ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ
ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.

 

ສະຫອງບນໄຫວພະຈນ ຕດພນກບການສະຫອງວນສາງຕງສາຍພວພນການທດ ລາວ-ຈນ - image 1
 

ໂອກາດດັ່ງກ່າວ, ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ, ທັງເປັນປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ນີ້, ຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ. ຕະຫຼອດໄລຍະເວລາ 65 ປີ ທີ່ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມໂຍງກັນດ້ວຍພູຜາ ແລະ ແມ່ນໍ້າ, ມີວັດທະນະທໍາທີ່ຄ້າຍຄືກັນ ແລະ ມີສາຍພົວພັນທີ່ໃກ້ຊິດ ລະຫວ່າງປະຊາຊົນ. ມິດຕະພາບອັນຍາວນານຂອງສອງປະເທດໄດ້ຜ່ານການທົດສອບເວລາ ແລະ ການຮ່ວມມືຕົວຈິງຢ່າງເລິກເຊິ່ງຍິ່ງຂຶ້ນ. ເທສະການໄຫວ້ພະຈັນ ແມ່ນເທສະການແຫ່ງການເຕົ້າໂຮມຍາດຕິພີ່ນ້ອງຂອງປະຊາຊາດຈີນ, ດວງຈັນທີ່ສະຫວ່າງສະໄຫວ ເຮັດໃຫ້ຄິດຮອດບ້ານເກີດເມືອງນອນ ແລະ ໝູ່ເພື່ອນ, ງານລ້ຽງທີ່ເຊື່ອມໂຍງສາຍພົວພັນໃນຄອບຄົວ ແລະ ມິດຕະພາບ. ສໍາລັບຊາວຈີນຕ່າງດ້າວທີ່ອາໄສ, ດຳເນີນທຸລະກິດຢູ່ລາວມາເປັນເວລາດົນນານ, ຄືນທີ່ດວງຈັນເຕັມດວງເຮັດໃຫ້ພວກເຮົາຮູ້ສຶກເຖິງຄວາມໝາຍຂອງ "ບ້ານ". ເຖິງວ່າພວກເຮົາມາຈາກບ່ອນທີ່ແຕກຕ່າງກັນ ແລະ ເຮັດວຽກໃນອຸດສາຫະກຳທີ່ແຕກຕ່າງກັນ, ແຕ່ໃນດິນແດນລາວແຫ່ງນີ້, ພວກເຮົາມີຊີວິດຮ່ວມກັນ, ອຸດົມການຮ່ວມກັນ ແລະ ພວກເຮົາໄດ້ເຫັນທຸກໆໄລຍະເວລາທີ່ສໍາຄັນໃນການພັດທະນາຂອງການຮ່ວມມືມິດຕະພາບລະຫວ່າງ ລາວ-ຈີນ ຢ່າງຕໍ່ເນື່ອງ.

ສະຫອງບນໄຫວພະຈນ ຕດພນກບການສະຫອງວນສາງຕງສາຍພວພນການທດ ລາວ-ຈນ - image 2
 

ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ມີຄໍາເຫັນວ່າ: ງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງການແລກປ່ຽນມິດຕະພາບລະຫວ່າງ ປະຊາຊົນສອງປະເທດພວກເຮົາ ຊຶ່ງເປັນບຸນປະເພນີພື້ນເມືອງຂອງຈີນ ທີ່ເນັ້ນເຖິງການເຕົ້າໂຮມຍາດພີ່ນ້ອງ, ສ້າງຄວາມສາມັກຄີເໝືອນດັ່ງຄອບຄົວດຽວກັນ, ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນປະຈໍາລາວ ທີ່ໄດ້ສ້າງຮາກຖານ, ດໍາເນີນທຸລະກິດ, ດຶງດູດການລົງທຶນ, ທັງເປັນຂົວຕໍ່ໃຫ້ກັບປະຊາຊົນສອງປະເທດທຸກລະດັບ ໄດ້ມີການພົວພັນຮ່ວມມືກັນ ນັບມື້ນັບຫຼາຍຂຶ້ນ ຊຶ່ງເປັນການສົ່ງເສີມເສດຖະກິດ-ສັງຄົມ ໃນ ສປປ ລາວ ແລະ ເສີມຂະຫຍາຍໃຫ້ສາຍພົວພັນສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ຢ່າງໃດກໍຕາມ, ແນວລາວສ້າງຊາດ ຈະສືບຕໍ່ເພີ່ມທະວີແລກປ່ຽນກັບ ສປ ຈີນ ໂດຍສະເພາະແມ່ນຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນ ຢູ່ລາວ ເພື່ຶອສົ່ງເສີມແລກປ່ຽນການທູດປະຊາຊົນ ແລະ ການພົວພັນຮ່ວມມື ດ້ານວັດທະນະທໍາ-ສັງຄົມ ເພື່ອປະກອບສ່ວນເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງພັກ-ລັດ ແລະ ປະຊາຊົນ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂ່າວ: ທະນູທອງ, ພາບ:ເກດສະໜາ

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ສອງປະເທດ ລາວ-ຈີນ ໄດ້ສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ແບບຄົບຊຸດໃນຍຸກໃໝ່ ໃນນັ້ນ,ໄດ້ເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດແມ່ນສ່ວນປະກອບສໍາຄັນ, ໂດຍຜ່ານການພົບປະລະດັບສູງ, ການສໍາມະນາທິດສະດີ, ການປະຖະກາຖາຂອງຜູ້ຊ່ຽວຊານ, ການຝຶກອົບຮົມພະນັກງານ ແລະ ຮູບແບບອື່ນໆ, ໃນຂະນະດຽວກັນ, ລາວ-ຈີນ ໄດ້ ເພີ່ມທະວີການແລກປ່ຽນບົດຮຽນ, ຮຽນຮູ້ບົດຮຽນອັນທີ່ມີປະໂຫຍດຂອງ ກັນ ແລະ ກັນ ຊຶ່ງໄດ້ຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຍົກລະດັບຄວາມສາມາດດ້ານການບໍລິຫານ.
ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານ​ມາ ທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ທາງພາກຕາເວັນອອກຂອງ ສປ ຈີນ. ເວທີປາໄສດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ໜັງສືພິມປະຊາຊົນ​ຂອງ​ຈີນ (People's Daily) ແລະ ລັດຖະບານປະຊາຊົນແຂວງຝູຈ້ຽນ ພາຍໃຕ້ຫົວຂໍ້ “ເປີດກວ້າງ ແລະ ຮ່ວມມື ເພື່ອການພັດທະນາຮ່ວມກັນ”.
ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ເພີ່ມເຕີມ