ຫ້ອງການການຜະລິດ ແລະ ຕ່ອງໂສ້ການສະໜອງພະລັງງານຂອງກະຊວງດັ່ງກ່າວລະບຸວ່າ: ປະມານ 500 ລ້ານໂດລາ ຈະຖືກນໍາໃຊ້ເພື່ອຂະຫຍາຍການປຸງແຕ່ງແຮ່ທາດ ແລະ ວັດສະດຸ ລວມທັງການຜະລິດ ແລະ ການນໍາໃຊ້ແບັດເຕີຣີຄືນໃໝ່ໃນສະຫະລັດ ອາເມຣິກາ. ໃນຂະນະທີ່ງົບປະມານອີກ 135 ລ້ານໂດລາ ຈະໄດ້ຮັບການຈັດສັນເພື່ອສະໜັບສະໜູນລະບົບຕ່ອງໂສ້ການສະໜອງແຮ່ທາດຫາຍາກຂອງປະເທດ.
ຫ້ອງການພະລັງງານຟອສຊິວ ແລະ ການຄຸ້ມຄອງກາກບອນ ຂອງກະຊວງດັ່ງກ່າວ ມີແຜນທີ່ຈະຈັດສັນງົບປະມານ 250 ລ້ານໂດລາ ໃຫ້ແກ່ໂຮງງານຕ່າງໆ ລວມທັງໂຮງງານຖ່ານຫີນ ແລະ ອີກ 50 ລ້ານໂດລາ ເພື່ອຍົກລະ ດັບຂະບວນການໃນລະບົບຕ່ອງໂສ້ການສະໜອງແມ່ເຫຼັກແຮ່ທາດທີ່ຫາຍາກ ຊຶ່ງສໍາຄັນຕໍ່ການຜະລິດ semiconductor.
ຄໍາເຫັນ