ສະຫາຍຄໍາພັນ ສິດທິດຳພາ ເນັ້ນຫຼາຍບັນຫາຕໍ່ອົງຄະນະພັກເມືອງ

ສະຫາຍຄໍາພັນ ສິດທິດຳພາ ເນັ້ນຫຼາຍບັນຫາຕໍ່ອົງຄະນະພັກເມືອງກາສີ

ສະຫາຍຄໍາພັນ ສິດທິດຳພາ ເນັ້ນຫຼາຍບັນຫາຕໍ່ອົງຄະນະພັກເມືອງກາສີ
ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ ໄດ້ເນັ້ນຫຼາຍບັນຫາ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 8-9 ມັງກອນ 2025

ຜ່ານມາຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ຊຶ່ງບາງຕອນ ສະຫາຍ ໄດ້ກ່າວວ່າ: ໃຫ້ຮີບຮ້ອນນໍາເອົາເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປເຜີຍແຜ່, ຮໍ່າຮຽນໃຫ້ແກ່ ພະນັກງານ, ສະມາ ຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ໂດຍຫັນເປັນອັນລະອຽດຢູ່ແຕ່ລະວຽກງານ ແລະ ນໍາພາປະຊາຊົນເຮັດຕົວຈິງຢູ່ຮາກຖານ. ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ, ອັນສໍາຄັນແມ່ນຕ້ອງເຮັດແນວໃດໃຫ້ຂໍ້ຄວາມ, ເນື້ອໃນໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດດຖະກິດ-ສັງຄົມ ກາຍເປັນຂະບວນການຈັດຕັ້ງປະຕິບັດ ຂອງທົ່ວປວງຊົນ ແລະ ເກີດມີໝາກຜົນຕົວຈິງ ພ້ອມກັນນັ້ນກໍຕ້ອງເປັນເຈົ້າການຕິດຕາມກວດກາ ຢ່າງໃກ້ຊິດຕິດແທດເພື່ອໃຫ້ສາມາດກຳໄດ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາທິດທາງ ແລະ ຄາດໝາຍສູ້ຊົນດ້ານຕ່າງໆ ເພື່ອຄົ້ນຄວ້າແກ້ໄຂບັນຫາສິ່ງອຸດຕັນ, ຂໍ້ຫຍຸ້ງຍາກຕ່າງໆ ຢ່າງທັນການ, ແນໃສ່ເຮັດໃຫ້ມະຕິກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຜົນຕາມລະດັບຄາດໝາຍ ຫຼື ລື່ນຄາດໝາຍຍິ່ງເປັນການດີ. ໃຫ້ບັນດາສະຫາຍ ສືບຕໍ່ປົກປັກຮັກສາ ເພີ່ມທະວີຄວາມສາມັກຄີພາຍໃນ, ກ່ອນອື່ນໝົດ ແມ່ນພາຍໃນຄະນະປະຈຳພັກເມືອງ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະ ແກນນໍາໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ. ເຊີດຊູຄວາມຮັບຜິດຊອບທາງການເມືອງ ໃຫ້ສູງຂຶ້ນກວ່າເວລາໃດໝົດ, ບໍ່ວ່າວຽກນັ້ນຈະນ້ອຍ ຫຼື ໃຫຍ່, ຈະຊີນເຄີຍມາແລ້ວ ຫຼື ບໍ່ທັນເຄີຍ, ຈະຢູ່ບ່ອນເກົ່າ ຫຼື ຍ້າຍໄປບ່ອນໃໝ່, ຈະຢູ່ໃນຂົງເຂດວຽກພັກ, ວຽກລັດ, ຂົງເຂດອົງການຈັດຕັ້ງມະຫາຊົນ, ຈະຢູ່ສຳນັກງານຂັ້ນເມືອງ ຫຼື ລົງໄປເຂດຈຸດສຸມ ແລະ ຮາກຖານ ກໍຕ້ອງສຸມໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດ, ເຫື່ອແຮງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ຕັ້ງໜ້າຮຽນຮູ້ຍົກລະດັບຕົນເອງຂຶ້ນເລື້ອຍໆ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນມະຕິຄໍາສັ່ງ ແລະ ແຜນການທີ່ລັດວາງອອກໃນແຕ່ລະໄລຍະ, ຮຽນຮູ້ວິຊາສະເພາະທີ່ຕົນຮັບຜິດຊອບຊີ້ນໍາ, ສິ່ງສໍາຄັນແມ່ນຮູ້ຖອດຖອນບົດຮຽນຈາກຂະບວນການວຽກງານຕົວຈິງ, ຕ້ອງຮູ້ຈັກຮໍ່າຮຽນນໍາມະຫາຊົນ ແລະ ຮໍ່າຮຽນນໍາເພື່ອນມິດສະຫາຍ. ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ແບ່ງວຽກ, ມອບໝາຍຄວາມຮັບຜິດຊອບໃຫ້ແກ່ບຸກຄົນຢ່າງຈະແຈ້ງ. ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາລວມໝູ່ ເປັນກໍາລັງແຮງແກ່ການນໍາພາຂອງພັກ, ເພີ່ມທະວີຄວາມເປັນເອກະພາບພາຍໃນ ຕໍ່ການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດຕົວຈິງ, ພວກເຮົາໄດ້ເອກະພາບການຕົກລົງເອົາເປັນມະຕິ, ເປັນທິດຊີ້ນໍາແລ້ວ ເວລາຈັດຕັ້ງປະຕິບັດກໍຍິ່ງຕ້ອງມີຄວາາມເປັນເອກະພາບສູງ, ອັນຕະລາຍກວ່າໝູ່ ແມ່ນການເຮັດຕາມໃຈຂອງໃຜຂອງລາວ, ຊີ້ນໍາໄປຄົນລະຢ່າງ. ນອກຈາກຈະເຮັດໃຫ້ວຽກງານບໍ່ປະສົບຜົນສໍາເລັດແລ້ວຍັງກະທົບຕໍ່ພາບພົດ ແລະ ບົດບາດການນໍາພາຂອງພັກ, ຂາດຄວາມເຊື່ອໝັ້ນຈາກປະຊາຊົນ. ຕ້ອງມີທັດສະນະມະຫາຊົນຖືກຕ້ອງ, ຕ້ອງເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດມະຫຳຊົນ ແລະ ໃຫ້ມະຫາຊົນມີສ່ວນຮ່ວມຢ່າງເປັນເຈົ້າການໃນທຸກວຽກງານ, ຄືພວກເຮົາຮູູ້ນຳກັນແລ້ວວ່າ: ບໍໍ່ວ່າວຽກຈະໃຫຍ່ຫຼວງ ແລະ ຫຍຸ້ງຍາກລຳບາກຊ່ຳໃດກໍໍ່ຕາມ ຖ້າມະຫາຊົນເຊືີ່ອມຊຶມ, ເຂົ້າໃຈເຫັນດີເຫັນພ້ອມ ແລະ ເຂົ້າຮ່ວມແລ້ວແມ່ນຈະໄດ້ຮັບຜົນສຳເລັດ. ຄະນະບໍລິຫານງານພັກຊຸດໃໝ່ ຕ້ອງເປັນແບບຢ່າງໃນດ້ານຄຸນສົມບັດສິນທຳປະຕິວັດ, ມີແບບແຜນເຮັດວຽກທີວິທະຍາສາດ ແລະ ປະດິດສ້າງ; ແບບແຜນດຳລົງຊີວິດທີີ່ປອດໃສ, ປະຢັດທ່ຽງທຳ; ເປັນຫຼັກແຫຼ່ງ, ເປັນແກນນຳທີີ່ແທ້ຈິງຂອງພັກ, ຂອງປະຊາຊົນ, ຍາມໃດກໍໍຖືຜົນປະໂຫຍດປະເທດຊາດ ແລະ ປະຊາຊົນຢູ່ເໜືອຜົນປະໂຫຍດສ່ວນຕົວ, ເອົາໃຈໃສ່ສຶກສຳອົບຮົມຄອບຄົວ, ຍາດພີີ່ນ້ອງໃຫ້ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.

(ພາບ-ຂ່າວ: ແກ້ວອຸດົມ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ