ພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ

ສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ

ສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ
ພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ (ເຂດດົງໂພສີ)ໂດຍການເປັນປະທານຂອງທ່ານສະໜອງທອງຊະນະຮອງລັດຖະມົນຕີກະຊວງສາທາລະນະສຸກ

, ມີບັນດາຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ,ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະໜອງທອງຊະນະກ່າວວ່າ: ພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ຊຶ່ງເປັນງານທີ່ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ຊຶ່ງຈັດຂຶ້ນທຸກໆປີໃນໄລຍະວັນທີ 1-7 ເດືອນສິງຫາບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫຼາຍຮູບແບບ, ປີ2024 ອົງກອນພັນທະມິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ໄດ້ເນັ້ນໜັກໃສ່ຫົວຂໍ້ “ການປິດຊ່ອງຫວ່າງ, ສະໜັບສະໜູນການລ້ຽງລູກດ້ວຍນ້ໍານົມແມ່ເພື່ອທຸກຄົນ” ຊຶ່ງໝາຍເຖິງການປິດຊ່ອງຫວ່າງຂໍ້ຫຍຸ້ງຍາກໃນການລ້ຽງລູກດ້ວຍນໍ້ານົມແມ່ ສ້າງຄວາມສະເໝີພາບໃນສັງຄົມ, ທຸກໆຄົນສາມາດເຂົ້າເຖິງການສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ ໂດຍສະເພາະແມ່ທີ່ມີຄວາມສ່ຽງຈະຕ້ອງໄດ້ຮັບການຊ່ວຍເຫຼືອເພີ່ມເຕີມຕ້ອງຮັບປະກັນວ່າບໍ່ໃຫ້ມີໃຜຖືກຖີ້ມໄວ້ເບື້ອງຫຼັງ ເພື່ອຫຼຸດຄວາມບໍ່ເທົ່າທຽມ ແລະ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆໄດ້ແລະຕ້ອງການໃຫ້ສັງຄົມຮັບຮູ້ຄວາມສໍາຄັນ ແລະ ຄວາມຕ້ອງການໃຫ້ການສະໜັບສະໜູນ ຂອງບັນດາແມ່ຍິງທີ່ກຳລັງລ້ຽງລູກດ້ວຍນໍ້ານົມແມ່ ການສະໜັບສະໜູນປະກອບມີ:ລະບົບສາທາລະນະສຸກທີ່ເປັນມິດກັບແມ່ຍິງ ແລະ ການລ້ຽງລູກດ້ວຍນົມແມ່ເຄົາລົບຄວາມເປັນເອກະລາດຂອງແມ່ຍິງ ແລະ ສິດຂອງພວກເຂົາໃນການໃຫ້ນົມລູກໄດ້ທຸກເວລາ ແລະ ທຸກແຫ່ງຫົນສິດການພັກເກີດລູກແລະ ບ່ອນເຮັດວຽກມີຜູ້ຊ່ຽວຊານດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມທີ່ສາມາດສະໜອງການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ທີ່ເປັນປະໂຫຍດ ຢຸດຕິການລະເມີດດ້ານການຕະຫຼາດຂອງບັນດາຜະລິດຕະພັນທົດແທນນົມແມ່ໃນທຸກຮູບແບບການສະໜັບສະໜູນຂອງຊຸມຊົນການລ້ຽງລູກດ້ວຍນໍ້ານົມແມ່ຍັງຄົງເປັນມາດຕະການໂພຊະນາການທີ່ເປັນບຸລິມະສິດທີໜຶ່ງ ເພາະເປັນປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ, ການລ້ຽງລູກດ້ວຍນໍ້ານົມແມ່ຊ່ວຍປະຢັດເສດຖະກິດຂອງຄອບຄົວ ແລະ ເສດຖະກິດຂອງຊາດ ເພາະນໍ້ານົມແມ່ ແມ່ນຖືກຜະລິດຕາມທຳມະຊາດໂດຍແມ່ເອງ ບໍ່ໄດ້ເສຍເງິນຊື້, ການລ້ຽງລູກດ້ວຍນໍ້ານົມແມ່ຍັງຊ່ວຍຮັກສາສະພາບແວດລ້ອມຂອງໂລກ ບໍ່ມີເສດຂີ້ເຫຍື້ອ ບໍ່ເພີ່ມອຸນຫະພູມໃຫ້ໂລກຮ້ອນຂຶ້ນ ເພາະການຜະລິດນໍ້ານົມແມ່ປຽບເໝືອນໂຮງງານຜະລິດນໍ້ານົມແບບທຳມະຊາດຈາກຜູ້ເປັນແມ່ເອງ ບໍ່ໄດ້ໃຊ້ພະລັງງານໄຟຟ້າຄືກັບໂຮງຈັກ-ໂຮງງານ.

ທ່ານສະໜອງທອງຊະນະກ່າວຕື່ມວ່າ: ພ້ອມດຽວກັນວັນໂພຊະນາການແຫ່ງຊາດ ກໍເປັນອີກວັນໜຶ່ງທີ່ມີຄວາມໝາຍຢ່າງກວ້າງຂວາງ, ໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂພຊະນາການແມ່ນມີບົດບາດສໍາຄັນຫຼາຍເນື່ອງຈາກວ່າຕົວຊີ້ວັດດ້ານໂພຊະນາການເປັນສິ່ງທີ່ບົ່ງບອກສະຖານະພາບຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໃນວັນທີ 31 ກໍລະກົດ 2013 ໄດ້ມີການແຕ່ງຕັ້ງຄະນະກຳມະການແຫ່ງຊາດດ້ານໂພຊະນາການຂຶ້ນເປັນຄັ້ງທໍາອິດທີ່ມີຫຼາຍກະຊວງເຊັ່ນ: ກະຊວງສາທາລະນາສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງອື່ນໆ ເປົ້າໝາຍເພື່ອແກ້ໄຂ ບັນຫາໂພຊະນາການທີ່ຖືເອົາ 22 ມາດຕະການໂພຊະນາການເປັນບຸລິມະສິດທີ່ສໍາຄັນໃນການວາງແຜນ ແລະຈັດຕັ້ງປະຕິບັດໃນການຕອບໂຕ້ກັບສະພາບການຂາດສານອາຫານໃນສປປ ລາວ. ສະນັ້ນ, ເພື່ອສືບຕໍ່ສົ່ງເສີມໃຫ້ເຫັນໄດ້ຄວາມສໍາຄັນອັນເປັນບຸລິມະສິດແກ່ວຽກງານໂພຊະນາການໃຫ້ເປັນຮູບປະທໍາຢ່າງແທ້ຈິງການນໍາຈຶ່ງໄດ້ກຳນົດເອົາວັນທີ 31 ກໍລະກົດຂອງທຸກປີເປັນວັນໂພຊະນາການແຫ່ງຊາດ ແລະ ຈັດການສະເຫຼີມສະຫຼອງຢ່າງເປັນທາງການເພື່ອຍົກສູງຈິດສໍານຶກວຽກງານໂພຊະນາການໃຫ້ກວ້າງຂວາງຕໍ່ໆໄປ.

ຂ່າວ-ພາບ: ບຸນອູ້ມ+ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ