ພິ​ທີສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແມ່​ຍິງ​ລາວ​ຄົບ​ຮອບ 69 ປີ (20 ກໍ​ລະ​ກົດ 1955 – 20 ກໍ​ລະ​ກົດ 2024)

ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແມ່​ຍິງ​ລາວ​ຄົບ​ຮອບ 69 ປີ

ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແມ່​ຍິງ​ລາວ​ຄົບ​ຮອບ 69 ປີ
ພິ​ທີສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແມ່​ຍິງ​ລາວ​ຄົບ​ຮອບ 69 ປີ (20 ກໍ​ລະ​ກົດ 1955 – 20 ກໍ​ລະ​ກົດ 2024)ແລະຝຶກ​ອົບ​ຮົມຄູ​ຝຶກການ​ປົກ​ປ້ອງແລະຮັກ​ສາ​ຄວາມ​ປອດ​ໄພ​ສຳ​ລັບ​ເດັກ​ຂຶ້ນໃນວັນທີ 16 ກໍລະກົດນີ້ທີ່ວິ​ທະ​ຍາ​ໄລ​ຄູ​ດົງ​ຄຳ​ຊ້າງ, ໂດຍ​ການ​​ເປັນ​ປະ​ທານ​ຂອງທ່ານ ສົມສີ ສຸດທິວົງຮອງຫົວໜ້າຫ້ອງການຜູ້ປະຈໍາການ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ (ສສກ)ແລະ ທ່ານ ​ນາງວາເນັດຊ້າເຮັກກາທີ້ເລ​ຂາ​ເອກດ້ານຂະແໜງສາທາລະນະສຸກ ແລະ ຂະແໜງການສຶກສາ, ສະ​ຖານ​ທູດ​ອົສຕຣາລີປະຈຳລາວ, ມີ​ບັນ​ດາ​ຄູ, ອາຈານ ແລະ ນັກສຶກສາຈາກວິທະຍາໄລຄູດົງຄຳຊ້າງ ແລະ ຜູ້ຕາງໜ້າຈາກສະຫະພັນແມ່ຍິງລາວ, ອ້ອມຂ້າງສະຖາບັນເຂົ້າຮ່ວມ.

ທ່ານ ສົມສີ ສຸດທິວົງ ໄດ້ກ່າວວ່າ:ການປົກປ້ອງ ແລະ ການຮັກສາຄວາມປອດໄພສຳລັບເດັກ ແມ່ນວຽກງານບຸລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານອົສຕຣາລີມີບົດບາດສຳຄັນໃນການປົກປ້ອງເດັກໂດຍການມີສ່ວນຮ່ວມແລະໄດ້ຮັບການສະໜັບສະໜູນ ແລະ ມີຄວາມຮູ້ກ່ຽວກັບການປົກປ້ອງເດັກ, ວິທີການປະຕິບັດຂອງຄູ ສາມາດສ້າງຄວາມແຕກຕ່າງດ້ານສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການຮຽນຮູ້ທີ່ປອດໄພ. ເອກະສານແນະນໍາກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໄດ້ຖືກສ້າງຂຶ້ນເພື່ອສະໜັບສະໜູນຄູໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການປົກປ້ອງເດັກ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບການໃຫ້ຄຳປຶກສາ ແລະ ລະບົບການລາຍງານ. ດັ່ງທີ່ຮູ້ແລ້ວວ່າ, ຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງສ້າງພື້ນທີ່ປອດໄພໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ຈະເລີນເຕີບໂຕທາງກາຍ ແລະ ຈິດໃຈອີກດ້ວຍ, ເມື່ອນັກຮຽນຮູ້ສຶກປອດໄພ, ເຂົາເຈົ້າຈະຮຽນຮູ້ໄດ້ດີຢູ່ໃນໂຮງຮຽນ.

ທ່ານ ນາງວາເນັດຊ້າເຮັກກາທີ້ໄດ້ກ່າວວ່າ:"ໃນປະເທດອົສຕຣາລີເຮັດວຽກຮ່ວມກັບເດັກນ້ອຍແລະມີຄວາມຮັບຜິດຊອບ ເພື່ອຮັບປະກັນຄວາມປອດໄພທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາ. ລັດຖະບານອົສຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງສສກ, ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໃນການພັດທະນາ ແລະ ເຜີຍແຜ່ເອກະສານແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ,ການເສີມສ້າງຂີດຄວາມສາມາດໃນຫົວຂໍ້ທີ່ສຳຄັນນີ້. ຄູ່ມືການປົກປ້ອງເດັກທີ່ນໍາມາສະເໜີອະທິບາຍເຖິງການປະຕິບັດຕົວຈິງທີ່ທຸກຄົນຄວນປະຕິບັດ ເມື່ອໄດ້ເຮັດວຽກຕິດພັນກັບເດັກ. ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນແລະ ເຮັດວຽກຮ່ວມກັນເພື່ອຮັບປະກັນສະພາບແວດລ້ອມການຮຽນຮູ້ທີ່ປອດໄພສຳລັບລູກຫຼານຂອງພວກເຮົາ”.

ທ່ານ ນາງວາເນັດຊ້າເຮັກກາທີ້ໄດ້ກ່າວຕື່ມວ່າ: "ຄູສອນມີບົດບາດສໍາຄັນໃນການປົກປ້ອງນັກຮຽນ, ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພຢູ່ໂຮງຮຽນ, ຊ່ວຍໃຫ້ພວກເຂົາມີຄວາມກ້າວໜ້າໃນເສັ້ນທາງການຮຽນຮູ້. ການຈັດໃຫ້ຄູມີເຄື່ອງມື ແລະ ທັກສະທີ່ຈຳເປັນ ຈະຮັບປະກັນໃຫ້ເຂົາເຈົ້າສາມາດຊຸກຍູ້ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພໃຫ້ເດັກຢູ່ທັງໃນ ແລະ ນອກຫ້ອງຮຽນ”.

ແຜນງານບີຄວາເປັນແຜນງານທີ່ນຳພາໂດຍລັດຖະບານລາວ ໂດຍການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID). ໂຄງການໄດ້ສຸມໃສ່ເສີມຂະຫຍາຍຜົນການສຶກສາຂອງໄວໜຸ່ມທົ່ວປະເທດ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດແລະເປັນການສົ່ງເສີມການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກກິດຈະກໍາໃຫ້ມີຄວາມເທົ່າທຽມ ແລະ ຍຶນຍົງ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ