ປູກຕົ້ນໄມ້ ຕ້ອນຮັບວັນສ້າງຕັ້ງ ມຊ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ປູກຕົ້ນໄມ້ ຕ້ອນຮັບວັນສ້າງຕັ້ງ ມຊ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ປູກຕົ້ນໄມ້ ຕ້ອນຮັບວັນສ້າງຕັ້ງ ມຊ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປູກຕົ້ນໄມ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນເດັກນ້ອຍສາກົນ (1 ມິຖຸນາ) ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ການນໍາຂັ້ນສູງ, ບັນດາກະຊວງ ພ້ອມດ້ວຍພະນັກງານຄູ-ອາຈານນັກສຶກສາ-ເຍົາວະຊົນເຂົ້າຮ່ວມ.
ປກຕນໄມ ຕອນຮບວນສາງຕງ ມຊ, ວນເດກນອຍສາກນ ແລະ ວນປກຕນໄມແຫງຊາດ - image 1
 

ໃນພິທີ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ ກ່າວວ່າ: ປ່າໄມ້ມີບົດບາດສໍາຄັນຕໍ່ຊີວິດຂອງມວນມະນຸດ. ປ່າໄມ້ບໍ່ພຽງແຕ່ເປັນ “ປອດຂອງໂລກ” ເທົ່ານັ້ນ, ແຕ່ຫາກຍັງເປັນແຫຼ່ງຊັບພະຍາກອນອັນລໍ້າຄ່າທີ່ສະໜອງນໍ້າ, ດິນທີ່ອຸດົມສົມບູນ, ຊີວະນາໆພັນ, ອາກາດທີ່ສະອາດ, ວັດຖຸດິບ ແລະ ຜະລິດຕະພັນປ່າໄມ້ ຕະຫຼອດທັງເປັນບ່ອນສ້າງອາຊີບ ແລະ ລາຍຮັບໃຫ້ປະຊາຊົນລາວບັນດາເຜົ່າ. ພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກ ນ້ອຍສາກົນ. ຄວາມໝາຍອັນເລິກເຊິ່ງຂອງວັນດັ່ງກ່າວ ແມ່ນການເຊື່ອມໂຍງລະຫວ່າງອະນາຄົດຂອງຊາດ ກັບອະນາຄົດຂອງທຳມະຊາດ ການທີ່ເດັກນ້ອຍ ແລະ ເຍົາວະຊົນ ຊຶ່ງປຽບເໝືອນ “ດອກໄມ້ຂອງຊາດ” ໄດ້ຮັບການປູກຝັງໃຫ້ມີຈິດໃຈຮັກຕົ້ນໄມ້-ປ່າໄມ້ ຕັ້ງແຕ່ນ້ອຍນັ້ນ ກໍຄືການລົງທຶນແບບຍືນຍົງ ເພື່ອຮັກສາ “ຄໍາຂຽວຂອງຊາດ” ໃຫ້ຍືນຍົງ ຕາມຄໍາສອນຂອງທ່ານປະທານ ໄກສອນ ພົມວິຫານ.

ປກຕນໄມ ຕອນຮບວນສາງຕງ ມຊ, ວນເດກນອຍສາກນ ແລະ ວນປກຕນໄມແຫງຊາດ - image 2
 

ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້, ເພື່ອສະຫຼອງວັນປູກໄມ້ແຫ່ງຊາດ ຄົບຮອບ 46 ປີ ເພື່ອລະດົມກໍາລັງໃຈຂອງພະນັກງານຄູ-ອາຈານ ແລະ ນັກສຶກສາ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປູກ ແລະ ບຳລຸງຮັກສາຕົ້ນໄມ້, ຟື້ນຟູປ່າ ແລະ ປົກປັກຮັກສາສິ່ງແວດລ້ອມ; ເພື່ອປັບປຸງ-ສ້າງສະພາບແວດລ້ອມໃນພື້ນທີ່ນີ້ໃຫ້ມີຄວາມຊຸ່ມຊື່ນຂຽວສົດໃສ ເພື່ອກະກຽມໃຫ້ການສ້າງອະນຸສອນສະຖານປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າສໍານັກງານ ມຊ ແຫ່ງນີ້; ເພື່ອເປັນການປະກອບສ່ວນສ້າງຂະບວນການໃຫ້ມີບັນຍາ ກາດ ເພື່ອຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ຊັບພະຍາກອນປ່າໄມ້ໃນປະເທດເຮົາ ໂດຍທົ່ວໄປແມ່ນຍັງປະເຊີນກັບສິ່ງທ້າທາຍ ເປັນຕົ້ນແມ່ນບັນຫາການຫັນປ່ຽນທີ່ດິນປ່າໄມ້, ການຖາງປ່າເຮັດໄຮ່, ໄຟໄໝ້ລາມປ່າ, ການລັກລອບຕັດໄມ້ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ຊຶ່ງບັນດາຂະແໜງການຕ່າງໆ ຂອງລັດຈະຕ້ອງໄດ້ຮ່ວມກັນແກ້ໄຂຢ່າງຈິງຈັງ ແລະ ຮີບດ່ວນ. ມຊ ພ້ອມທີ່ຈະເປັນສູນກາງໃນການຄົ້ນຄວ້າ, ຖ່າຍທອດອົງຄວາມຮູ້ກ່ຽວກັບການອະນຸລັກ ແລະ ການນໍາໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ, ພ້ອມທັງສົ່ງເສີມໃຫ້ນັກສຶກສາມີສ່ວນຮ່ວມໃນການປູກຈິດສໍານຶກສູ່ສັງຄົມ.

ປກຕນໄມ ຕອນຮບວນສາງຕງ ມຊ, ວນເດກນອຍສາກນ ແລະ ວນປກຕນໄມແຫງຊາດ - image 3
 

ມຊ ມີວິໄສທັດທີ່ວ່າ: ກາຍເປັນສູນການສຶກສາ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳມາດຕະຖານພາກພື້ນ ແລະ ສາກົນ. ປັດຈຸບັນ ມຊ ມີ 13 ຄະນະວິຊາ, 2 ສະຖາບັນ, ມີພະນັກງານຄູ-ອາຈານທັງໝົດ 1,432 ທ່ານ, ມີນັກສຶກສາ 14,564 ຄົນ, ມີຫຼັກສູດທັງໝົດ 263 ຫຼັກ ສູດ. ໃນນັ້ນ, ຫຼັກສູດປະລິນຍາເອກ 14 ຫຼັກສູດ, ຫຼັກສູດປະລິນຍາໂທ 74 ຫຼັກສູດ ແລະ ມີຫຼັກສູດນານາຊາດ ມີ 4 ຫຼັກສູດ. ປີ 2026 ນີ້ ເປັນປີຄົບຮອບ 30 ປີຂອງການສ້າງຕັ້ງ ມຊ. ສະນັ້ນ, ຈຶ່ງໄດ້ກະກຽມຈັດງານສະເຫຼີມສະຫຼອງຄັ້ງໃຫຍ່, ບັນດາຄະນະວິຊາ ແລະ ສະຖາບັນພວມຮ່ວມແຮງຮ່ວມໃຈກັນຈັດຕັ້ງກິດຈະກຳທີ່ຫຼາກຫຼາຍ ລວມທັງກິດຈະກໍາວິຊາການ ແລະ ກິດຈະກຳນອກຫຼັກສູດຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນ, ທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ກໍໄດ້ໃຫ້ກຽດນໍາພາປູກຕົ້ນໄມ້ ເພື່ອເປັນສິລິມຸງຄຸນໃຫ້ພິທີໃນຄັ້ງນີ້.

ປກຕນໄມ ຕອນຮບວນສາງຕງ ມຊ, ວນເດກນອຍສາກນ ແລະ ວນປກຕນໄມແຫງຊາດ - image 4
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວສືກສາ-ກິລາ

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ວັນທີ 5 ພະຈິກຜ່ານມາ,ທີ່ວິທະຍາໄລຄູປາກເຊ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ (ຊື່ເກົ່າ: ວິທະຍາໄລຄູປາກເຊ) ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າວັນ ວົງຄໍາສານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກົມສຶກສາຊັ້ນສູງ, ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ແຂວງເຊກອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ກອງວັດທະນະທຳ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກຳສົ່ງເສີມການອ່ານຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ໂຮງຮຽນປະຖົມສົມບູນບ້ານດອນໃຜ່ ເມືອງສະໜາມໄຊ, ໃຫ້ກຽດເຂົ້າຮ່ວມມີທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທີມງານຈັດກິດຈະກຳຈາກກອງວັດທະນະທຳ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ