ສະຫະພັນກຳມະບານລາວມີຜົນງານພົ້ນເດັ່ນຫຼາຍດ້ານ

ສະຫະພັນກຳມະບານລາວມີຜົນງານພົ້ນເດັ່ນຫຼາຍດ້ານ

 

ໂດຍ: ພູວັນ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວກໍໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ,ຂະຫຍາຍການຈັດຕັ້ງ ແລະສະມາຊິກກຳມະບານຢູ່ໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

ສະຫະພັນກໍາມະບານລາວໄດ້ປະກອບສ່ວນໃນພາລະກິດປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ; ໜ້າທີ່ຕົ້ນຕໍຂອງກຳມະບານເວລານັ້ນແມ່ນລົງກໍ່ສ້າງຮາກຖານຢູ່ບັນດາຫົວໜ່ວຍແຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕໍ່າແຜ່ນ, ໂຮງງານປຸງແຕ່ງອາຫານ, ໂຮງພິມ, ໄປສະນີ, ການສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ ເພື່ອສຸມໃສ່ປຸກລະດົມຂົນຂວາຍ, ຊຸກຍູ້ມະຫາຊົນເຂົ້າຮ່ວມຂະບວນການຕໍ່ສູ້ໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງໂດຍຢຶດໝັ້ນຕາມແນວທາງນະໂຍບາຍຂອງພັກທີ່ວ່າ “ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ເອກະພາບ”ໂດຍໄດ້ມີຜົນງານພົ້ນເດັ່ນດັ່ງນີ້:

1) ໄດ້ຄົ້ນຄວ້າ, ປັບປຸງກົດລະບຽບຂອງສະຫະພັນກຳມະບານລາວ; ໄດ້ຮັບຮອງເອົາມື້ສ້າງຕັ້ງສະຫະພັນກຳມະບານລາວ; ເນື້ອໃນ, ກາໝາຍຂອງກຳມະບານລາວ; ພ້ອມກັນນັ້ນ, ໄດ້ສຸມໃສ່ກໍ່ສ້າງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຮັກຊາດ, ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ພັກແລະ ພາລະກິດປະຕິວັດຂອງປະຊາຊົນລາວບັນດາເຜົ່າ, ຕໍ່ສູ້ກັບສັດຕູທຸກໂຕຢ່າງອົງອາດກ້າຫານ, ເດັດຂາດບໍ່ຍອມຈຳນົນ, ມີຄວາມສາມັກຄີກັບເພື່ອນຮ່ວມຊາດ ແລະເພື່ອນມິດສາກົນ;2)ໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານກຳມະບານເປັນຕົ້ນໄດ້ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກຳມະບານລາວນັບແຕ່ປີ 2008 ເປັນຕົ້ນມາ;ຄົ້ນຄວ້າ, ສ້າງ, ປັບປຸງແລະ ຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນຂອງສະຫະພັນກຳມະບານລາວ; ປັບປຸງພາລະບົດບາດຂອງສະຫະພັນກຳມະບານແຕ່ລະຂັ້ນໃຫ້ແທດເໝາະກັບແຕ່ລະໄລຍະ; ບັນດານິຕິກຳຕ່າງໆ ທີ່ພົວພັນເຖິງສາຍພົວພັນແຮງງານ, ເອກະສານວ່າດ້ວຍການແບ່ງຂັ້ນຄຸ້ມຄອງໃນການເຄື່ອນໄຫວວຽກງານກຳມະບານ; ນິຕິກໍາກ່ຽວກັບການສ້າງຕັ້ງຫ້ອງການໂຄສະນາໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ແກ່ຜູ້ອອກແຮງງານໄດ້ 9 ແຂວງ; ຜັນຂະຫຍາຍເອກະສານຍຸດທະສາດການປົກປ້ອງທາງສັງຄົມຂອງອົງການຈັດຕັ້ງກຳມະບານລາວ; ຄູ່ມືຝຶກອົບຮົມກ່ຽວກັບວຽກງານກຳມະບານ, ຄູ່ມືສ້າງຄູຝຶກຂອງກຳມະບານ;ໄດ້ປັບປຸງເນື້ອໃນຂໍ້ແຂ່ງຂັນ2ດີ5ເປັນເຈົ້າມາເປັນ5ເປັນເຈົ້າຂອງສະຫະພັນກຳມະບານລາວໂດຍຕິດພັນກັບຂໍ້ແຂ່ງຂັນຮັກຊາດແລະພັດທະນາຂອງພັກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນກຳມະບານລາວແຕ່ລະຂັ້ນ; 3)ຄົ້ນຄວ້າ,ສ້າງ ແລະ ປັບປຸງເອກະສານວ່າດ້ວຍການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນຂົງເຂດວຽກງານກຳມະບານ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກເຂົ້າສູ່ວຽກງານຕົວຈິງ; 4).ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມມະຫາຊົນເຂົ້າເປັນສະມາຊິກກຳມະບານບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ ໂດຍເນັ້ນໃສ່ຫົວໜ່ວຍແຮງງານເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈ; ເອົາໃຈໃສ່ໃນການໂຄສະນາຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານໃຫ້ນັບມື້ນັບຫຼາຍຂຶ້ນ;ຊຸກຍູ້ສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງສະຫະພັນກຳມະບານໃນແຕ່ລະຂັ້ນນັບມື້ເພີ່ມຂຶ້ນທາງດ້ານທຶນ ແລະ ຈຳນວນເປັນການສ້າງພື້ນຖານທາງດ້ານເສດຖະກິດຂອງກຳມະບານຕາມທ່າແຮງຂອງແຕ່ລະກົມກອງ, ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານກຳມະບານໃນຂອບເຂດທົ່ວປະເທດ ແລະໄດ້ປຸກລະດົມ, ສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ມີຄວາມຕື່ນຕົວ, ມີສະຕິຮັກຊາດ ຕິດພັນກັບການປະຕິບັດລະບຽບກົດໝາຍ; ໃນນີ້,ໄດ້ເລັ່ງໃສ່ຈັດຕັ້ງປະຕິບັດມະຕິ 108 ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່;5). ໂຄສະນາຜ່ານສື່ສິ່ງພິມ ແລະ ເອເລັກໂຕຣນິກ ເປັນຕົ້ນຜະລິດໜັງສືພິມແຮງງານ, ວາລະສານກຳມະບານ, ຜະລິດລາຍການວິທະຍຸ, ໂທລະພາບ, ຜະລິດສື່ອອນລາຍພ້ອມດຽວກັນນີ້ສະຫະພັນກຳມະບານແຂວງ, ນະຄອນ ແລະ ເມືອງ ສາມາດຜະລິດສື່ອອນລາຍຂອງຕົນເປັນປົກກະຕິ;6). ສະຫະພັນກໍາມະບານລາວໄດ້ປັບປຸງການຈັດຕັ້ງຂອງຕົນເປັນແຕ່ລະໄລຍະ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານເຂົ້າສູ່ຂົງເຂດວິສາຫະກິດຂອງລັດ ແລະ ຫົວໜ່ວຍແຮງງານເອກະຊົນ, ການຈັດຕັ້ງກຳມະບານໄດ້ຮັບການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ; ປັບປຸງພາລະບົດບາດ, ສິດ, ໜ້າທີ່ຂອງກຳມະບານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະໃໝ່; ບໍາລຸງ-ກໍ່ສ້າງທິດສະດີວຽກງານກຳມະບານ, ຍົກລະດັບສີມືແຮງງານໃຫ້ແກ່ພະນັກງານກຳມະບານອາຊີບ, ເຄິ່ງອາຊີບ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່;7). ສະຫະພັນກຳມະບານລາວໄດ້ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວຢ່າງແທ້ຈິງເປັນຕົ້ນ: ໄດ້ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ ແລະ ໄດ້ທວງຄ່າແຮງງານໃຫ້ຜູ້ອອກແຮງງານ; ນັບແຕ່ປີ 1991ສະຫະພັນກຳມະບານລາວໄດ້ຄົ້ນຄວ້າ ແລະ ນຳສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກຳມະກອນ ແລະ ຜູ້ອອກແຮງງານ; ມາຮອດປັດຈຸບັນໄດ້ຮັບການປັບປຸງຄ່າແຮງງານຂັ້ນຕໍ່າໄດ້ທັງໝົດ 10ຄັ້ງຈາກ 2,000 ກີບ ຂຶ້ນມາເປັນ1,600,000ກີບ, ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນມາ;ນອກຈາກນັ້ນ, ກໍໄດ້ສະເໜີເງິນອຸດໜຸນຄ່າຄອງຊີບໃຫ້ແກ່ຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າ900,000 ກີບຕໍ່ຄົນຕໍ່ເດືອນຊຶ່ງລວມທັງຄ່າແຮງງານ ແລະ ເງິນອຸດໜູນເປັນ 2,500,000 ກີບຕໍ່ຄົນ/ເດືອນ, ເລີ່ມປະຕິບັດນັບແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນມາ; 8).ໄດ້ສະເໜີແລະເປີດນຳໃຊ້ເບີສາຍດ່ວນຂອງສະຫະພັນກຳມະບານລາວ1512ແລະ ຕິດຕັ້ງຕູ້ເກັບກໍາຫາງສຽງຈາກສັງຄົມຢູ່ 6ຈຸດໃນນະຄອນຫຼວງວຽງຈັນ ເພື່ອເກັບກຳສະພາບແນວຄິດ, ຄວາມຫຍຸ້ງຍາກ ແລະ ໃຫ້ຄໍາປຶກສາດ້ານແຮງງານແລະ ບັນຫາອື່ນໆຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ; 9).ເອົາໃຈໃສ່ຊີ້ນຳການເຄື່ອນໄຫວວຽກງານກວດກາກຳມະບານຕາມພາະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາກຳມະບານແຕ່ລະຂັ້ນໃນການປະຕິບັດກົດໝາຍ, ກົດລະບຽບ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ, ແຜນພັດທະນາວຽກງານກຳມະບານລາວແຕ່ລະຄັ້ງ, ກວດກາການນຳໃຊ້ງົບປະມານ, ເງິນບຳລຸງ, ເງິນກອງທຶນ ແລະ ແຫຼ່ງລາຍຮັບອື່ນໆ ຂອງສະຫະພັນກໍາມະບານລາວ;10).ສະຫະພັນກຳມະບານລາວໄດ້ຕັ້ງໜ້າປະຕິບັດວຽກງານພົວພັນຮ່ວມມືກັບຕ່າງປະເທດຕາມແນວທາງການຕ່າງປະເທດຂອງພັກ, ໂດຍສະເພາະຮ່ວມມືກັບກຳມະບານປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ, ອົງການຈັດຕັ້ງສາກົນ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນດ້ານວິຊາການ, ຝຶກອົບຮົມ, ຍົກລະດັບໄລຍະສັ້ນ, ໄລຍະຍາວຢູ່ບັນດາປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ