ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ກະຊວງປ້ອງກັນສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ປີ ( 2021-2023 ) ແລະ ທິດທາງແຜນການຮອດປີ 2025 ຂຶ້ນໃນວັນທີ 13 ທັນວານີ້ ທີ່ສະໂມສອນກະຊວງ ປກສ (ສະໜາມມ້າ)ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ,ມີເຈົ້າແຂວງ-ຮອງເຈົ້າແຂວງ, ບັນດາທ່ານການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພົອ ວິໄລ ຫຼ້າຄຳຟອງ ກ່າວວ່າ: ສປປ ລາວ ໄດ້ເປີດກວ້າງກັບພາກພື້ນ ແລະ ສາກົນໄປຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດ ຊຶ່ງເປັນເງື່ອນໄຂໃຫ້ ສປປ ລາວ ກາຍເປັນທາງຜ່ານຂອງການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ. ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດແຕ່ລະປະເພດທີ່ຢຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ, ເລ່ຫຼ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກແລບແນບນຽນດ້ວຍຫຼາຍວິທີການ-ຮູບການທີ່ສະລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາເຊື່ອມໂຍງທັງ ພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ. ຕະຫຼອດໄລຍະເວລາຜ່ານມາ, ລັດຖະບານໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກໜຶ່ງທີ່ສໍາຄັນ ແນໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງຄົມປອດໄພຈາກບັນຫາຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນລາວມີຄວາມຜາສຸກຢູ່ດີກິນດີ. ກະຊວງປ້ອງກັນຄວາມສະຫງົບໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນໍາພາ-ຊີ້ນໍາການເຄື່ອນໄຫວພາລະບົດບາດເປັນໃຈກາງໃນການປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄປຕາມ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ, ມືອາຊີບ, ໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ. ຜ່ານການເຄື່ອນໄຫວຕົວຈິງ ໃນໄລຍະເກືອບ 3 ປີຜ່ານມາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ.
    ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ປີ ( 2021-2023 ) ຕໍ່ກອງປະຊຸມວ່າ: ຜ່ານການເຄື່ອນໄຫວຕົວຈິງແຕ່ເດືອນກໍລະກົດ 2021ຫາ ເດືອນພະຈິກ 2023 ສາມາດເຮັດສໍາເລັດໃນຫຼາຍດ້ານເປັນຕົ້ນດ້ານການແກ້ໄຂ ແລະ ຕ້ານຢາເສບຕິດ ແມ່ນໄດ້ຊີ້ນຳໃນການປະຕິບັດໄປຕາມຄໍາຂວັນທີ່ວ່າ “ ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກການ ” ເຫັນວ່າມີຜົນສໍາເລັດເປັນຢ່າງດີ ໃນນີ້ສາມາດແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 11.558 ເລື່ອງ, ຈັບຜູ້ຖືກຫາໄດ້ 17.074 ຄົນ ຍິງ 1.913 ຄົນ ເປັນຄົນຕ່າງປະເທດ 346 ຄົນ ຍິງ 24 ຄົນ, ຢືດຢາບ້າໄດ້ 330.751.984 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຣາມ ນໍ້າໜັກລວມ 33.134,71 ກິໂລກຣາມ, ຢາໄອສ 8.712,72 ກິໂລກຣາມ, ເຮໂຣອິນ 800,86 ກິໂລກຣາມ, ຄັນຊາ 21.566,41 ກິໂລກຣາມ, ຢາຝິ່ນ 386,39 ກິໂລກຣາມ, ຢາອີ 8.575 ເມັດ ກັບ 31 ກິໂລກຣາມ, ແປ້ງຝຸ່ນປະສົມຢາເສບຕິດ 51.169,52 ກິໂລກຣາມ, ເຄຕາມິນ 2.977,53 ກິໂລກຣາມ, ໂຄເຄນ 3 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດໃຫຍ່ໄດ້ 384 ຄັນ, ລົດຈັກ 1.932 ຄັນ, ເຮືອ 6 ລຳ, ອາວຸດປືນ 73 ກະບອກ, ລູກປືນ 1.496 ລູກ, ໝາກແຕກ 1 ໜ່ວຍ ແລະ ຍັງສາມາດແກ້ໄຂຈຸດມົ້ວສຸມຮ້ານ ບັນເທີງຢູ່ບັນດາຕົວເມືອງໃຫຍ່ອີກຫຼາຍແຫ່ງ.
    ດ້ານການບຳບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດໄດ້ມີຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ມີທັງໝົດ 12.275 ຄົນ ຍິງ 459 ຄົນ. ໃນນີ້ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 9.396 ຄົນ ຍິງ 374 ຄົນ, ຍັງສືບຕໍ່ປິ່ນປົວ 2.879 ຄົນຍິງ 85 ຄົນ. ປັດຈຸບັນກໍາ ລັງປັບປຸງ 3 ສູນປິ່ນປົວຜູ້ຕິດຢາເສບຕິດຄື: ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດແຂວງຜົ້ງສາລີ, ຊຽງຂວາງ ແລະ ແຂວງສະຫວັນນະເຂດ. ກຳລັງກໍ່ສ້າງເພີ່ມອີກ 2 ແຫ່ງຄື: ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດແຂວງເຊກອງ ແລະ ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດແຂວງວຽງຈັນ. 
    ສຳລັບທິດທາງແຜນການຮອດປີ 2025 ສືບຕໍ່ຈັດຕັ້ງປະຕິບັດໄປຕາມ 6 ວຽກຈຸດສຸມເປັນຕົ້ນ 1. ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ, ສ້າງບ້ານ, ໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດໃຫ້ຫຼາຍຂຶ້ນ, ສ້າງຫຼັກສູດການຮຽນ-ການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບ; 2. ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ; 3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ; 4. ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ; 5. ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບ; 6. ເພີ່ມທະວີການຮ່ວມມືກັບສາກົນ.ກອງປະຊຸມບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນແລກປ່ຽນບົດຮຽນ, ແລກປ່ຽນເຕັກນິກວິທີການ, ແລກປ່ຽນຄວາມຮູ້ ແລະ ສະພາບການບັນຫາຢາເສບຕິດໃນຂົງເຂດຄວາມຮັບຜິດຊອບ ເພື່ອຮ່ວມກັນປືກສາຫາລືຊອກຫາວິທີການແກ້ໄຂຮ່ວມກັນຢ່າງກົງໄປກົງມາ, ເລິກເຊິ່ງເຖິງຖ່ອງ ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ວັນເພັງ, ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ