ການເພີ່ມມາດຕະການໃໝ່ຄັ້ງນີ້ ແມ່ນມີການສັ່ງໃຫ້ຈຳກັດ ແລະ ເຂັ້ມງວດການອອກວີຊາຢ່າງເຕັມຮູບແບບ (Full Restrictions) ສຳລັບ 19 ປະເທດ, ລວມທັງ ສປປ ລາວ, ຊຶ່ງກ່ອນໜ້ານີ້ ສປປ ລາວ ຖືກຈັດຢູ່ໃນລາຍຊື່ປະເທດທີ່ຖືກຈຳກັດການອອກວີຊາບາງສ່ວນ.ມາດຕະການໃໝ່ດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ, ໝາຍຄວາມວ່າ ພົນລະເມືອງລາວທີ່ຖືໜັງສືຜ່ານແດນທົ່ວໄປ ຈະບໍ່ສາມາດໄດ້ຮັບວີຊາເພື່ອເດີນທາງເຂົ້າປະເທດ ສ.ອາເມຣິກາ ໄດ້ໃນທຸກກໍລະນີ, ເນື່ອງຈາກວ່າ ຝ່າຍ ສ.ອາເມຣິກາ ຈະບໍ່ອະນຸຍາດອອກວີຊາໃຫ້ແກ່ ປະຊາຊົນທີ່ມີຈຸດປະສົງຈະເດີນທາງໄປທ່ອງທ່ຽວ, ດຳເນີນທຸລະກິດ, ໄປເຮັດວຽກ, ໄປຝຶກອົບຮົມ ແລະ ສຶກສາ, ພະນັກງານຂອງພາກເອກະຊົນທີ່ຈະໄປຝຶກງານ, ສໍາມະນາ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ ຈະບໍ່ໄດ້ຮັບການພິຈາລະນາການອອກວີຊາ. ການຈຳກັດວີຊາຂໍອະນຸມັດເອົາຄົນໄປຢູ່ນຳ ເຊັ່ນ: ຄູ່ໝັ້ນ, ເອົາລູກລ້ຽງໄປຢູ່ນໍາ, ຄູ່ຜົວເມຍ, ຄອບຄົວຍາດພີ່ນ້ອງ ແລະ ອື່ນໆ. ສຳລັບພົນລະເມືອງລາວທີ່ຖືໜັງສືຜ່ານແດນນັກການທູດ ແລະ ລັດຖະການ ແມ່ນໄດ້ຮັບການຍົກເວັ້ນ ແລະ ຍັງສາມາດເດີນທາງເຂົ້າປະເທດ ສ.ອາເມຣິກາ ໄດ້ຢ່າງເປັນປົກກະຕິ ບົນພື້ນຖານການອະນຸມັດໃຫ້ວີຊາຂອງປະເທດເຈົ້າພາບເປັນແຕ່ລະກໍລະນີ ເຊັ່ນ: ການເດີນທາງໄປປະຕິບັດໜ້າທີ່ການທູດ, ການເຂົ້າຮ່ວມກອງປະຊຸມສາກົນ ແລະ ວຽກງານອື່ນໆທີ່ເປັນທາງການ.
ດ້ວຍເຫດຜົນດັ່ງກ່າວ, ຈຶ່ງແຈ້ງໃຫ້ປະຊາຊົນລາວບັນດາເຜົ່າ ເພື່ອຊາບ ແລະ ພິຈາລະນາຫຼີກລ່ຽງການຍື່ນໃບສະໝັກ, ໄປລົງທະບຽນ ແລະ ເສຍຄ່າທໍານຽມ ເພື່ອຂໍອອກວີຊາເຂົ້າ ສະຫະລັດ ອາເມຣິກາ ໃນໄລຍະນີ້, ເນື່ອງຈາກວ່າ ບັນດາທ່ານ ຈະມີຄວາມສ່ຽງສູງ ທີ່ຈະບໍ່ໄດ້ຮັບການພິຈາລະນາອອກວີຊາ ແລະ ອາດຈະເສຍເງິນຄ່າທໍານຽມວີຊາ ໂດຍປາສະຈາກການໄດ້ຮັບວີຊາ. (ກຕທ)
ຄໍາເຫັນ