ຄະນະກໍາມາທິການສະຫະພາບເອີຣົບຍັງໄດ້ຖອນວິສາຫະກິດ 24 ແຫ່ງອອກຈາກບັນຊີລາຍຊື່ລົງໂທດທີ່ຖືກສະຫະພາບເອີຣົບອາຍັດເງິນທຶນ ແລະຊັບພະຍາກອນທາງດ້ານເສດຖະກິດ. ວິສາຫະກິດເຫຼົ່ານີ້ມີທະນາຄານຫຼາຍແຫ່ງ ລວມເຖິງທະນາຄານກາງຊີຣີ, ພ້ອມດ້ວຍບໍລິສັດທີ່ມີຖານະບົດບາດສໍາຄັນໃນການຟື້ນຟູເສດຖະກິດຂອງຊີຣີຄືນໃໝ່ ເຊັ່ນ: ບໍລິສັດກ່ຽວກັບການຜະລິດ ແລະກັ່ນຕອງນໍ້າມັນເຊື້ອໄຟ, ອຸດສາຫະກຳຝ້າຍ, ອຸດສາຫະກຳໂທລະຄົມ ແລະອື່ນໆ.
ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ
ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້, ທ່ານ ຮຸນມາເນດ ນາຍົກລັດຖະມົນຕີກຳປູເຈຍ ກ່າວວ່າ: ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ ໃນລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ 2025, ເພີ່ມຂຶ້ນ 11.7% ເມື່ອທຽບໃສ່ປີກາຍ.
ຄໍາເຫັນ