຂອງພະນັກງານໃນການນໍາພາສ້າງເສດຖະກິດຕະຫຼາດຢູ່ແຂວງ
ຜົ້ງສາລີ, ຍົກສູງບົດບາດການນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພະນັກງານແຂວງບໍ່ແກ້ວ, ຍົກສູງຄວາມສາມາດປະດິດສ້າງຂອງພະນັກງານໃນການພັດທະນາເສດຖະກິດຢູ່ແຂວງຫຼວງພະບາງ, ສ້າງຄວາມເຂັ້ມ
ແຂງຂອງການຄຸ້ມຄອງລັດ ໃນເງື່ອນໄຂເສດຖະກິດຕະຫຼາດຢູ່ແຂວງອຸດົມໄຊ,ຍົກສູງຄຸນທາດການເມືອງ, ຄຸນ
ສົມບັດສິນທຳປະຕິວັດໃຫ້ພະນັກງານສະມາຊິກພັກຢູ່ແຂວງໄຊຍະບູລີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. 
      ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນຢ່າງສ້າງສັນ ເພື່ອເຮັດໃຫ້ຮ່າງບົດດັ່ງກ່າວມີເນື້ອໃນສົມບູນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບປະໂຫຍດສູງສຸດ. 
ຂ່າວ: ອຸ້ມ ສົມນໍ່ວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ