ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ
ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ສະຫາຍ ໄຊສມພອນ ພມວຫານ ກບການປະກອບສວນ ເພມພນຄນສາງ ສາຍພວພນ ລາວ – ຫວຽດນາມ - image 1
 

 

ເມື່ອເບິ່ງຄືນເສັ້ນທາງການເຄື່ອນໄຫວປະຕິວັດຂອງ ສະຫາຍ ໄຊສົມພອນ ພົມວິຫານ ພວກເຮົາຍິ່ງມີຄວາມເຄົາລົບນັບຖື ແລະ ຮັບຮູ້ເຖິງການປະກອບສ່ວນອັນໃຫຍ່ຫຼວງ, ການທຸ້ມເທຂອງຜູ້ນຳທີ່ດີເລີດ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ອ້າຍນ້ອງ.

ສະຫາຍ ໄຊສມພອນ ພມວຫານ ກບການປະກອບສວນ ເພມພນຄນສາງ ສາຍພວພນ ລາວ – ຫວຽດນາມ - image 2
 

ສະຫາຍ ໄຊສົມພອນ ພົມວິຫານ ກຳເນີດ ແລະ ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ. ເພິ່ນເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງພໍ່ຂອງເພິ່ນໄດ້ຮ່ວມກັບ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ສຸພານຸວົງ ວາງຮາກຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນພິເສດ ລາວ – ຫວຽດນາມ ເຮັດໃຫ້ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບເອົາ ພ້ອມທັງຊຶມຊັບອຸດົມການປະຕິວັດ ແລະ ຄວາມຮັກແພງອັນສັດຊື່ບໍລິສຸດ, ຄວາມຜູກພັນສະໜິດແໜ້ນ ລະຫວ່າງສອງຊາດມາຕັ້ງແຕ່ເລີ່ມຕົ້ນ.

ສະຫາຍ ໄຊສມພອນ ພມວຫານ ກບການປະກອບສວນ ເພມພນຄນສາງ ສາຍພວພນ ລາວ – ຫວຽດນາມ - image 3
 

ຕະຫຼອດຊີວິດການເຄື່ອນໄຫວປະຕິວັດ, ເພິ່ນໄດ້ຜ່ານຫຼາຍຕຳແໜ່ງງານ, ນັບແຕ່ຄູສອນ ຈົນເຖິງການນຳທ້ອງຖິ່ນ ແລະ ກາຍເປັນການນຳທີ່ສຳຄັນຂອງພັກ, ລັດ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດທັງສະຕິປັນຍາ, ຄວາມສາມາດ ແລະ ຄວາມກະຕືລືລົ້ນ ເພື່ອຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ສັງຄວາມມີຄວາມສາມັກຄີປອງດອງ ສີວິໄລ ແລະ ຍຸຕິທຳ, ປະຊາຊົນຮັ່ງມີຜາສຸກ.

ບໍ່ວ່າຢູ່ໃນຕຳແໜ່ງໃດກໍຕາມ, ເພິ່ນໄດ້ເອົາໃຈໃສ່ເປັນພິເສດ, ເລິກເຊິ່ງ ແລະ ມີຄວາມຮັກແພງຢ່າງຈິງໃຈທີ່ສຸດຕໍ່ສາຍພົວພັນພິເສດ ລາວ – ຫວຽດນາມ. ຍາມໃດເພິ່ນກໍຖືວ່າ ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາຄວາມສາມັກຄີພິເສດ ລາວ – ຫວຽດນາມ ເປັນຄຳສັ່ງຈາກຫົວໃຈ, ແມ່ນພິໄນກຳອັນລ້ຳຄ່າຂອງຜູ້ນຳຮຸ່ນອະວຸໂສ ທີ່ເພິ່ນມີໜ້າທີ່ສືບທອດ ແລະ ເສີມຂະຫຍາຍ.

ໃນຖານະເປັນປະທານສະພາແຫ່ງຊາດແຫ່ງ ສປປລາວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະກອບສ່ວນຢ່າງສຳຄັນຍິ່ງ ເຂົ້າໃນການຊຸກຍູ້ການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ສອງປະເທດ ລາວ – ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ແທດຕົວຈິງ. ເພິ່ນໄດ້ຊີ້ນຳຢ່າງໃກ້ຊິດໃຫ້ບັນດາອົງການຂອງສະພາແຫ່ງຊາດລາວ ເພີ່ມທະວີການປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດຫວຽດນາມ ໃນການແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍ, ການປັບປຸງບູລະນະລະບອບລະບຽບການດ້ານເສດຖະກິດ-ສັງຄົມ, ການຕິດຕາມກວດກາສູງສຸດ ແລະ ຕັດສິນບັນຫາສຳຄັນຂອງປະເທດຊາດ; ຊີ້ນຳການປະສານງານ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຈັດຕັ້ງປະຕິບັດຫຼາຍໂຄງການຕິດຕາມກວດກາຮ່ວມກັນ ຕໍ່ບັນດາໂຄງການຮ່ວມມືຈຸດສຸມຂອງສອງປະເທດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຄວາມຄືບໜ້າບັນດາໂຄງການລົງທຶນ, ການຄ້າ ແລະ ການເຊື່ອມຈອດໂຄງລ່າງຄົມມະນາຄົມ, ພະລັງງານ.

ສະຫາຍ ໄຊສົມພອນ ພົມວິຫານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການແລກປ່ຽນວິຊາສະເພາະ ແລະ ການກໍ່ສ້າງພະນັກງານ, ບໍ່ພຽງແຕ່ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງສອງອົງການນິຕິບັນຍັດເທົ່ານັ້ນ, ຫາກຍັງຊ່ວຍຍົກສູງຂີດຄວາມສາມາດໃຫ້ຖັນແຖວພະນັກງານ, ສະມາຊິກສະພາແຫ່ງຊາດລາວອີກດ້ວຍ. ເພິ່ນຍັງໄດ້ຕັ້ງໜ້າຊຸກຍູ້ບັນດາໂຄງການຝຶກອົບຮົມ, ກອງປະຊຸມສໍາມະນາຫົວຂໍ້ສະເພາະ ລະຫວ່າງສະພາແຫ່ງຊາດສອງປະເທດ ລາວ – ຫວຽດນາມ, ປະກອບສ່ວນເຂົ້າໃນການຫັນເປັນລັດຖະສະພາທັນສະໄໝຢູ່ໃນລາວ.

ໜຶ່ງໃນຜົນງານອັນໂດດເດັ່ນຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃນຖານະເປັນປະທານສະພາແຫ່ງຊາດລາວ ແມ່ນການປະສານສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຈັດຕັ້ງຫຼາຍກອງປະຊຸມລັດຖະສະພາລະດັບສູງຢ່າງມີສໍາເລັດຜົນ, ໂດຍສະເພາະ ກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ ກໍາປູເຈຍ – ລາວ – ຫວຽດນາມ (CLV). ນີ້ແມ່ນກົນໄກການຮ່ວມມືໃໝ່, ມີຄວາມໝາຍຍຸດທະສາດ ແນໃສ່ເພີ່ມທະວີຄວາມຜູກພັນທາງດ້ານນິຕິບັນຍັດ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຍືນຍົງໃຫ້ກັບພາກພື້ນ.

ໃນຄວາມຊົງຈຳຂອງບັນດາຜູ້ນຳ ແລະ ປະຊາຊົນຫວຽດນາມ, ພາບລັກຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຍາມໃດກໍມີຄວາມໃກ້ຊິດຕິດພັນ, ອົບອຸ່ນ ແລະ ຈິງໃຈ. ບັນດາການຢ້ຽມຢາມຫວຽດນາມຢ່າງທາງການຂອງສະຫາຍ ບໍ່ພຽງແຕ່ມີຄວາມໝາຍທາງການທູດເທົ່ານັ້ນ, ຫາກຍັງແມ່ນການກັບຄືນມາຂອງອ້າຍນ້ອງ, ເພື່ອນມິດທີ່ສະໜິດສະໜົມ. ການຢ້ຽມຢາມ ຫວຽດນາມ ແຕ່ລະຄັ້ງຂອງເພິ່ນ ລ້ວນແຕ່ໄດ້ຝາກຂີດໝາຍອັນເລິກເຊິ່ງກ່ຽວກັບເນື້ອໃນການຮ່ວມມື.

ໃນບັນຫາການຊຸກຍູ້ການຮ່ວມມືສອງພື້ນຖານເສດຖະກິດ ລາວ – ຫວຽດນາມ, ສະຫາຍ ໄຊສົມພອນ ພົມວິຫານ ຍາມໃດກໍຄົ້ນຄິດ ແລະ ທຸ້ມເທສຸມໃສ່ການເຊື່ອມຈອດເສັ້ນທາງບົກ, ເສັ້ນທາງລົດໄຟ ລາວ – ຫວຽດນາມ, ເປີດທາງອອກສູ່ທະເລໃຫ້ເສດຖະກິດລາວ ຜ່ານທ່າເຮືອຂອງຫວຽດນາມ (ເຊັ່ນ: ທ່າເຮືອ ຫວຸ້ງອ່າງ), ສ້າງກໍາລັງຊຸກຍູ້ໃຫ້ແກ່ການພັດທະນາໃໝ່ຂອງທັງສອງປະເທດ. ກ່ຽວກັບການເພີ່ມມູນຄ່າການຄ້າ ແລະ ການລົງທຶນ, ເພິ່ນໄດ້ຕັ້ງໜ້າຮຽກຮ້ອງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ລາວ ໃນບັນດາຂົງເຂດທີ່ມີທ່າແຮງ ເຊັ່ນ: ກະສິກຳເຕັກໂນໂລຊີສູງ, ການຂຸດຄົ້ນແຮ່ທາດ, ພະລັງງານທົດແທນ ແລະ ບໍລິການການເງິນ -ທະນາຄານ. ຍ້ອນຮັບຮູ້ແຈ້ງວ່າ: ມະນຸດແມ່ນກຸນແຈສຳຄັນຂອງການພັດທະນາ, ເພິ່ນໄດ້ຊຸກຍູ້ໃຫ້ເປີດກວ້າງການຮ່ວມມືດ້ານການສຶກສາ – ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ລະຫວ່າງສອງປະເທດ, ສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການເປີດກວ້າງທຶນການສຶກສາ, ຍົກສູງຄຸນນະພາບການບໍາລຸງສ້າງນັກຮຽນ-ນັກສຶກສາລາວ ຢູ່ບັນດາມະຫາວິທະຍາໄລຫວຽດນາມ, ໂດຍຖືວ່ານີ້ແມ່ນຮາກເຫງົ້າໃນການຫຼໍ່ລ້ຽງມິດຕະພາບໃຫ້ແກ່ຮຸ່ນຄົນໃນອະນາຄົດ.

ສະຫາຍ ໄຊສົມພອນ ພົມວິຫານ ຍັງໃຫ້ຄວາມສຳຄັນເປັນພິເສດຕໍ່ວຽກງານໂຄສະນາ, ສຶກສາອົບຮົມປະຫວັດ ສາດສາຍພົວພັນພິເສດ ລາວ – ຫວຽດນາມ ໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດ. ເພິ່ນ ໄດ້ເນັ້ນຢ້ຳຫຼາຍຄັ້ງວ່າ: “ສາຍພົວພັນ ລາວ – ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າ, ໄດ້ສ້າງຂຶ້ນດ້ວຍເລືອດເນື້ອຂອງພະນັກງານ, ນັກຮົບ ແລະ ປະຊາຊົນສອງປະເທດໃນແຕ່ລະຮຸ່ນຄົນຢ່າງຫຼວງຫຼາຍ.ພາລະກິດຂອງພວກເຮົາແມ່ນຕ້ອງປົກປັກຮັກສາມໍລະດົກນັ້ນໄວ້ ຄືກັນກັບການປົກປັກຮັກສາດວງຕາຂອງຕົນເອງ ແລະ ສົ່ງໃຫ້ຄົນຮຸ່ນຫຼັງສືບທອດຕໍ່ໆໄປ”.

ບໍ່ພຽງແຕ່ໃນຂອບເຂດການຮ່ວມມືສອງຝ່າຍເທົ່ານັ້ນ, ສະຫາຍ ໄຊສົມພອນ ພົມວິຫານ ຍັງມີບົດບາດສຳຄັນໃນການເພີ່ມທະວີການປະສານງານ ລະຫວ່າງສອງປະເທດ ໃນບັນດາເວທີລັດຖະສະພາຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນເຊັ່ນ: ສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA); ສະພາລັດຖະສະພາໂລກ (IPU); ເວທີລັດຖະສະພາອາຊີ – ປາຊີຟິກ (APPF). ໃນເວທີເຫຼົ່ານີ້, ເພິ່ນໄດ້ປະສານງານຢ່າງແໜ້ນແຟ້ນກັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ, ສະແດງໃຫ້ເຫັນເຖິງຄວາມເຫັນດີເຫັນພ້ອມສູງ, ການປຶກສາຫາລື ແລະ ຊ່ວຍເຫຼືອກັນປົກປ້ອງຜົນປະໂຫຍດຍຸດທະສາດຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ. ນໍ້າໃຈປະສານງານຢ່າງກົມກຽວນັ້ນ ໄດ້ຍົກສູງຖານະບົດບາດທາງການທູດຂອງລັດຖະສະພາ ລາວ ແລະ ຫວຽດນາມ ໃນເວທີສາກົນ.

ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຮັດໃຫ້ ພັກ, ລັດ ແລະ ປະຊາຊົນລາວ ສູນເສຍຜູ້ນຳທີ່ມີຄວາມປີຊາສາມາດ ແລະ ເປັນແບບຢ່າງດີເລີດ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສູນເສຍເພື່ອນມິດທີ່ໃກ້ຊິດ, ສະໜິດສະໜົມ ແລະ ສັດຊື່ບໍລິສຸດ, ຜູ້ທີ່ຄຽງບ່າຄຽງໄຫຼ່ກັນມາໂດຍຕະຫຼອດ.

ເຖິງວ່າ ສະຫາຍ ໄຊສົມພອນ ພົມວິຫານ ຈະຈາກໄປຢ່າງບໍ່ມີວັນຫວນກັບຄືນມາ, ແຕ່ຜົນງານ ແລະ ການປະກອບສ່ວນອັນໃຫຍ່ຫຼວງ, ບັນດາຮ່ອງຮອຍອັນພົ້ນເດັ່ນທີ່ເພິ່ນຝາກໄວ້ໃຫ້ກັບສາຍພົວພັນພິເສດ ລາວ - ຫວຽດນາມ ຈະຍັງຄົງຢູ່ຄູ່ກັບກາລະເວລາຕະຫຼອດໄປ. ຄວາມຮັກແພງຈິງໃຈ, ວິໄສທັດຍຸດທະສາດ ແລະ ການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງເພິ່ນ ເພື່ອການເພີ່ມພູນຄູນສ້າງ ແລະ ພັດທະນາຄວາມສາມັກຄີພິເສດ ລາວ - ຫວຽດນາມ ຈະສືບຕໍ່ເປັນແຫຼ່ງກຳລັງແຮງ, ເປັນຮາກຖານອັນໜັກແໜ້ນ ໃຫ້ຮຸ່ນຄົນໃນປັດຈຸບັນ ແລະ ອະນາຄົດ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ.

ເມື່ອເບິ່ງຄືນຊີວິດ ແລະ ພາລະກິດອັນສະຫງ່າງາມຂອງ ສະຫາຍ ໄຊສົມພອນ ພົມວິຫານ ແລ້ວ, ພວກເຮົາຍິ່ງມີຄວາມເຄົາລົບນັບຖື ແລະ ເຫັນໄດ້ເຖິງຄຸນຄ່າອັນສັກສິດຂອງສາຍພົວພັນພິເສດ ລາວ – ຫວຽດນາມ, ຫວຽດນາມ – ລາວ. ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ, ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ພັດທະນາ, ແຕກດອກອອກຜົນ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ກໍຄືໃນໂລກ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ເພີ່ມເຕີມ