ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກແຂວງສະຫວັນນະຂດ

ສະຫາຍຜູ້ປະຈຳການເລຂາທິການສູນກາງພັກໃຫ້ທິດຊີ້ນຳຮອບດ້ານ ຕໍ່ການນຳພາຂອງອົງຄະນະພັກແຂວງສະຫວັນນະເຂດ

ສະຫາຍຜູ້ປະຈຳການເລຂາທິການສູນກາງພັກໃຫ້ທິດຊີ້ນຳຮອບດ້ານ ຕໍ່ການນຳພາຂອງອົງຄະນະພັກແຂວງສະຫວັນນະເຂດ
ໃນກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກແຂວງສະຫວັນນະຂດ ທີ່ຈັດຂຶ້ນໃນລະຫວ່າງວັນທີ 18-21 ທັນວາ 2024, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ

ທັງເປັນຜູ້ຊີ້ນຳແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນຳອັນໜັກແໜ້ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳຮອບດ້ານຂອງຄະນະພັກແຂວງ ທີ່ໄດ້ເຮັດໃຫ້ແຂວງສະຫວັນນະເຂດກາຍເປັນແຂວງທີ່ມີທ່ວງທ່ານຳໜ້າໃນການພັດທະນາເສດຖະກິດ-ສັງຄົມທີ່ເຂັ້ມແຂງຂຶ້ນ.
ໃນໂອກາດນີ້, ສະຫາຍຜູ້ປະຈຳການເລຂາທິການສູນກາງພັກ ໄດ້ມີຄຳເຫັນເຈາະຈີ້ມບາງບັນຫາດັ່ງນີ້: ໃຫ້ສືບຕໍໍ່ເຮັດວຽກງານການເມືອງ-ແນວຄິດຢູ່ແຕ່ລະຂະແໜງການຂອງແຂວງ, ບັນດາເມືອງ-ຮາກຖານໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ, ຍູ້ແຮງຂະບວນການເຄື່ອນໄຫວຂອງທຸກພາກສ່ວນພາຍໃນແຂວງ ພ້ອມກັນສືບຕໍໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕິດພັນກັບການສືບຕໍໍ່ປະຕິບັດ 2 ວາລະແຫງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດໃນປັດຈຸບັນ ເປັນຕົ້ນບັນຫາເງິນເຟີ້, ຄ່າຄອງຊີບສູງ, ອັດຕາແລກປ່ຽນເງິນຕາ, ໜີ້ສິນສາທາລະນະ, ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຕົ້າໂຮມໃຫ້ໄດ້ກໍາລັງແຮງສັງລວມທົ່ວປວງຊົນ, ໃຫ້ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມ ໃຫ້ສົມສ່ວນກັບການພັດທະນາດ້ານເສດຖະກິດ, ຮັບປະກັນການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ຕ້ອງເພີ່ມທະວີຄວາມເອົາໃຈໃສ່ປັບປຸງກໍາລັງ ປກຊ-ປກສ ຂອງທ້ອງຖິ່ນໃຫ້ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ສືບຕໍໍ່ເພີ່ມທະວີການນໍາພາ-ຊີ້ນໍາວຽກງານຫັນລົງກໍໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງໃຫ້ແຂງແຮງກວ່າເກົ່າ; ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະຂັ້ນເມືອງ ແລະ ແຂວງກໍຄືພະແນກການ, ຫ້ອງການ ແລະ ການຈັດຕັ້ງຕ່າງໆອ້ອມຂ້າງເມືອງ ແລະ ແຂວງໃຫ້ພວກສະຫາຍສຸມໃສ່ 3 ວຽກຕົ້ນຕໍຄື: ດ້ານຂະບວນການແມ່ນໃຫ້ສືບຕໍໍ່ປຸກລະດົມມະຫາຊົນໃຫ້ເຂົ້າຮ່ວມຂະບວນການຕ່າງໆຢ່າງແຂງແຮງ, ກວ້າງຂວາງ, ຟົດຟື້ນ ແລະ ຕໍໍ່ເນື່ອງ, ດ້ານເນື້ອໃນຕ້ອງໄດ້ຕີລາຄາໃຫ້ເຫັນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນຜ່ານມາໃຫ້ຖືກກັບຄວາມເປັນຈິງ, ພາວະວິໄສ, ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ອັນໃດເຮັດໄດ້ຕາມຄາດໝາຍທີ່ວາງໄວ້, ອັນໃດບໍ່ໍ່ໄດ້, ຍ້ອນຫຍັງ ເພື່ອຖອດຖອນບົດຮຽນ ກໍານົດທິດທາງ, ໜ້າທີ່ ແກ້ໄຂໃນຕໍໍ່ໜ້າໃຫ້ສອດຄ່ອງແທດເໝາະກັບຈຸດພິເສດທ່າແຮງຂອງແຕ່ລະເມືອງກໍໍຄືຂອງແຂວງພວກສະຫາຍ; ດ້ານເນື້ອໃນຕ້ອງເອົາໃຈໃສ່ເຮັດໃຫ້ດີ, ໃຫ້ເລິກເຊິ່ງທັງ 3 ເນື້ອໃນຕົ້ນຕໍ ຄື: ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ. ດ້ານບຸກຄະລາກອນຕ້ອງເອົາໃຈໃສ່ 2 ປັດໄຈ ຫຼື 2 ຂອດຕົ້ນຕໍຄື: ຂອດການດໍາເນີນຊີວິດການເມືອງພາຍໃນພັກ ໃຫ້ເລີ່ມແຕ່ສະມາຊິກພັກ, ບ່ອນອີງໃນການດໍາເນີນຊີວິດການເມືອງໃຫ້ກໍາແໜ້ນ ແລະ ປະຕິບັດຖືກຕ້ອງຕາມບົດແນະນໍາ ຂອງຄະນະກວດກາສູນກາງພັກ ແລະ ກົດລະບຽບພັກ. ນອກນັ້ນ ຍັງມີ 12 ຂໍ້ຫ້າມ ສໍາລັບພະນັກງານ-ນໍາພາຄຸ້ມຄອງທີ່ກໍານົດໄວ້ໃນກົດໝາຍຕ້ານການສໍ້ລາດບັງຫຼວງ, ຕ້ອງໃຫ້ແຕ່ລະສະຫາຍ ເອົາມາສົມທຽບກວດເບິ່ງຄືນຕົນເອງ ໃຫ້ເລິກເຊິ່ງ. ສະຫາຍຍັງໄດ້ກ່າວຕື່ມວ່າ: ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຄະນະປະຈໍາພັກແຂວງ ກໍຄືການນໍາຫຼັກແຫຼ່ງຂອງແຂວງຈະເຮັດໃຫ້ຄະນະພັກແຂວງສະຫວັນນະເຂດ ສືບຕໍໍ່ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ນໍາພາ-ຊີ້ນໍາສ້າງແຂວງສະຫວັນນະເຂດ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ເພີ່ມເຕີມ