ປູກພືດກະສິກໍາຂາຍ ສ້າງລາຍຮັບເຂົ້າຄອຍຄົວໄດ້ເກືອບ 200 ລ້ານຕໍ່ປີ.

ປູກພືດກະສິກໍາຂາຍ ສ້າງລາຍຮັບເຂົ້າຄອຍຄົວໄດ້ເກືອບ 200 ລ້ານຕໍ່ປີ.

ປູກພືດກະສິກໍາຂາຍ ສ້າງລາຍຮັບເຂົ້າຄອຍຄົວໄດ້ເກືອບ 200 ລ້ານຕໍ່ປີ.
ຄອບຄົວຂອງທ່ານ ນາງ ຄຳຫຼ້າ ທອງສະບາ ປະຊາຊົນຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນ, ຮັກມັກ ແລະ ມີຄວາມຕັ້ງໃຈໃນການປູກ-ການລ້ຽງ ສ້າງເສດຖະກິດຄອບຄົວຂອງຕົນ. ໃນເມື່ອກ່ອນຜູ້ກ່ຽວແມ່ນມີອາຊີບເປັນພະນັກງານເຮັດວຽກກ່ຽວກັບຂົວ-ທາງ

 ພາຍຫຼັງທີ່ໄດ້ພັກຜ່ອນແລ້ວ ດ້ວຍໃຈຮັກມັກດ້ານການປູກຝັງ-ລ້ຽງສັດ ບວກກັບຕົນເອງມີດິນຕອນໜຶ່ງຢູ່ບ້ານແລ້ງ. ໃນປີ 1998 ຈຶ່ງໄດ້ມີແນວຄິດຢາກປູກໝາກພ້າວນໍ້າຫອມ ແລະ ປູກພືດແບບປະສົມປະສານ ຊຶ່ງໄດ້ເລີ້ມສຶກສາຄົ້ນຄວ້າຊອກຫາຂໍ້ມູນ, ວິທີການ, ຂັ້ນຕອນການປູກໝາກພ້າວນຳໝູ່ເພື່ອນຜູ້ມີປະສົບການ ແລະ ຄົ້ນຄວ້າຮຽນຮູ້ນໍາເອກະສານຕ່າງໆ. ພໍໄດ້ຄວາມຮູ້ໂດຍພື້ນຖານແລ້ວ ຈຶ່ງໄດ້ຕັດສິນໃຈບຸກເບີກເນື້ອທີ່ດິນສວນຂອງຕົນ ແລະ ໄດ້ໄປຕິດຕໍ່ຊື້ເບ້ຍໝາກພ້າວນຳຜູ້ຮູ້ ໂດຍເລືອກເອົາແນວພັນຢາງຈາກໄທມາປູກຈຳນວນ 300 ເບ້ຍ, ຊຶ່ງໄດ້ບຸກເບີກໜ້າດິນເຮັດເປັນຮ່ອງ, ເປັນແຖວຍາວ ແລະ ຂຸດຂຸມມີຂະໜາດ 30x30 ຊັງຕີແມັດ, ເລິກ 30 ຊັງຕີແມັດ ຊຶ່ງມີໄລຍະຫ່າງຂອງແຖວ 5 ແມັດ, ໄລຍະຫ່າງລະຫວ່າງຕົ້ນ 5 ແມັດ, ຫຼັງຈາກນັ້ນ ໄດ້ຊື້ເບ້ຍມາປູກເພີ້ມອີກ 200 ຕົ້ນ ລວມທັງໝົດ 500 ຕົ້ນ ໃນເນື້ອທີ່ທັງໝົດ 8 ເຮັກຕາ. ໂດຍນຳໃຊ້ທຶນໃນເບື້ອງຕົ້ນ ເຂົ້າໃນການບຸກເບີກສວນ, ຊື້ເບ້ຍໝາກພ້າວ, ການອະນາໄມສວນໝາກພ້າວ ແລະ ອື່ນໆໃນມູນຄ່າ 30 ລ້ານກວ່າກີບ. ພ້ອມທັງເອົາໃຈໃສ່ເບິ່ງແຍງ, ອານາໄມຖາງຫຍ້າ, ຫົດນ້ຳ, ໃຫ້ຝຸ່ນຕົ້ນໝາກພ້າວຢ່າງເປັນປົກກະຕິ ຈົນອາຍຸ 4 ປີ ຈຶ່ງເລີ້ມເກັບຜົນຜະລິດຂາຍ ໃນລາຄາ 15 ພັນ ຫາ 20 ພັນກີບຕໍ່ໜ່ວຍ. ດ້ານການຕະຫຼາດແມ່ນບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ສ່ວນໃຫຍ່ແມ່ນມີຜູ້ມາຊື້ຢູ່ກັບສວນເລີຍ. ນອກນັ້ນ, ຍັງປູກຕົ້ນໝາກກະທັນ, ຫວາຍຂົມ, ປູກພືດຜັກສວນຄົວ, ໝາກເຜັດ, ໝາກນາວ, ໄມ້ໃຫ້ໝາກອື່ນໆ ຕິດພັນກັບການລ້ຽງງົວ, ຄວາຍ, ລ້ຽງເປັດ, ໄກ່, ປາ ແລະ ອື່ນໆ. ສາມາດສ້າງລາຍຮັບຈາກການຂາຍໝາກພ້າວ, ຫວາຍຂົມ, ໝາກກະທັນ, ສັດລ້ຽງ ແລະ ຜົນຜະລິດອື່ນໆ ສະເລ່ຍແລ້ວເປັນເງິນ 150-200 ລ້ານກວ່າກີບຕໍ່ປີ.

ສຳລັບປີນີ້, ແມ່ນມີລາຍຮັບຈາກການຂາຍພືດຜົນຜະລິດ, ສັດລ້ຽງທັງໝົດ 250 ລ້ານກວ້າກີບ ລວມລາຍຮັບທັງໝົດ 5 ປີຜ່ານມາ ສາມາດສ້າງລາຍຮັບເຂົ້າຄອບຄົວທັງໝົດເກືອບ 800 ລ້ານກີບ ໄດ້ເຮັດໃຫ້ສະພາບເສດຖະກິດ, ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນເລື້ອຍໆ.

ທ່ານ ນາງ ຄຳຫຼ້າ ທອງສະບາ ຍັງໄດ້ກ່າວອີກວ່າ: ເຄັດລັບໃນການຮັກສາໝາກພ້າວໃຫ້ມີໝາກຫຼາຍ ແລະ ອອກໝາກເປັນປົກກະຕິ ເວລາປູກໝາກພ້າວໃໝ່ຕ້ອງໃຫ້ໄລຍະຫ່າງລະຫວ່າງຕົ້ນໝາກພ້າວປະມານ 7 ແມັດ, ໄລຍະຫ່າງຂອງແຖວ 5 ແມັດ, ໃສ່ຝຸ່ນຄອກຕົ້ນລະ 1 ກະສອບ, ເກືອເຄີ່ງກິໂລຕໍ່ຕົ້ນໃສ່ປີລະ 2 ເທື່ອ ບວກກັບການບົວລະບັດຮັກສາ, ຖາງຫຍ້າອະນາໄມ, ຫົດນ້ຳໃຫ້ພຽງພໍ ເວລາໝາກພ້າວໝາກໃຫ້ນຳເຊືອກ ຫຼື ຂໍເຫຼັກ ໄປເກາະເອົາແຊງໝາກພ້າວ ຫ້ອຍກັບກ້ານຂອງໃບໄວ້ ເພື່ອໃຫ້ແຊງສາມາດຮັບນ້ຳໜັກຂອງໝາກພ້າວໄວ້ໄດ້ດີ ຈະເຮັດໃຫ້ໝາກພ້າວສົມບູນ, ມີໝາກຫຼາຍ ແລະ ມີລົດຊາດຫວານຫອມ ສິ່ງສຳຄັນແມ່ນເລື່ອງການໃຫ້ຢາປ້ອງກັນພະຍາດຢ່າງເປັນປົກກະຕິ. ສຳລັບໃນຕໍ່ໜ້າ ຈະຂະຫຍາຍເນື້ອທີ່ ແລະ ປູກພືດຜັັກ, ຕົ້ນໄມ້ໃຫ້ໝາກໃຫ້ມີຄວາມຫຼາກຫຼາຍ ຄົບຖ້ວນແບປະສົມປະສານຫຼາຍຂຶ້ນ,

(ໂດຍ: ທອງເພັດ ບົວສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ