ສາລະວັນ ແຕ່ງຕັ້ງທ່ານ ຄຳພຽນ ສີລາເພັດ ເປັນຫົວໜ້າຫ້ອງການ

ສາລະວັນ ແຕ່ງຕັ້ງທ່ານ ຄຳພຽນ ສີລາເພັດ ເປັນຫົວໜ້າຫ້ອງການ ຄກລ ປະຈຳແຂວງ

ສາລະວັນ ແຕ່ງຕັ້ງທ່ານ ຄຳພຽນ ສີລາເພັດ ເປັນຫົວໜ້າຫ້ອງການ ຄກລ ປະຈຳແຂວງ
ພິທີມອບ-ຮັບ ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈຳແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2024 ຜ່ານມາ ຢູ່ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ລະຫວ່າງ ທ່ານ ທອງເບີຍ ສິງຂາວເພັດ ຫົວໜ້າຫ້ອງການ ຄກລ ປະຈຳແຂວງສາລະວັນ

 (ຜູ້ເກົ່າ) ກັບ ທ່ານ ຄໍາພຽນ ສີລາເພັດ ຫົວໜ້າຫ້ອງການ ຄກລ ປະຈຳແຂວງສາລະວັນ ຜູ້ໃໝ່ ໂດຍຊ້ອງໜ້າ ທ່ານ ບົວໄລ ແສນແກ້ວມີກໍ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ອານຸສັກ ພົງສາ ຜູ້ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງໂຄງການເກັບກູ້ລະເບີດແຫ່ງຊາດ ສະບັບເລກທີ 633/ຄກລ, ລົງວັນທີ 26 ທັນວາ 2024, ວ່າດ້ວຍການຮັບຮອງ ແລະ ແຕ່ງຕັ້ງຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງສາລະວັນ. ຈາກນັ້ນ, ກໍໄດ້ມີຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະຜ່ານມາ ໃນການຊີ້ນຳ-ນໍາພາທາງດ້ານການເມືອງ-ແນວຄິດ, ວຽກງານວິຊາສະເພາະຕໍ່ຜົນສຳເລັດໃນການປະຕິບັດວຽກງານໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ແຂວງສາລະວັນ, ການປະສານງານພົວພັນກັບຄະນະກໍາມະການຄຸ້ມຄອງຂັ້ນແຂວງ ແລະ ທ້ອງຖິ່ນ, ວຽກງານບໍລິຫານ-ຈັດຕັ້ງ, ການຄຸ້ມຄອງບຸກລະຄາກອນ, ພາຫະນະ ແລະ ດ້ານອື່ນໆ, ທັງທິດທາງແຜນການວຽກງານທີ່ຈະສືບຕໍ່ໃນປີ 2025 ແລະ ຕີລາຄາຜົນດີ, ດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ແບບແຜນວິທີການຈັດຕັ້ງປະຕິບັດ ພ້ອມທັງການຄຸ້ມຄອງດ້ານຕ່າງໆ.

ໂອກາດດຽວກັນນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງສາລະວັນ ຢ່າງເປັນທາງການ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝວິສາມັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີສະຫາຍ ດາວ ບົວລະພາ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ກອງປະຊຸມ ເຜີຍແຜ່, ແນະນໍາການໂຮມ, ຍຸບ, ໂອນບາງວຽກງານຫ້ອງການ ແລະ ປະກາດການຈັດຕັ້ງ ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເປີດ​ຂຶ້ນ​ໃນວັນທີ 5 ສິງຫານີ້ ທີ່ສະໂມສອນກະຊວງ ປກສ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາພັກກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ໃນວັນທີ 4 ສິງຫາຜ່ານມານີ້, ແຂວງອັດຕະປືໄດ້ຈັດກອງປະຊຸມຄົບ​ຄະ​ນະ​ບໍລິຫານງານພັກ​ແຂວງ ເປີດກວ້າງ ຄັ້ງ​ທີ 14 ສະ​ໄໝ​ທີ XI ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ) .
ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 29 ກໍລະກົດ 2025, ທີ່ຫ້ອງວ່າການແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມຮ່າງເນື້ອໃນບັນດາເອກະສານສຳຄັນແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 2); ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ່ 24 ກໍລະກົດນີ້ ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍເປັນປະທານຂອງ ທ່ານ ສີງຕັນ ໄຊລືຊົງ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີແຂກຖືກເຊີນ ແລະ ພາກສ່່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 22 ກໍລະກົດ ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ເພີ່ມເຕີມ