ທ່ານ ມິຊູສຕິນ ກ່າວໃນກອງປະຊຸມລັດຖະບານວ່າ: ແຜນການດັ່ງກ່າວ ຍັງລວມມີການກໍ່ສ້າງ ແລະ ປັບປຸງທາງລົດໄຟ ປະມານ 4,500 ກິໂລແມັດ ແລະ ທາງຫຼວງ 2,000 ກວ່າກິໂລແມັດ ລວມທັງການຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 800 ກວ່າກິໂລແມັດ ແລະ ສາຍ Fiber optic ເກືອບ 20,000 ກິໂລແມັດ.
ກະຊວງການພັດທະນາເສດຖະກິດຂອງຣັດເຊຍ ລະບຸວ່າ: ຂະໜາດຂອງການກໍ່ສ້າງທີ່ວາງແຜນໄວ້ນີ້ແມ່ນບໍ່ເຄີຍມີມາກ່ອນ, ໂດຍຈະມີການລົງທຶນເກືອບ 20 ພັນຕື້ຣູເບີນ ໃນປີ 2036 ຊຶ່ງເທົ່າກັບເກືອບ 10% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຣັດເຊຍໃນປັດຈຸບັນ.
ຄໍາເຫັນ