ສາລະວັນເປັນເຈົ້າພາບຈັດງານພົບປະຊາວໜຸ່ມ ຄັ້ງທີ XII ແລະ ຕັ້ງຄ້າຍເຍົາວະຊົນ ທັນວາ ຄັ້ງທີ VI

ສາລະວັນເປັນເຈົ້າພາບຈັດງານພົບປະຊາວໜຸ່ມ ຄັ້ງທີ XII ແລະ ຕັ້ງຄ້າຍເຍົາວະຊົນ ທັນວາ ຄັ້ງທີ VI
ວັນທີ 13 ທັນວານີ້ ທີ່ສະໂມສອນແຂວງ ແຂວງສາລະວັນ ໄດ້ມີພິທີຈັດງານພົບປະຊາວໜຸ່ມ ຄັ້ງທີ XII ແລະ ຕັ້ງຄ້າຍເຍົາວະຊົນ ທັນວາ ຄັ້ງທີ VI, 4 ແຂວງພາກໃຕ້ ຊຶ່ງແຂວງສາລະວັນເປັນເຈົ້າພາບ ໂດຍການເປັນກຽດເຂົ້າຮ່ວມໂດຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນວນທອງ ສຸວັນມີໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສູນກາງປະຊາຊົນປະຕິວັດລາວ, ທ່ານ ສຸວຽງທອງ ສຸຂະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ເມືອງ, ເລຂາຮາກຖານຊາວໜຸ່ມ, ມີບັນດາສະມາຊິກຊາວໜຸ່ມ, ເຍົາວະຊົນ ມາຈາກ 4 ແຂວງພາກໃຕ້ ກໍຄື: ນະຄອນປາກເຊ ແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງອັດຕະປືເຂົ້າຮ່ວມ.
ທ່ານ ຈັນສະໝອນ ພົມມະແສງ ໄດ້ກ່າວເປີດງານວ່າ: ເພື່ອປະຕິບັດຕາມເນື້ອໃນບົດບັນທຶກຊ່ວຍຈຳງານພົບປະຊາວໜຸ່ມ 4 ແຂວງພາກໃຕ້ ຄັ້ງທີ XI ແລະ ຕັ້ງຄ້າຍເຍົາວະຊົນທັນວາ 4 ແຂວງພາກໃຕ້ ຄັ້ງທີ V ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໄດ້ເຫັນດີເປັນເອກະພາບມອບໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ເປັນເຈົ້າພາບໃນການຈັດງານຕາມຮອບວຽນ. ງານພົບປະຊາວໜຸ່ມ 4 ແຂວງພາກໃຕ້ໃນຄັ້ງນີ້ ໄດ້ດໍາເນີນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະປວງຊົນລາວທັງຊາດ ກໍຄືຊາວແຂວງສາລະວັນ ພວມອອກແຮງແຂ່ງຂັນສ້າງຜົນງານ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ວັນເກີດຂອງ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 103 ປີ, ວັນສ້າງຕັ້ງ ກອງເຍົາວະຊົນທັນວາ ຄົບຮອບ 68 ປີ ຕິດພັນກັບການຈັດຕັ້ງປະຕິບັດມະຕິ XI ຂອງສູນກາງພັກ ກໍຄືມະຕິ IX ຂອງອົງຄະນະພັກແຂວງສາລະວັນ ຢ່າງເປັນຂະບວນການຟົດຟື້ນ. ງານດັ່ງກ່າວຖືເປັນການຫວນຄືນເຖິງອົງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນທັນວາ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງຂອງພັກ,ເປັນອົງການຈັດຕັ້ງສູງສຸດຂອງຊາວໜຸ່ມລາວບັນດາເຜົ່າ ແຫ່ງສປປ ລາວ ຊຶ່ງມີໜ້າທີ່ເຕົ້າໂຮມກ້ອນກຳລັງແຮງ, ຄວາມສາມັກຄີຂອງຊາວໜຸ່ມ-ໄວ ໜຸ່ມ-ຫຼານນ້ອຍເຍົາວະຊົນ - ອະນຸຊົນ ເຂົ້າສູ່ອົງການຈັດຕັ້ງເພື່ອຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນກຳລັງທີ່ປະເສີດຂອງປະເທດຊາດກາຍເປັນກຳລັງສືບທອດເສີມຂະຫຍາຍມູນເຊື້ອອັນດີງາມ,ປະກອບສ່ວນສະຕິປັນຍາເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ພັດທະນາຕົນເອງ ໃຫ້ກາຍເປັນລູກຮັກຫຼານແພງຂອງພໍ່ແມ່ ເປັນນັກຮຽນທີ່ດີຂອງຄູ-ອາຈານ ເປັນຊາວໜຸ່ມທີ່ ດີໃນອະນາຄົດ ກາຍເປັນຜູ້ສືບທອດທີ່ດີຂອງພັກ - ຂອງລັດ ເປັນພົນລະເມືອງດີຂອງປະເທດຊາດ ນໍາພາ ປະເທດຊາດຂື້ນສູ່ສັງຄົມນິຍົມ ຕາມອຸດົມການຂອງພັກທີ່ກຳນົດໄວ້.
ຫຼັງຈາກກ່າວເປີດພິທີ ກໍໄດ້ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິຣິມຸງຄຸນ ແລະຜູ້ເຂົ້າກໍໄດ້ຮັບຊົມການແຂ່ງຂັນ ການສະແດງແບບແຜນຂອງກອງເຍົາວະຊົນທັນວາ, ສິລະປະ-ວັນນະຄະດີ ແລະກິລາ. ກິດຈະກຳດັ່ງກ່າວ ເປັນການແລກປ່ຽນບົດຮຽນທີ່ມີຄຸນຄ່າເພື່ອຊອກຫາວິທີໃນການແກ້ໄຂ ສະກັດກັ້ນຕ້ານກັບປະກົດການຫຍໍ້ທໍ້ ຕ່າງໆຕໍ່ຊາວໜຸ່ມ-ເຍົາວະຊົນ ແລະ ທັງເປັນການພັດທະນາຊັບພະຍາກອນມະນຸດແຕ່ເຍົາໄວ, ສົ່ງເສີມໃຫ້ເຍົາວະຊົນມີຄວາມຮູ້, ຄວາມສາມາດ, ກ້າເຮັດ, ກ້າທຳ, ກ້າສະແດງອອກ ແລະກ້າປະດິດສ້າງ. 
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ