ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ
ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.

 

 

ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວໃນພິທີວ່າ: ວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງບາດິ່ງ ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຮັບຊາບ ກ່ຽວກັບຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ, ການສະຖາປະນາລັດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມພວກຂ້າພະເຈົ້າ ໄດ້ຖືເອົາ ວັນທີ 2 ກັນຍາ ຂອງທຸກໆປີ ເປັນ “ວັນບຸນເອກະລາດ”. ຈາກດິນແດນແຫ່ງໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ໃນໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຄຳສາບານແຫ່ງຄວາມເປັນເອກະລາດ ດ້ວຍແນວຄິດອັນເປັນອະມະຕະທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະຫຼະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນໍ້າໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນີິ້ ໄປສູ່ໄຊຊະນະໃໝ່, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ພ້ອມນີ້, ສະຫາຍ ຫງວຽນ ມິງ ເຕິມ ຍັງກ່າວໃຫ້ຮູ້ວ່າ: ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມ ໄດ້ບືນຕົວຂຶ້ນມາຢູ່ອັນດັບທີ 32 ຂອງໂລກ ດ້ານຂອບຂະໜາດພື້ນຖານເສດຖະກິດ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫຼັກໆໃນພາກພື້ນ ແລະ ທົ່ວໂລກ. ຈາກປະເທດໜຶ່ງທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ; ໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມອີ່ມໜຳສຳລານຂອງປະຊາຊົນ ເປັນເປົ້າໝາຍສູ້ຊົນ, ຫວຽດນາມ ຖືວ່າເປັນປະເທດທີ່ປະສົບຜົນສຳເລັດ ຈາກສະຫະປະຊາຊາດ ແລະ ເພື່ອນມິດສາກົນ, ເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະເທດທີ່ຮັກແຂກແພງຄົນ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.

ນອກຈາກນີ້, ສະຫາຍ ຍັງໄດ້ກ່າວເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ພັດທະນາ ຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ. ພ້ອມທັງໃຫ້ຮູ້ວ່າ: “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ: ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ, ເພື່ອໃຫ້ ຫວຽດນາມ ມີພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນຊື່ສຽງ ໃນວົງຄະນາຍາດສາກົນຄືທຸກວັນນີ້, ໄປຄຽງຄູ່ກັບຄວາມພະຍາຍາມບຸກໜ້າບືນຕົວຂອງຕົນແລ້ວ, ພວກຂ້າພະເຈົ້າ ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ຈາກເພື່ອນມິດສາກົນ ໂດຍສະເພາະ ແມ່ນການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ໝົດຈິດໝົດໃຈ, ມີປະສິດທິຜົນ ຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ”.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ