ແຂວງຫຼວງພະບາງໄດ້ເຄື່ອນໄຫວໂຄສະນາ ທາງດ້ານສຸຂະພາບ ແລະ ການດຳລົງຊີວິດ

ສະຫະພັນກຳມະບານເມືອງນ້ຳບາກເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ

ສະຫະພັນກຳມະບານເມືອງນ້ຳບາກເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ
ໂດຍ: ບຸນຕອມ ສະຫະພັນກຳມະບານເມືອງນ້ຳບາກ ແຂວງຫຼວງພະບາງໄດ້ເຄື່ອນໄຫວໂຄສະນາ ທາງດ້ານສຸຂະພາບ ແລະ ການດຳລົງຊີວິດຂອງກຳມະກອນຢູ່ຫົວໜ່ວຍແຮງງານຕ່າງໆ

 

 ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຊາວຜູ້ອອກແຮງງານ.

ທ່ານ ນາງ ໄດ ວ່າງ ປະທານສະຫະພັນກຳມະບານເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານປົກປ້ອງແຮງງານແມ່ນວຽກງານໜຶ່ງທີ່ສຳຄັນ ທີ່ເຮັດໃຫ້ຂະບວນການຂອງກຳມະກອນ ແລະ ຊາວຜູ້ອອກແຮງງານມີຄວາມຍຸຕິທຳຢູ່ໃນສັງຄົມ,ໃນໄລຍະ 5 ປີຜ່ານມາ ສະຫະພັນກຳມະບານເມືອງນ້ຳບາກ ໄດ້ລົງໃກ້ຊິດຕິດຕາມຊຸກຍູ້ການອອກແຮງງານ ແລະ ການດຳລົງຊີວິດຂອງກຳມະກອນຢູ່ຫົວໜ່ວຍແຮງງານຕ່າງໆ ເອົາໃຈໃສ່ຕິດຕາມເງື່ອນໄຂການອອກແຮງງານຢູ່ບັບນດາຫົວໜ່ວຍແຮງງານກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມ, ການນຳໃຊ້ສານຜິດ(ສານໄຍຫີນຂາວແລະເຄມີອື່ນໆ)ທີ່ນຳເຂົ້າສູ່ການຜະລິດເປັນຕົ້ນແມ່ນຢູ່ສວນກ້ວຍຈີນ, ໂຮງຈັກ,ໂຮງງານຕ່າງໆ, ໄດ້ເຄື່ອນໄຫວໂຄສະນາ ທາງດ້ານສຸຂະພາບ ແລະ ແຮງງານ ລວມທັງໝົດໄດ້24 ຄັ້ງ,ມີຫົວໜ່ວຍແຮງງານທັງໝົດ10 ຫົວໜ່ວຍ, ຂະໜາດໃຫຍ່ 1 ແຫ່ງ, ຂະໜາດກາງ8, ຂະໜາດນ້ອຍ1 ແຫ່ງ, ທົ່ວເມືອງມີກຳມະກອນທັງໝົດ859 ຄົນຍິງ425 ຄົນ, ມີແຮງງານຕ່າງປະເທດ69 ຄົນຍິງ8 ຄົນ.ໄດ້ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຊ່ວຍເຫຼືອແກ້ໄຂບັນຫາຂໍ້ຂັດແຍ່ງທາງດ້ານແຮງງານ, ໄດ້ຮັບຄຳຮ້ອງຂໍຄ່າແຮງງານ ຈາກກຳມະກອນ-ຊາວຜູ້ອອກແຮງງານທັງໝົດ5 ເລື່ອງ, ໄດ້ປຶກສາຫາລຶໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານແຮງງານສຳເລັດ3 ເລື່ອງ,ສາມາດທ່ວງເງິນຄືນໃຫ້ກຳມະກອນໄດ້ 517.500.000 ກີບ. ສົ່ງໃຫ້ສານປະຊາຊົນເຂດ2 ພິຈາລະນາຕາມກົດໝາຍ 1 ເລື່ອງ, ໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ຄູ່ກໍລະນີໄປແກ້ໄຂກັນເອງ 1 ເລື່ອງ. ຂຶ້ນທະບຽນໃຫ້ກຳມະກອນໄດ້ 3 ແຫ່ງຄື: ສວນກ້ວຍຈີນ,ໂຮງານນໍ້າດື່ມ,ໂຮງງານເປົາ ມີ168 ຄົນ ຍິງ 74 ຄົນ, ທຽບໃສ່ແຜນ 5 ປີປະຕິບັດໄດ້99%.ສົມທົບກັບໂຄງການອ໋ອກຟາມ ປະເທດອົສຕຣາລີ ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກໍາມະກອນເຮັດວຽກຢູ່ສວຍກ້ວຍບ້ານໂຄ້ງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ 19 ຈໍານວນ 22 ຄອບຄົວ ລວມມູນຄ່າ 5.750.000 ກີບ.ເຂົ້າຮ່ວມຝຶກອົບຮົມວຽກງານ ປົກປ້ອງທາງສັງຄົມຢູ່ຂັ້ນແຂວງ 3 ຄັ້ງ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນແຂວງ 1 ຄັ້ງ, ວຽກງານຄວາມປອດໄພ ກ່ຽວກັບການນໍາໃຊ້ທາດໄຍຫີນຂາວ 1 ຄັ້ງ, ວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຂົງເຂດຄວາມຮັບຜິດຊອບ 1 ຄັ້ງ. ຝຶກອົບຮົມຄວາມປອດໄພທາງດ້ານແຮງງານ ແລະ ສ້າງຕັ້ງກຸ່ມແຮງງານນອກລະບົບ 3 ກຸ່ມ.ຜ່ານການຈັດຕັ້ງເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໄດ້ເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ມີລະບຽບໃນການອອກແຮງງານຖືກຕ້ອງຕາມລະບຽບກົດໝາຍ, ສ້າງສະຕິຄວາມເປັນເຈົ້າໃຫ້ເຂົາເຈົ້າ ເຄົາລົບລະບຽບ.

ສຳລັບຂໍ້ມູນຂ່າວສານ ແລະ ການເຄື່ອນຍ້າຍແຮງງານແມ່ນໄດ້ສົ່ງຂ່າວ, ອອກຂ່າວທາງໂທລະໂຂ່ງຂອງເມືອງ, ສະຫະພັນກຳມະບານແຂວງ 19 ຄັ້ງ. ເຂົ້າຮ່ວມການອອກແຮງງານ ອະນາໄມຕ້ອນຮັບ ວັນບຸນສຳຄັັນຕ່າງໆ ລວມ 11 ຄັ້ງ, ມີ 1.225 ເທື່ອຄົນ. ລົງໂຄສະນາໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການເຄື່ອນຍ້າຍແຮງງານແບບປອດໄພເຊັ່ນ:ການໄປເຮັດວຽກຢູ່ຕ່າງແຂວງ ຫຼື ຕ່າງປະເທດ ເພື່ອບໍ່ໃຫ້ຜູ້ອອກແຮງງານຕົກເປັນເຫຍື່ອການຄ້າມະນຸດ ຢູ່ກຸ່ມນໍ້າງາ, ກຸ່ມປາກມອງ, ກຸ່ມນໍ້າຖ້ວມ, ບ້ານໂຄ້ງ, ບ້ານຫ້ວຍເຢັນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ມີຜູ້ເຂົ້າຮ່ວມທັງໝົດ 1.275 ຄົນ ຍິງ 534 ຄົນ.ລົງໂຄສະນາໃຫ້ຄວາມຮູ້ພື້ນຖານບ້ານທີ່ມີຄວາມສ່ຽງຈາກການນໍາໃຊ້ທາດໄຍຫີນຂາວ ໃນວົງລັດສະໝີ 2 ກິໂລແມັດ ຂອງໂຮງງານກະເບື້ອງກາສິງ ຢູ່ກຸ່ມນໍ້າຖ້ວມ 4 ບ້ານ: ບ້ານຊາງ, ໂພນສະຫ່າວາງ, ນໍ້າຖ້ວມໃຕ້, ນໍ້າຖ້ວມເໜືອ ມີຜູ້ເຂົ້າຮ່ວມ 856 ຄົນ ຍິງ 345 ຄົນ.ໄດ້ລະດົມທຶນ ຈາກສະມາຊິກກໍາມະບານໃນທົ່ວເມືອງ ເພື່ອຊ່ວຍເຫຼືອ ສປ ຈີນ ໃນຊ່ວງການແຜ່ລະບາດພະຍາດໂຄວິດ -19 ຢູ່ເມືອງອູ່ຮັນ ສປ ຈີນ ແລະ ຊ່ວຍເຫຼືອໄພນໍ້າຖ້ວມ ແຂວງໄຊຍະບູລີ ລວມມູນຄ່າ 8.700.000 ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ