ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຜູ້ແທນອົງຄະນະພັກເມືອງຫິນບູນ ແຂວງຄໍາມ່ວນ ພາຍຫຼັງໄດ້ດໍາເນີນມາໃນ ລະຫວ່າງວັນທີ 8-9 ເມສາຜ່ານມາ ທີ່ສະໂມສອນເມືອງ ດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ທັງສອງພາກ ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດວຽກງານໃນ 5 ປີຜ່ານມາ ແລະ ພາກທິດທາງແຜນການ 2025-2029, ພ້ອມທັງຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ແຜນວຽກຈຸດສຸມຕໍ່ໜ້າ ຊຶ່ງໄດ້ຕີລາຄາໃຫ້ເຫັນຜົນງານໃນຫຼາຍດ້ານ ຕະຫຼອດເຖິງດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້.

ຜ່ານການປ່ອນບັດຄັດເລືອກ ແລະ ຜົນການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາຄະນະບໍລິຫານງານພັກເມືອງຫີນບູນສະໄໝທີ XIII ມີຈຳນວນ 27 ສະຫາຍ ຍິງ 3 ສະຫາຍ. ເລືອກຕັ້ງເອົາຄະນະປະຈໍາພັກເມືອງ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ ແລະ ໄດ້ຕົກລົງເຫັນດີໃຫ້ ສະຫາຍ ຄຳສິງ ອໍລະວັນ ເປັນເລຂາຄະນະບໍລິຫານພັກເມືອງ, ສະຫາຍ ກອນແກ້ວ ເພັດບົວພາ ແລະ ສະຫາຍ ນິກອນ ຄຸດມະນີ ເປັນຮອງເລຂາຄະນະບໍລິຫານງານພັກເມືອງອີກ 1 ສະໄໝ, ພ້ອມນີ້ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI ຈໍານວນ 21 ສະຫາຍ ຍິງ 1 ສະຫາຍ ຜູ້ແທນສໍາຮອງ 3 ສະຫາຍ.

ສະຫາຍ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງຊຸດໃໝ່ ຈົ່ງໄດ້ມີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ ເພື່ອເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ ທີ່ພັກ-ລັດມອບໝາຍໃຫ້ ຢ່າງມີປະສິດທິຜົນ, ສືບຕໍ່ເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ເພື່ອຍົກສູງນໍ້າໃຈຮັກຊາດຂອງປະຊາຊົນບັນດາເຜົ່າ, ເພີ່ມທະວີໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນເພື່ອພັດທະນາເສດຖະກິດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ສົ່ງເສີມດ້ານການປູກ-ການລ້ຽງ ໃຫ້ກາຍເປັນສິນຄ້າ, ພ້ອມນັ້ນ ກໍຕ້ອງສົ່ງເສີມຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງປະຊາຊົນ ເອົາໃຈໃສ່ໃນການພັດທະນາບັນດາພື້ນຖານໂຄງລ່າງ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄປຄຽງຄູ່ກັບການພັດທະນາ ໃນດ້ານຂົງເຂດວັດທະນະທໍາ-ສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ຕະຫຼອດຮອດວຽກງານການກໍ່ສ້າງ ແລະ ຂະຫຍາຍພັກ, ວຽກງານຄຸ້ມຄອງພະນັກງານ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 22 ກໍລະກົດ ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ V ຂຶ້ນ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ປະທານແນວລາວສ້າງຊາດຂັ້ນບ້ານໃນທົ່ວນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ເພີ່ມເຕີມ