ໃນໄລຍະ 4 ປີຜ່ານມາ, ເສດຖະກິດແຫ່ງຊາດຈີນໄດ້ຮັກສາຈັງຫວະການເຕີບໂຕ ສະເລ່ຍ 5.5% ຕໍ່ປີ. ຍອດມູນຄ່າການສົ່ງອອກສິນຄ້າຈາກ 2,600 ຕື້ໂດລາ ເພີ່ມຂຶ້ນເປັນ 3,600 ຕື້ໂດລາ, ມູນຄ່າເພີ່ມຂຶ້ນບັນລຸເຖິງ 1,000 ຕື້ໂດລາ.
ນອກນີ້, ໃນປີ 2024, ທົ່ວສັງຄົມຈີນໄດ້ລົງທຶນຫຼາຍກວ່າ 3,600 ຕື້ຢວນເຂົ້າໃນດ້ານການຄົ້ນຄວ້າພັດທະນາ, ເມື່ອທຽບໃສ່ປີ 2020 ໄດ້ເພີ່ມຂຶ້ນ 48%; ກວມເອົາ 2.68% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ, ສູງກວ່າລະດັບສະເລ່ຍຂອງປະເທດສະມາຊິກສະຫະພາບເອີຣົບ, ຍອດຈຳນວນນັກຄົ້ນຄວ້າພັດທະນາເປັນອັນດັບໜຶ່ງຂອງໂລກ.
ຄໍາເຫັນ