ປຶກສາຫາລື ການຈັດພິທີອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານຢູ່ວັດປ່າຜາໂອ ນະຄອນ ຫຼວງພະບາງ

ປຶກສາຫາລື ການຈັດພິທີອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານຢູ່ວັດປ່າຜາໂອ ນະຄອນ ຫຼວງພະບາງ

ປຶກສາຫາລື ການຈັດພິທີອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານຢູ່ວັດປ່າຜາໂອ ນະຄອນ ຫຼວງພະບາງ
ກອງປະຊຸມປຶກສາຫາລື ພິທີອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານ ເປັນພະປະທານໃນພັດທະສິມາວັດປ່າຜາໂອ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 19 ພຶດສະພາຜ່ານມາ ທິ່ຫ້ອງປະຊຸມແນວລາວສ້າງຊາດແຂວງຫຼວງພະບາງ ໂດຍເປັນປະທານຮ່ວມຂອງ ສາທຸໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ເຈົ້າອະທິການວັດປ່າຜາໂອ, ມີທ່ານ ບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

 

 

ໃນກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການກໍ່ສ້າງ ແລະ ຫຼໍ່ພະເຈົ້າໃຫຍ່ອົງຫຼວງຜາສຸກ ທີ່ມີໜ້າຕັກກວ້າງ 3 ແມັດ 20 ຊັງຕີແມັດ, ສູງ 4 ແມັດ 20 ຊັງຕີແມັດ, ມີນ້ຳໜັກທັງໝົດ 2,800 ກິໂລ, ມູນຄ່າ 1 ຕື້ 575 ລ້ານກີບ. ປັດຈຸບັນສໍາເລັດແລ້ວຫຼາຍກວ່າ 80%. ຈາກນັ້ນ, ໄດ້ຮັບຟັງແຜນການອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ ຊຶ່ງຈະໄດ້ມີພິທີອັງເຊີນແຫ່ຈາກໂຮງຫຼໍ່ ຢູ່ນະຄອນຫຼວງວຽງຈັນ ມາປະດິດສະຖານໃນພັດທະສິມາວັດຜາໂອ ໃນລະຫວ່າງວັນທີ 18-19 ມິຖຸນາ 2025 ທີ່ຈະມາເຖິງນີ້, ພາຍຫຼັງມາຮອດ ນະຄອນ ຫຼວງພະບາງ ຈະມີພິທີແຫ່ຈາກຕົວເມືອງໄປຫາວັດປ່າຜາໂອ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ມີຄຳເຫັນ ແລກປ່ຽນກ່ຽວກັບບັນດາໜ້າວຽກ ທີ່ຈະຈັດຕັ້ງປະຕິບັດ. ຜ່ານການປະກອບຄຳເຫັນ ໄດ້ມີການຮັບຮອງເອົາບາງບັນຫາ ໂດຍເຫັນດີສະເໜີທ່ານເຈົ້າແຂວງ ອອກຂໍ້ຕົກລົງລະດັບແຂວງ ແຕ່ງຕັ້ງຄະນະຮັບຜິດຊອບພິທີອັງເຊີນພະເຈົ້າໃຫຍ່ອົງຫຼວງຜາສຸກ, ເຫັນດີເຮັດໜັງສືແຈ້ງອົງການປົກຄອງແຂວງວຽງຈັນ ໄດ້ຮັບຮູ້ກ່ຽວກັບຂະບວນແຫ່ພະເຈົ້າໃຫຍ່ອົງຫຼວງຜາສຸກ ເພາະຂະບວນແຫ່ຈະໄດ້ເດີນທາງຜ່ານບັນດາເມືອງຂອງແຂວງວຽງຈັນ, ເຫັນດີກຳນົດເສັ້ນທາງ ທີ່ຈະມີຂະບວນແຫ່ພະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາສູ່ນະຄອນ ຫຼວງພະບາງ ໃນວັນທີ 18 ມິຖຸນາ 2025 ແລ້ວນໍາໄປປະດິດສະຖານພັກແຮມ ຢູ່ສວນສາທາລະນະລ້ານຊ້າງ, ໃນຕອນຄໍ່າຈະມີການຄົບງັນຕາມປະເພນີຫຼວງພະບາງ, ຕອນເຊົ້າວັນທີ 19 ມິຖຸນາ 2025 ຈິ່ງມີພິທີອັງເຊີນ ແຫ່ຂະບວນຈາກສວນສາທາລະນະລ້ານຊ້າງ ໄປປະດິດສະຖານໃນພັດທະສິມາວັດປ່າຜາໂອ. ເຫັນດີໃຫ້ຄະນະກໍາມະການຮັບຜິດຊອບ ກຳນົດພິທີການແຫ່ພະເຈົ້າໃຫຍ່ອົງຫຼວງຜາສຸກ ຕະຫຼອດເສັ້ນທາງ ໃຫ້ມີການເສບດົນຕີພື້ນເມືອງລາວ ແລະ ການຄົບງັນຕາມປະເພນີອັນດີງາມ ຂອງຊາວນະຄອນ ຫຼວງພະບາງ ແລະ ມີການໂຄສະນາ ຜ່ານສື່ມວນຊົນໃຫ້ມວນຊົນໄດ້ຮັບຮູ້ກ່ຽວກັບເຫດການອັນສຳຄັນໃນຄັ້ງນີ້ ຢ່າງທົ່ວເຖິງ. ເຫັນດີໃຫ້ມີການຮັກສາຄວາມສະຫງົບປອດໄພ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພິທີອັງເຊີນແຫ່ພະເຈົ້າໃຫຍ່ອົງຫຼວງຜາສຸກ ໂດຍມອບໃຫ້ເຈົ້າໜ້າທີ່ກຳນົດແຜນການຮັກສາຄວາມສະຫງົບ ຕະຫຼອດເສັ້ນທາງ ຢ່າງລະອຽດຊັດເຈນ.

(ແຫຼ່ງຂ່າວ: ສາທຸ ຄຳຫຼ້າ, ພາບ: ເພັດສາຄອນ ສີມມະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ