ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ
ສະຖານທູດອົສຕຣາລີປະຈຳລາວຈັດງານສະຫຼອງວັນຊາດອົສຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົສຕຣາລີ ຄົບຮອບ 74 ປີ ໃນວັນທີ 5 ກຸມພານີ້, ໂດຍມີແຂກເຂົ້າຮ່ວມງານຢ່າງຫຼວງຫຼາຍເພື່ອສະເຫຼີມສະຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວລະຫວ່າງອົສຕຣາລີ ແລະ ສປປ ລາວ.
ສະຫອງວນຊາດອສະຕຣາລ ແລະ ວນສາງຕງສາຍພວພນທາງການທດລາວ - ອສຕຣາລ ຄບຮອບ 74 ປ - image 1
 

ເປັນກຽດໃນງານ ໂດຍ ທ່ານນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານນາງ ເມແກັນຈອນສ ເອກອັກຄະລັດຖະທູດອົສຕຣາລີປະຈຳ ສປປ ລາວ ໄດ້ເປັນກຽດຂຶ້ນກ່າວໃນງານ, ທ່ານນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນດາພະນັກງານຂັ້ນສູງ, ນັກການທູດ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານນາງ ເມແກັນຈອນສ ຊຶ່ງກ່າວເຖິງຄວາມສຳຄັນຂອງວັນຊາດອົສຕຣາລີ (26 ມັງກອນ), ໂດຍສະເພາະປະຫວັດຄວາມເປັນມາ, ວັດທະນະທຳ ແລະ ຜົນສຳເລັດຕ່າງໆທີ່ເຮັດໃຫ້ອົສຕຣາລີເປັນທັນສະໄໝ ແລະ ມີວັດທະນະທຳຊົນເຜົ່າທີ່ຫຼາກຫຼາຍ. “ພວກເຮົາພູມໃຈກັບປະເທດຊາດຂອງພວກເຮົາທີ່ຄວາມຫຼາກຫຼາຍທາງດ້ານວັດທະນະທຳ - ມີຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນຫຼາຍກວ່າ 300 ກຸ່ມ, ໃນຈຳນວນນີ້ມີຄົນອົສຕຣາລີຫຼາຍກວ່າໜຶ່ງລ້ານຄົນທີ່ມີເຊື້ອສາຍຄອບຄົວຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພວກເຮົາຮັບຮູ້ວ່າປະເທດຊາດທີ່ທັນສະ ໄໝຂອງພວກເຮົາມາຈາກວັດທະນະທຳຊົນເຜົ່າທີ່ຕໍ່ເນື່ອງຍາວນານມາຫຼາຍກວ່າ 65,000 ປີ ຊຶ່ງເປັນວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ. ພວກເຮົາຖືເອົາໂອກາດນີ້ເບິ່ງໄປທາງໜ້າສູ່ອະນາຄົດຮ່ວມກັນ ແລະ ເປັນໂອກາດທີ່ຈະໄດ້ພິຈາລະນາບົດບາດຂອງພວກເຮົາໃນພາກພື້ນນີ້ ແລະ ໃນໂລກ. ແນ່ນອນ, ລວມທັງສາຍພົວພັນຂອງພວກເຮົາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ລວມເຖິງມິດຕະພາບທີ່ແໜ້ນແຟ້ນ, ຍາວນານຂອງອົສຕຣາລີ ແລະ ສປປ ລາວ.” 

ສະຫອງວນຊາດອສະຕຣາລ ແລະ ວນສາງຕງສາຍພວພນທາງການທດລາວ - ອສຕຣາລ ຄບຮອບ 74 ປ - image 2
 

ປີນີ້ລາວ ແລະ ອົສຕຣາລີຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດຄົບຮອບ 74 ປີ ຊຶ່ງແມ່ນສາຍພົວພັນສອງຝ່າຍທີ່ຕໍ່ເນື່ອງຍາວນານທີ່ສຸດທີ່ ສປປ ລາວ ມີຮ່ວມກັບຕ່າງປະເທດ. ການຮ່ວມມືລະຫວ່າງສອງປະເທດຂອງພວກເຮົາມີຄວາມຍືນຍົງ ຜ່ານການຜັນແປ ແລະ ສິ່ງທ້າທາຍຕ່າງໆຂອງໂລກລວມເຖິງການປ່ຽນແປງດ້ານບຸລິມະສິດຕ່າງໆ - ແຕ່ສາຍພົວພັນຂອງພວກເຮົາສືບຕໍ່ແໜ້ນແຟ້ນເຂັ້ມແຂງຍ້ອນຖືກສ້າງຂຶ້ນບົນຈິດໃຈເຊື່ອໝັ້ນຊຶ່ງກັນ ແລະ ກັນ, ເຄົາລົບຊຶ່ງກັນ ແລະ ກັນ ແລະ ເປັນມິດຕະພາບທີ່ແທ້ຈິງ. 

ອົສຕຣາລີໃຫ້ຄຳໝັ້ນສັນຍາ ທີ່ຈະເສີມຂະຫຍາຍການຮ່ວມມືກັບ ສປປ ລາວ ພາຍໃຕ້ສັນຍາຄູ່ຮ່ວມມືຮອບດ້ານ ທີ່ລົງນາມກັນໂດຍນາຍົກລັດຖະມົນຕີຂອງທັງສອງປະເທດໃນປີ 2024. ການຮ່ວມມືດັ່ງກ່າວກວມເອົາຫຼາຍຂົງເຂດທີ່ສຳຄັນເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ ແລະ ການລົງທຶນ, ພະລັງງານ, ຄວາມໝັ້ນຄົງທາງໄຊເບີ, ອາຊະຍາກຳຂ້າມຊາດ, ວຽກງານປ້ອງກັນປະເທດ ແລະ ການບັງຄັບໃຊ້ກົດໝາຍ.

ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີຜ່ານມາ, ນັກສຶກສາລາວທີ່ໄດ້ໄປຮຽນຕໍ່ຢູ່ອົສຕຣາລີ ແລະ ກັບຄືນມາບ້ານພ້ອມດ້ວຍທັກສະ ແລະ ຄວາມຮູ້ຄວາມສາມາດໃໝ່ຫຼາຍດ້ານລວມເຖິງມິດຕະພາບທີ່ຕິດໂຕຕະຫຼອດຊີວິດ. ປັດຈຸບັນ ມີອະດີດນັກສຶກສາຈົບຈາກອົສຕຣາລີຫຼາຍກວ່າ 2,600 ຄົນ ຢູ່ໃນ ສປປ ລາວ ທີ່ພວມປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດໃນພາກລັດ, ພາກເອກະຊົນ, ໜ່ວຍງານວິທະຍາສາດ, ຂະແໜງສາທາລະນະສຸກ ແລະ ຂະແໜງສິລະປະວັດທະນະທຳອື່ນໆ. 

ໃນປີ 2025, ອົສຕຣາລີສະໜັບສະໜູນ ສປປ ລາວ ໃນການຕໍ່ສູ້ກັບພະຍາດໄຂ້ເລືອດອອກ ຊຶ່ງໄດ້ມີການປ່ອຍຍຸງທີ່ມີເຊື້ອ Wolbachia ຈໍານວນ 48 ລ້ານໂຕ ທົ່ວນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ພວກເຮົາຍັງສະໜັບສະໜູນຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນສື່ມວນຊົນຄົບຮອບ75 ປີ ແລະ ສະໜັບສະໜູນການສຳຫຼວດພົນລະເມືອງລາວທົ່ວປະເທດຄັ້ງທີ 5.

   ອົສຕຣາລີຍັງໃຫ້ຄຳໝັ້ນສັນຍາທີ່ຈະຮັດແໜ້ນການຮ່ວມມືເສດຖະກິດກັບ ສປປ ລາວ ພາຍໃຕ້ແຜນງານທີ່ເອີ້ນວ່າ: ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຂອງອົສຕຣາລີເຖິງປີ 2040. 

ໃນປີກາຍນີ້, ບໍລິສັດ Costa ຂອງອົສຕຣາລີໄດ້ລົງທຶນປູກໝາກບູເບີຣີຢູ່ເມືອງປາກຊ່ອງ ແຂວງຈຳປາສັກແລະ ມາຮອດປັດຈຸບັນບໍລິສັດໄດ້ປູກໝາກບູເບີຣີໄດ້ 73 ເຮັກຕາ ແລະ ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 200ຄົນ, ສ່ວນໃຫຍ່ແມ່ນຄົນລາວ. ປີນີ້ພວກເຮົາເສີມຂະຫຍາຍການຮ່ວມມືກັບ ສປປ ລາວ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໂດຍຜ່ານໂຄງການໃໝ່ ຄື: ໂຄງການເສີມສ້າງຄວາມເຂັ້ມແຂງດ້ານກະສິກຳລາວ-ອົສຕຣາລີ. ປີໜ້າຈະຄົບຮອບ 75 ປີແຫ່ງສາຍພົວພັນສອງຝ່າຍລາວ-ອົສຕຣາລີ. ເປັນປີທີ່ສອງປະເທດຂອງພວກເຮົາຈະຮ່ວມກັນທົບທວນຕື່ມວ່າພວກເຮົາຮ່ວມເດີນທາງຄຽງຄູ່ກັນມາຕາມເສັ້ນທາງອັນຍາວໄກນີ້ຮອດໃສແລ້ວ ແລະເບິ່ງທາງໜ້ານຳກັນດ້ວຍຄວາມຫວັງໃນສິ່ງທີ່ພວກເຮົາສາມາດຍາດໄດ້ເປົ້າໝາຍທີ່ວາງໄວ້ຮ່ວມກັນ. 

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ສອງປະເທດ ລາວ-ຈີນ ໄດ້ສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ແບບຄົບຊຸດໃນຍຸກໃໝ່ ໃນນັ້ນ,ໄດ້ເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດແມ່ນສ່ວນປະກອບສໍາຄັນ, ໂດຍຜ່ານການພົບປະລະດັບສູງ, ການສໍາມະນາທິດສະດີ, ການປະຖະກາຖາຂອງຜູ້ຊ່ຽວຊານ, ການຝຶກອົບຮົມພະນັກງານ ແລະ ຮູບແບບອື່ນໆ, ໃນຂະນະດຽວກັນ, ລາວ-ຈີນ ໄດ້ ເພີ່ມທະວີການແລກປ່ຽນບົດຮຽນ, ຮຽນຮູ້ບົດຮຽນອັນທີ່ມີປະໂຫຍດຂອງ ກັນ ແລະ ກັນ ຊຶ່ງໄດ້ຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຍົກລະດັບຄວາມສາມາດດ້ານການບໍລິຫານ.
ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານ​ມາ ທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ທາງພາກຕາເວັນອອກຂອງ ສປ ຈີນ. ເວທີປາໄສດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ໜັງສືພິມປະຊາຊົນ​ຂອງ​ຈີນ (People's Daily) ແລະ ລັດຖະບານປະຊາຊົນແຂວງຝູຈ້ຽນ ພາຍໃຕ້ຫົວຂໍ້ “ເປີດກວ້າງ ແລະ ຮ່ວມມື ເພື່ອການພັດທະນາຮ່ວມກັນ”.
ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ເພີ່ມເຕີມ