ປູກຜັກປອດສານພິດຂາຍກາຍເປັນຄອບຄົວຕົວແບບຂອງເມືອງພຽງ

ປູກຜັກປອດສານພິດຂາຍກາຍເປັນຄອບຄົວຕົວແບບຂອງເມືອງພຽງ
ເຖິງວ່າຈະມີເນື້ອທີ່ດິນທໍາການຜະລິດໜ້ອຍພຽງແຕ່ 0,20 ເຮັກຕາ ກໍຕາມ ແຕ່ຍ້ອນຄວາມດຸໝັ່ນຂະຫຍັນພຽນ ພ້ອມພຽງຮຽງໜ້າກັນສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນ ຈົນກາຍເປັນຄອບຄົວຕົວແບບໃນການປູກຜັກປອດສານພິດຂອງບ້ານສົມສະຫວັນ.
ຄອບຄົວຂອງ ທ່ານ ໄຊພອນ ພົງສະຫວັນ ອາຍຸ 49 ປີ ພາຍໃນຄອບຄົວມີນໍາກັນ 3 ຄົນ ແຮງງານຕົ້ນຕໍມີ 3ຄົນ ປະຊາຊົນບ້ານ ສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີໄດ້ເລົ່າໃຫ້ຟັງວ່າ: ໃນເມື່ອກ່ອນຍັງບໍ່ທັນເຮັດສວນຜັກ ຄອບຄົວຂອງຂ້າພະເຈົ້າແມ່ນເຮັດນາ ໃນເນື້ອທີ່ 0,60 ເຮັກຕາ ຜົນຜະລິດແຕ່ລະປີໄດ້ 1 ໂຕນກວ່າ, ນອກຈາກການເຮັດນາແລ້ວ ສະເພາະຕົນເອງຍັງໄດ້ເຮັດອາຊີບເສີມວຽກກໍ່ສ້າງ ໃນໄລຍະນັ້ນຊີວິດການເປັນຢູ່ຂອງຄອບຄົວ ພໍແຕ່ກຸ້ມກິນໄປວັນໆ. ຍ້ອນພັກລັດມີແນວທາງນະໂຍບາຍທີ່ຖືກຕ້ອງ ໂດຍສະເພາະແມ່ນສົ່ງເສີມການປູກ-ການລ້ຽງໃຫ້ຫຼາຍກາຍເປັນສິນຄ້າຕາມເງື່ອນໄຂ ຈຸດພິເສດພື້ນຖານຂອງທ້ອງຖິ່ນ ກໍຄືຂອງຄອບຄົວ ດັ່ງນັ້ນຕົນເອງກໍໄດ້ປຶກສາກັບຄອບຄົວ ວາງແຜນເພື່ອຈະພ້ອມກັນເຮັດສວນປູກຜັກຂາຍ ຊຶ່ງໄດ້ເລີ່ມແຕ່ປີ 2007 ເປັນຕົ້ນມາ ໃນເນື້ອທີ່ 0,20 ເຮັກຕາ ຢູ່ໃກ້ເຮືອນຂອງຕົນ, ໃນໄລຍະເວລານັ້ນແມ່ນປູກແບບທໍາມະຊາດ ບໍ່ມີເຮືອນຮົ່ມ. ໃນສວນໄດ້ປູກຜັກກາດ, ຜັກສະລັດ 3 ເດືອນໃດຕັດອອກຂາຍ ລວມແລ້ວປີໜຶ່ງໄດ້ຂາຍຜັກ 4 ຊຸດ ຈະມີລາຍຮັບໃນຊ່ວງເວລານັ້ນແມ່ນ 20-30 ລ້ານກວ່າກີບຕໍ່ປີ. ແຕ່ຍ້ອນການບໍລິໂພກຂອງສັງຄົມນັບມື້ນັບເພີ່ມຂຶ້ນຫຼາຍ ບວກໃສ່ຕົນເອງກໍມີປະສົບການເຮັດສວນມາຫຼາຍປີ ເຊັ່ນການກຽມດິນ, ການບົວລະບັດຮັກສາ, ການໃສ່ຝຸ່ນ ແລະ ວິທີກໍາຈັດວັດສະພືດ (ຫຍ້າ) ຕົນເອງຈຶ່ງຫັນມາເຮັດສວນປູກຜັກດ້ວຍເຮືອນຮົ່ມ1 ຫຼັງ ຂະໜາດ 7x13 ແມັດ, ເລີ່ມປີ 2019 ເປັນຕົ້ນມາ ແລະ ໄດ້ປູກຜັກຫຼາຍຊະນິດ ເປັນຕົ້ນຜັກຕັງໂອ, ຜັກກາດໜາ, ຜັກຄາວທອງ, ຜັກສະລັດ; ສ່ວນການຈໍາໜ່າຍແຕ່ລະຊຸດແມ່ນໃຫ້ຄອບຄົວໄປນັ່ງຂາຍຢູ່ຕະຫຼາດ ບ້ານສົມສະຫວັນ ຂາຍເປັນມັດ ຫຼືເປັນກິໂລ, ກິໂລໜຶ່ງບໍ່ຫຼຸດ 5 ພັນກີບ, ຂຶ້ນຕາມລະດູການ ຖ້າເປັນລະດູແລ້ງຈະໄດ້ຂາຍໃນລາຄາປະມານ 10 ພັນ ຫາ 15 ພັນກີບ/ກິໂລກຣາມ, ສັງລວມແລ້ວໃນປີໜຶ່ງຄອບຄົວຂອງເພິ່ນແມ່ນມີລາຍຮັບທັງໝົດ 75 ລ້ານກີບ. 
ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ທາງຄອບຄົວຂອງຂ້າພະເຈົ້າ ແມ່ນຈະສືບຕໍ່ປູກຜັກຂາຍ ແລະ ຈະຂະຫຍາຍເຮືອນຮົ່ມອອກຕື່ມ 1 ຫຼັງ ເປັນ 2 ຫຼັງ ຈາກຄວາມບຸກບືນສູ້ຊົນ ຈຶ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າໄດ້ກາຍເປັນຄອບຄົວຕົວແບບຂອງບ້ານສົມສະຫວັນ ໃນການປູກຜັກປອດສານພິດຂາຍ ແລະ ໃນປີ 2023 ຜ່ານມານີ້ຄອບຄົວຂອງຂ້າພະເຈົ້າກາຍເປັນຄອບຄົວຕົວແບບ ຂອງເມືອງພຽງ ໃນການປູກຜັກຂາຍຕະຫຼອດປີ ທັງປອດສານເຄມີ ເພາະໃຊ້ຝຸ່ນຄອກ ແລະ ຝຸ່ນຊີວະພາບ. 
ຂ່າວ-ພາບ: ບຸນທີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຄະນະນຳກອງບັນຊາການ ປກສ ແຂວງຈຳປາສັກ ໃນວັນທີ 18 ພຶດສະພາຜ່ານມາ, ໃຫ້ກຽດຕ້ອນຮັບຂອງສະຫາຍ ພົຈວ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ກົມທະບຽນສານ ກະຊວງຍຸຕິທໍາ ຮ່ວມກັບພະແນກຍຸຕິທໍາແຂວງຈໍາປາສັກ ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບວຽກງານທະບຽນສານ (ສະບັບປັບປຸງ) ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການເປັນປະທານຮ່ວມຂອງທ່ານ ສອນສະຫວັນ ສີວິໄລ ຫົວໜ້າພະແນກຍຸຕິທໍາແຂວງຈຳປາສັກ, ມີທ່ານ ບຸນທິດາ ພົມສະຫວັນ ຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.
ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ໃນວັນທີ 19 ພຶດສະພາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ສູນກະສິກໍາສະອາດ ຈັດຝຶກອົບຮົມໃຫ້ເປັນຄູຝຶກ ກ່ຽວກັບການທົບທວນຄືນເຕັກນິກການຜະລິດພືດຜັກ ແລະ ການວິໄຈ, ການປ້ອງກັນພະຍາດ-ແມງໄມ້ ສຳລັບພືດຜັກ ທີ່ເປັນມິດຕໍ່ສິ່ງແວດລ້ອມ; ການ ຜະລິດພືດຜັກທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນການຜະລິດໃນໄລຍະລະດູຝົນ ກໍຄືເດືອນມີນາ ຫາ ເດືອນກັນຍາ ເນື່ອງຈາກໃນໄລຍະນີ້ແມ່ນສະພາບດິນຟ້າອາກາດບໍ່ເໝາະສົມຕໍ່ການຜະລິດ ໝາກເລັ່ນ, ໝາກເຜັດ, ຜັກກະລໍ່າປີ ແລະ ຜັກບົ່ວແບ່ງ ເພາະວ່າໃນໄລຍະນີ້ມີການລະບາດຂອງພະຍາດ ແລະ ແມງໄມ້ເປັນສ່ວນໃຫຍ່ ເຮັດໃຫ້ພືດຜັກມີຄວາມເສຍຫາຍ, ຜົນຜະລິດຫຼຸດລົງ ແລະ ບໍ່ສາມາດຕອບສະ ໜອງໃຫ້ຜູ້ບໍລິໂພກພາຍໃນຢ່າງພຽງພໍ ໃນໄລຍະລະດູຝົນແມ່ນຕ້ອງໄດ້ນໍາໃຊ້ສານເຄມີຫຼາຍ ເຮັດໃຫ້ມີຄວາມສ່ຽງຂອງການຕົກຄ້າງສານເຄມີໃນຜົນຜະລິດ, ການປ້ອງກັນພືດ ກໍເປັນວຽກງານໜຶ່ງ ທີ່ເນັ້ນໃສ່ການຜະລິດແບບກະສິກໍາສະອາດ ໂດຍສະເພາະກະສິກຳອິນຊີ ແລະ ກະສິກໍາທີ່ດີ.
2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສີ່ງແວດລ້ອມແຫ່ງຊາດ ວັນທີ່ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູ​ປ່າໃຫ້ໄດ້ 1 ລ້ານເບ້ຍ, ເນື້ອທີ່ 300 ກວ່າເຮັກຕາ.
ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ