ສະຫາຍ ກອງແພງ ແກ້ວພູທອງ ຮອງຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ, ສະບັບເລກທີ 580/ຄປພ.ວຈ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍ ການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່. ຄະນະປະຈຳພັກແຂວງວຽງຈັນ ຕົກລົງ ຍົກຍ້າຍ ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ເລຂາຄະນະບໍລິຫານງານພັກເມືອງວັງວຽງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງວຽງຈັນ; ມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ, ສະບັບເລກທີ 586/ຄປພ.ວຈ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍ ການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່. ຄະນະປະຈຳພັກແຂວງວຽງຈັນ ຕົກລົງ: ຍົກຍ້າຍ ສະຫາຍ ຄໍາປ່ຽນ ແສງສະຫວັດ ກຳມະການພັກແຂວງ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນແຂວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ເມືອງວັງວຽງ ແລະ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ, ສະບັບເລກທີ 587/ຄປພ.ວຈ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງວັງວຽງ ແຂວງວຽງຈັນ. ຄະນະປະຈຳພັກແຂວງວຽງຈັນ ຕົກລົງແຕ່ງຕັ້ງ ສະຫາຍ ຄໍາປ່ຽນ ແສງສະຫວັດ ກຳມະການພັກແຂວງ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນແຂວງວຽງຈັນ ເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ແຂວງວຽງຈັນ.
ໃນໂອກາດນີ້ ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ຂຶ້ນມອບມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ ໃຫ້ທັງສອງສະຫາຍດັ່ງກ່າວ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່.
(ແຫຼ່ງຂ່າວ: ເມືອງວັງວຽງ)
ຄໍາເຫັນ