ສາລະວັນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 13 ສະໄໝທີ IX

ສາລະວັນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 13 ສະໄໝທີ IX
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 13 ສະໄໝທີ IX ໄດ້ເປີດຂຶ້ນໃນວັນທີ 9 ມັງກອນ ນີ້ ທີ່ແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສາລະວັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ ຄະນະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ດາວວົງ ພອນແກ້ວ  ກ່າວວ່າ: ໃນ 1 ປີຜ່ານມາ, ສະພາບການທົ່ວແຂວງ ພົບກັບຄວາມຫຍຸ້ງຍາກ ອັນເປັນຜົນມາຈາກສະພາບພາກພື້ນ ແລະສາກົນ ຍັງສືບຕໍ່ຜັນແປໄປຢ່າງໄວວາ ແຕ່ເຖິງຢ່າງໃດກໍຕາມ ຄະນະບໍລິຫານງານພັກແຂວງ ໄດ້ພ້ອມກັນເອົາໃຈໃສ່ ນໍາພາ - ຊີ້ນໍາຄະນະພັກແຕ່ລະຂັ້ນ ຈົນສາມາດເຮັດໃຫ້ຫຼາຍວຽກມີຜົນສຳເລັດ ແລະພົ້ນເດັ່ນ ເປັນຕົ້ນທົ່ວແຂວງສືບຕໍ່ມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມສະຫງົບປອດໄພ. ການຈັດເກັບລາຍຮັບເຂົ້າງົບປະມານ ເຫັນວ່າແຕ່ລະເມືອງ ແລະພະແນກການ ສາມາດປະຕິບັດໄດ້ເກີນແຜນ; ການຜະລິດກະສິກໍາເຫັນວ່າເປັນຂະບວນກວ້າງຂວາງ, ການສົ່ງເສີມການລົງທຶນພາຍໃນ ແລະຕ່າງປະເທດ ມີບັນຍາກາດດີ ຊຶ່ງມີນັກລົງທຶນໃຫ້ຄວາມສົນໃຈຫຼາຍ; ການພົວພັນຮ່ວມມືກັບບັນດາແຂວງ ປະເທດເພື່ອນມິດຍຸດທະສາດ ເຫັນວ່າມີບັນຍາກາດດີ ເພື່ອເປັນການກະກຽມຍົກລະດັບ ດ່ານທ້ອງຖິ່ນຢາກຕາພານ ເມືອງລະຄອນເພັງ ແລະດ່ານໂກຕ່າຍ ເມືອງສະໝ້ວຍ ຂຶ້ນເປັນດ່ານສາກົນກໍມີຄວາມຄືບໜ້າສົມຄວນ ຊຶ່ງເປັນທ່າແຮງຕົ້ນຕໍ ແລະໂອກາດທີ່ດີໃຫ້ແຂວງສາລະວັນ ທີ່ຈະໄດ້ຮັບການພັດທະນາດີຂຶ້ນ; ກົງຈັກການຈັດຕັ້ງຂອງຫຼາຍຂະແໜງການນັບທັງຂັ້ນແຂວງ ແລະຂັ້ນເມືອງ ກໍໄດ້ຮັບການປັບປຸງ, ພ້ອມກັນນັ້ນ ກໍໄດ້ຫັນພະນັກງານສືບທອດປ່ຽນແທນ ລົງກໍ່ສ້າງຮາກຖານການເມືອງ ແລະເຂດຈຸດສຸມຕ່າງໆໃຫ້ມີຄວາມເຂັ້ມແຂງ, ຈາກນັ້ນ ຍັງໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ເອກະສານສຳຄັນຕ່າງໆຂອງພັກ ຂອງຊາດ.
ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024; ບົດລາຍງານການທົບທວນການແກ້ໄຂກໍລະນີລວມ ແລະບຸກຄົນ ຕາມຜົນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX; ຮ່າງແຜນຄາດຄະເນດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກ, ຄະນະພັກຮາກຖານ, ອົງຄະນະພັກເມືອງ ແລະ ແຜນດຳເນີນກອງປະຊຸມໃຫຍ່ 3 ຂຶ້ນຂອງພັກ; ບົດລາຍງານ ກ່ຽວກັບທິດທາງ, ການແກ້ໄຂສະພາບການຂາດແຄນຄູ ຕິດພັນກັບການປະລະການຮຽນຂອງນັກຮຽນພາຍໃນແຂວງ ແລະຕົວຊີ້ວັດໃນຂົງເຂດສຶກສາທີ່ຍັງບໍ່ທັນບັນລຸ; ຄົ້ນຄວ້າ ປະກອບຄໍາເຫັນ ກ່ຽວກັບບົດລາຍງານການກະກຽມຄວາມພ້ອມປະກາດແຂວງສາລະວັນ ເປັນແຂວງ ຢຸດຕິການຖ່າຍຊະຊາຍ. ພ້ອມທັງໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື ແລະປະກອບຄຳເຫັນໃສ່ຮ່າງວຽກງານດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ສົມບູນສອດຄ່ອງກັບສະພາບຄວາມເປັນຈິງ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ