ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X
ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.

 

ສະຫາຍ ພນເອກ ຈນສະໝອນ ຈນຍາລາດ ໂອລມຕກອງປະຊມໃຫຍຜແທນອງຄະນະພກ ແຂວງສາລະວນ ຄງທ X - image 1
 

ກ່ອນອື່ນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດ ກໍຄື ບັນດາຜົນງານ ທີ່ຄະນະພັກ-ຄະນະນໍາຂອງແຂວງ ສາມາດຍາດມາໄດ້ໃນໄລຍະຜ່ານມາ. ຜົນງານດັ່ງກ່າວ ແມ່ນຍ້ອນມີການວາງແນວທາງທີ່ຖືກຕ້ອງ; ມີການນຳພາທີ່ເດັດ ດ່ຽວ, ເດັດຂາດ, ໂດຍກົງ ແລະ ຮອບດ້ານ; ມີຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນສູງ; ມີແບບແຜນວິທີການນຳພາ-ຊີ້ນຳ ທີ່ເປັນລະບົບ; ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ, ມີຄວາມເປັນເຈົ້າການ ແລະ ຄວາມບຸກບືນ ຂອງອົງຄະນະພັກແຕ່ລະຂັ້ນ, ລວມເຖິງບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນ ບັນດາເຜົ່າທົ່ວແຂວງສາລະວັນ. ເຖິງຢ່າງໃດກໍ່ຕາມ ເພື່ອຍົກສູງບົດບາດການນຳພາຂອງພັກ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງຂອງລັດ, ເສີມຂະຫຍາຍມູນເຊື້ອສາມັກຄີ, ດຸໝັ່ນອາດຫານຂອງປະຊາຊົນບັນດາເຜົ່າ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພັດທະນາເຂດແຄວ້ນ ກ້າວຂຶ້ນຕາມທິດສີຂຽວ ແລະ ຍືນຍົງ ໃຫ້ປະກົດຜົນເປັນຈິງ. ຖືໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີບາງຄໍາເຫັນເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ແລະ ຄະນະບໍລິຫານງານພັກແຂວງຊຸດໃໝ່ ເອົາໃຈໃສ່ຕື່ມເປັນຕົ້ນ: ສືບຕໍ່ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕິດພັນກັບການພັດທະນາຊົນນະ ບົດ ລົບລ້າງຄວາມທຸກຍາກຂອງປະຊາຊົນ ຖືເອົາການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເປັນມາດຕະການຍຸດທະສາດ ໃຫ້ແຂງແຮງຂຶ້ນກວ່າເກົ່າ; ສູ້ຊົນສ້າງພື້ນເສດຖະກິດໃຫ້ຂະຫບາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6,7% ຕໍ່ປີ, ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 23 ລ້ານກວ່າກີບຕໍ່ຄົນ/ປີ ຂຶ້ນໄປ; ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ກໍຄື ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຄຽງຄູ່ກັບການເອົາໃຈໃສ່ ວາງແຜນພັດທະນາເຂດແຄວ້ນ ຕ້ອງມີຈຸດສຸມທີ່ຊັດເຈນ ແລະ ຈະແຈ້ງທີ່ສຸດ ເພື່ອແນໃສ່ທິດໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃນຫຼາຍຂະແໜງການ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ; ເພີ່ມທະວີການຮ່ວມມືຮອບດ້ານ ກັບບັນດາປະເທດເພື່ອນມິດ, ຍົກລະດັບການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ, ບັນດາອົງການຈັດຕັ້ງສາກົນ ໃຫ້ເກີດຜົນຕົວຈິງຫຼາຍຂຶ້ນ; ເອົາໃຈໃສ່ຕໍ່ການລົງທຶນໃນຂະແໜງອຸດສາຫະກໍາປຸງແຕ່ງຕິດພັນກັບຂະແໜງກະສິກຳ ແລະ ຫັດຖະກໍາ ທີ່ເປັນມູນເຊື້ອຂອງແຂວງ ຕິດພັນກັບການແກ້ໄຂ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ: ເສັ້ນທາງ-ຂົວ ໃຫ້ຮັບປະກັນ ແລະ ໄດ້ມາດຕະຖານ; ສືບຕໍ່ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ ເປັນຕົ້ນ:ດ້ານການສຶກສາ, ສາທາລະນະສຸກ, ເອົາໃຈໃສ່ປັບປຸງສະຫວັດດີການສັງຄົມ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນ ລວມທັງບັນດາຄາດໝາຍຕ່າງໆ ທີ່ບໍ່ທັນບັນລຸ ຄຽງຄູ່ກັບການເອົາໃຈໃສ່ຄຸ້ມຄອງ-ດັດສົມ ແລະ ການພັດທະນາສີມືແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ກໍຄືໂຄງການລົງທຶນຕ່າງໆ ຢູ່ພາຍໃນແຂວງ ທີ່ມີໃນປັດຈຸບັນ ແລະ ອະນາຄົດ; ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທຳ ເພື່ອແກ້ໄຂ ສະກັດກັ້ນໄພຫວ່າງງານ ແລະ ການໜີໄປອອກແຮງງານຢູ່ຕ່າງປະເທດ, ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ຫຼາກຫຼາຍອາຊີບ ເພື່ອສາມາດຕອບສະໜອງຄວາມຕ້ອງການ ຂອງການພັດທະນາເສດຖະ ກິດ-ສັງຄົມ; ສຸມໃສ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເປັນກະບອກສຽງອັນແຫຼມຄົມຂອງພັກ ຄຽງຄູ່ກັບການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນ ໃຫ້ຍືນຍົງ, ປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກທາງດ້ານວັດທະນະທຳໃຫ້ຍືນຍົງ, ພັດທະນາອຸດສະຫາກຳການທ່ອງທ່ຽວ, ຍູ້ແຮງການໂຄສະນາ ແລະ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ; ເອົາໃຈໃສ່ກວດກາ, ຄົ້ນຄວ້າວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງ ຂອງລະບອບປະຊາທິປະໄຕປະຊາຊົນ, ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃຫ້ເກີດຜົນເປັນຈິງ; ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ພະນັກງານ, ຜູ້ທີ່ມີຜົນງານ ແລະ ມີຄຸນງາມຄວາມດີ ຕໍ່ປະເທດຊາດ ຕໍ່ການປະຕິວັດ ແລະ ຊ່ວຍເຫຼືອບັນເທົາທຸກຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ, ປຸກລະດົມສັງຄົມ ເຂົ້າຮ່ວມການສົງເຄາະຊວ່ຍເຫຼືອ ຜູ້ທີ່ທຸກຍາກ-ດ້ອຍໂອກາດ ໃຫ້ດີກວ່າເກົ່າ; ຄະນະພັກແຕ່ລະຂັ້ນ ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສ້າງແນວຄິດຕື່ນຕົວ ໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ ໂດຍສະເພາະ ແມ່ນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເດັດດ່ຽວຕໍ່ສູ້ປົກປ້ອງແນວທາງຂອງພັກ, ຕອບຕ້ານຖ້ອຍທຳນອງບິດເບືອນ, ການໂຄສະນາທັບຖົມໂຈມຕີ ແລະ ການຍຸແຍ່ຂອງອິດທິກຳລັງປໍລະປັກ; ເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ການສວຍໂອກາດ ໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ ເພື່ອກວດຄືນບັນດາຄາດໝາຍ ກໍຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກ ແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນປະຈຳ; ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນ ຂອງພັກໃຫ້ເຂັ້ມແຂງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນວຽກງານປັບປຸງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ສ້າງເງື່ອນ ໄຂໃຫ້ແຕ່ລະອົງການ ເຄື່ອນໄຫວປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ ໃຫ້ແຂງແຮງ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກແຕ່ລະຂັ້ນ.

ສໍາລັບຄະນະບໍລິຫານງານພັກແຂວງຊຸດໃໝ່ ໃຫ້ເອົາໃຈໃສ່ຕື່ມເປັນຕົ້ນ: ໜຶ່ງ: ຮີບຮ້ອນຊີ້ນຳການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໃນທົ່ວແຂວງຮັບຮູ້, ຕິດພັນກັບການຍູ້ແຮງຂະບວນການ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສອງ: ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ; ທຸ້ມເທເຫື່ອ ແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສຳເລັດໜ້າທີ່ ທີ່ຖືກມອບໝາຍ ເພື່ອຮັບໃຊ້ ພາລະກິດປະຕິວັດອັນສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ; ສາມ: ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາ ຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມຄຸນປ່ຽນທາດ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນ; ສີ່: ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ ໂດຍສະເພາະແມ່ນຄວາມຮູ້ທາງດ້ານທິດສະດີການເມືອງ ກໍຄື ຄວາມຮູ້ທາງວິຊາການ ທີ່ຕົນຮັບຜິດຊອບ ພ້ອມກັນນັ້ນ ຕ້ອງໄດ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ; ຫ້າ: ຕ້ອງປະຕິບັດຢ່າງຖືກຕ້ອງ ຫຼັກການເຮັດວຽກຂອງພັກ ຊຶ່ງແມ່ນຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບ ຜິດຊອບ ຕ້ອງເຂົ້າໃຈວ່າສະຕິປັນຍາລວມໝູ່ ແມ່ນກຳລັງແຮງແຫ່ງການນຳພາຂອງພັກເຮົາ ແມ່ນສິ່ງຄໍ້າປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໄຊຊະນະຂອງພາລະກິດປ່ຽນແປງໃໝ່ ຂອງພັກເຮົາ; ຫົກ: ມີແບບແຜນດຳລົງຊີວິດທີ່ລຽບງ່າຍ ປອດໃສຂາວສະອາດ ຖືເອົາຜົນປະໂຫຍດ ຂອງປະເທດຊາດ ແລະ ປະຊາຊົນຢູ່ເໜືອກວ່າຜົນປະໂຫຍດສ່ວນຕົວ; ເຈັດ: ຂໍຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເພີ່ມທະວີຄວາມສາມັກຄີພາຍໃນ, ຍົກສູງບົດບາດການນຳພາຂອງພັກ ໃນທຸກຂົງເຂດວຽກງານ, ຕິດພັນແໜ້ນກັບປະຊາຊົນ, ຮັບຟັງຄຳຄິດເຫັນຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ຄົງຄ້າງຢ່າງຈິງຈັງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສ້າງໂອກາດໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກທີ່ມີຄຸນນະພາບ ພ້ອມທັງຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ແປດ: ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກຕາມແນວທາງນະໂຍບາຍຂອງພັກ.

(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ