ຣີສອດ “ໄຕຢວນຢີ້ຈ້ານ” ບ່ອນພັກເຊົາຕາມເສັ້ນທາງທ່ອງທ່ຽວລາວ-ຈີນ

ຣີສອດ “ໄຕຢວນຢີ້ຈ້ານ” ບ່ອນພັກເຊົາຕາມເສັ້ນທາງທ່ອງທ່ຽວລາວ-ຈີນ
ຣີສອດ “ໄຕຢວນຢີ້ຈ້ານ” ຕັ້ງຢູ່ເຂດພູດອຍຂອງຕາແສງ ບໍ່ຫານ ເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ ແຂວງຢຸນນານ, ມີບັນຍາກາດທຳມະຊາດ ທີ່ສວຍງາມ, ການປະດັບປະດາຕາມຮີດຄອງປະເພນີຂອງເຜົ່າລື້ ໄດ້ດຶງດູດນັກທ່ອງທ່ຽວ ຈາກປະເທດຕ່າງໆໃນໂລກ.
ທ່ານ ຈູ່ເຈ່ຍຜິງ (Zhu Jiaping) ເຈົ້າຂອງຣີສອດ ເປັນຄົນນະຄອນຊຽງໄຮ້ ສປ ຈີນ, ແຕ່ກ່ອນ, ໄດ້ເຮັດທຸລະກິດຢູ່ນະຄອນຊຽງໄຮ້ ມາໂດຍຕະຫຼອດ. ໃນປີ 2014, ຍ້ອນມີໂອກາດທີ່ດີ, ທ່ານໄດ້ຊື້ດິນຢູ່ຕາມບ້ານເຜົ່າລື້ ໃກ້ກັບຕາແສງບໍ່ຫານ ແລ້ວປຸກສ້າງຣີສອດຂອງຕົນ. ທ່ານ ຈູ່ເຈ່ຍຜິງ ກ່າວວ່າ, ເມື່ອກ່ອນ, ຄົນທັງຫຼາຍບໍ່ຮູ້ວ່າບໍ່ຫານຢູ່ໃສ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ, ເຮັດໃຫ້ນັກທ່ອງທ່ຽວມາທ່ຽວບໍ່ຫານນັບມື້ນັບຫຼາຍຂຶ້ນ.
ທ່ານ ຈູ່ເຈ່ຍຜິງ ກ່າວວ່າ: “ແຂກສ່ວນຫຼາຍແມ່ນສັ່ງຈອງຣີສອດ ຜ່ານທາງ ອິນເຕີເນັດ, ກໍມີນັກທ່ອງທ່ຽວ ອາເມຣິກາ ແລະ ເອີຣົບ ມາພັກເຊົາຢູ່ນີ້ເປັນປະຈຳ, ມີນັກທ່ອງທ່ຽວຫຼາຍຄົນ ກ່ອນຈະເດີນທາງໄປທ່ຽວປະເທດລາວ, ກໍມາພັກຢູ່ຣີສອດແຫ່ງນີ້.” ທ່ານກ່າວວ່າ, ຈຸດປະສົງໃນການສ້າງຣີສອດແຫ່ງນີ້ ເບື້ອງຕົ້ນຄິດວ່າ ເມື່ອອາຍຸຂອງຕົນສູງຂຶ້ນ ຈະນັດໝູ່ເພື່ອນມາແວ່ພັກເຊົາຊື່ໆ ແຕ່ໄລຍະຫຼັງໆມານີ້, ມີນັກທ່ອງທ່ຽວມາພັກຢູ່ຣີສອດແຫ່ງນີ້ ນັບມື້ນັບຫຼາຍຂຶ້ນຈົນບໍ່ມີຫ້ອງວ່າງຮອງຮັບ.
ນາງ ວາງ ນັກທ່ອງທ່ຽວ ທີ່ມາຈາກແຂວງເຈີ້ຈ່ຽງ ສປ ຈີນ ກ່າວ ວ່າ: “ພວກເຮົາ ກຽມຈະຂີ່ລົດ ໄຟ ລາວ-ຈີນ ໄປທ່ຽວປະເທດລາວ, ໄດ້ແວ່ຜ່ານບໍ່ຫານ, ໄດ້ສັ່ງຈອງ ຣີສອດ “ໄຕຢວນ ຢີ້ຈ້ານ” ຜ່ານທາງອິນເຕີເນັດ. ຣີສອດແຫ່ງນີ້ ມີສະພາບແວດລ້ອມທີ່ງຽບສະຫງົບ, ມີເຮືອນຮ້ານເຜົ່າລື້, ມີຕູບ ແລະ ສະລອຍນ້ຳ, ເຈົ້າຂອງ ຍັງຊ່ວຍແຂກແລ່ນເອກະສານໄປທ່ຽວປະເທດລາວ ອີກດ້ວຍ.”
ທ່ານ ຈູ່ເຈ່ຍຜິງ ກ່າວວ່າ, ໃນອະນາຄົດ, ທ່ານ ຫວັງວ່າ, ຣີສອດ “ໄຕຢວນຢີ້ຈ້ານ” ຈະກາຍເປັນບ່ອນພັກເຊົາຂອງນັກທ່ອງທ່ຽວລາວ ທີ່ເຂົ້າມາທ່ຽວປະເທດຈີນ ແລະ ນັກທ່ອງທ່ຽວຈີນ ທີ່ໄປທ່ຽວປະເທດລາວນັບມື້ນັບຫຼາຍຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ເພີ່ມເຕີມ