ສາລະວັນ ເປີດກອງປະຊຸມອົງການປົກຄອງແຂວງ ເປີດກວ້າງ ຄັ້ງທີ 11 ຊຸດທີ IX

ສາລະວັນ ເປີດກອງປະຊຸມອົງການປົກຄອງແຂວງ ເປີດກວ້າງ ຄັ້ງທີ 11 ຊຸດທີ IX
ກອງປະຊຸມອົງການປົກຄອງແຂວງສາລະວັນ ເປີດກວ້າງ ຄັ້ງທີ 11 ຊຸດທີ IX, ໄດ້ເປີດຂຶ້ນໃນວັນທີ 3 ມັງກອນ 2024, ຢູ່ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງທ່ານດາວວົງພອນແກ້ວເຈົ້າແຂວງສາລະວັນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກການອ້ອມຂ້າງ, ເຈົ້າເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານເຈົ້າແຂວງສາລະວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ່ ເພື່ອເປັນການຕີລາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 1 ປີຜ່ານມາ ຮ່ວມກັນຖອດຖອນບົດຮຽນ ແລະ ປັບປຸງຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂໃນປີ 2024 ແລະ 2025 ເຊິ່ງເປັນໄລຍະທ້າຍສະໄໝແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ໄລຍະ 5 ປີ (2021-2025) ແລະ ໄດ້ພ້ອມກັນຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ນະໂຍບາຍຂອງລັດຖະບານ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເຂົ້າສູ່ລວງເລິກ, ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ກວ້າງຂວາງທົ່ວເຖິງຮອດທ້ອງຖິ່ນຮາກຖານ, ເຊິ່ງໄລຍະຜ່ານມາຍ້ອນຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ເປັນເຈົ້າການຂອງແຕ່ລະພາກສ່ວນ ເຮັດໃຫ້ບັນລຸຜົນສຳເລັດຫຼາຍດ້ານ. 
ສ່ວນເນື້ອໃນທີ່ນຳເຂົ້າຄົ້ນຄວ້າ ແມ່ນລ້ວນແລ້ວແຕ່ແມ່ນເອກະສານສຳຄັນ ຈິ່ງຮຽກຮ້ອງໃຫ້ເອົາໃຈໃສ່ຕິດຕາມເນື້ອໃນ ແລະ ສຸມສະຕິປັນຍາຄົ້ນຄວ້າປະກອບຄຳເຫັນ ໃຫ້ເລິກເຊິ່ງ ໂດຍການສະເໜີທັດນະທີ່ສ້າງສັນ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດປະສຸມ ແລະ ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ການຄົ້ນຄວ້າຢ່າງເລິກເຊີ່ງຕໍ່ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕ່າງໆ, ຕີລາຄາຜົນໄດ້ຮັບ, ທັງດ້ານດີ, ຂໍ້ຄົງຄ້າງ, ພ້ອມທັງວາງທິດທາງແຜນການ, ກໍານົດຈຸດສຸມຢ່າງລະອຽດຈະແຈ້ງຂອງແຜນການ, ສ່ອງແສງໃຫ້ເຫັນເຖິງດ້ານຕັ້ງໜ້າໃນການປະຕິບັດວຽກທີ່ສໍາຄັນຂອງແຂວງ, ວຽກອັນຮີບດ່ວນທີ່ໄດ້ສຸມໃສ່ປະຕິບັດ ເປັນຕົ້ນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາວຽກອື່ນໆ. ພ້ອມດຽວກັນນັ້ນ, ກໍໄດ້ມີການລາຍງານຂອງຂະແໜງການຕ່າງໆ, ຜ່ານຮ່າງບົດສະຫຼຸບ, ຕີລາຄາ ແລະ ທິດທາງແຜນການປີ 2024 ເປັນຕົ້ນການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ຄໍາແນະນໍາການຈັດຕັ້ງປະຕິບັດ, ທິດທາງແຜນການປີ 2024, ຄໍາແນະນໍາການປະຕິບັດໃນປີ 2024ຂອງທິດທາງແຜນການ ແລະ ໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດການຈັດເກັບລາຍຮັບຈາກການເກັບຊື້ ແລະ ເຄື່ອນຍ້າຍມັນຕົ້ນ ພາຍໃນ ແລະ ຕ່າງແຂວງ ໃນໄລຍະແຕ່ປີ 2023 ຈົນເຖິງເດືອນພຶດສະພາ ປີ 2024 ຕາມຂໍ້ຕົກລົງເລກທີ 758/ຈຂ.ສວ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດເຫັນ, ລາຍງານ ແລະ ແລກປ່ຽນຂອດການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານແຕ່ລະຂົງເຂດວຽກງານ ເພື່ອເຮັດໃຫ້ວຽກດັ່ງກ່າວສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິຜົນ ຄຽງຄູ່ກັບການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວການເມືອງ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ພິທີໂຮມຊຸມນຸມຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ສະໂມສອນແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມກ່າວບົດປາໃສຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະນຳຂັ້ນແຂວງ, ພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III ໄດ້ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ແຂວງວຽງຈັນ.ໂດຍການເປັນປະທານຊື້ນຳຂອງ ສະຫາຍ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ,ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ,ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 29-30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງຜົ້ງສາລີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບຸນຈຳນວນ 309 ສະຫາຍ ຍິງ 41 ສະຫາຍ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 14,241 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 ກັນຍາ ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14,241 ສະຫາຍ.
ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າຂອງວັນທີ່ 30 ກັນຍານີ້ ພາຍຫຼັງດໍາເນີນມາເປັນເວລາ ໜຶ່ງວັນເຄີ່ງ ພາຍໃຕ້ຄໍາຂັວນ "ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະ ຄົງຄຸນຄ່າ".
ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ໃນ​ວັນ​ທີ 29 ກັນ​ຍາ​ນີ້ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດໂດຍເປັນປະທານຂອງສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຕາງໜ້າຈາກສູນກາງ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ກອງພົນທະຫານຮາບ ທີ 4 ພ້ອມດ້ວຍບັນດາສະຫາຍພະນັກງານອາວຸໂສບໍານານ, ແຂກທີ່ມີກຽດ ແລະ ສະຫາຍຜູ້ແທນກອງປະຊຸມ 385 ສະຫາຍ ຍິງ 51 ສະຫາຍ ຈາກບັນດາເຜົ່າຕ່າງໆທີ່ຕາງໜ້າໃຫ້ສະມາຊິກພັກ 23,464 ສະຫາຍ ຍິງ 6,578 ສະຫາຍໃນທົ່ວແຂວງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ຕອນເຊົ້າວັນທີ 29 ກັນຍານີ້ ທີ່ແຂວງຫຼວງພະບາງ, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ຂຶ້ນຢ່າງເປັນທາງການ, ມີສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ຈຳນວນ 281 ສະຫາຍ ຍີງ 34 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ 27,342 ສະຫາຍເຂົ້າຮ່ວມ.
ເພີ່ມເຕີມ