ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ຂອງ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນວັນທີ 27 ມັງກອນ ນີ້ ທີີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານ ຄຊດລ ມີບັນດາທ່ານຄະນະກຳມະການ ຄຊດລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫບການຈດຕງປະຕບດວຽກງານ ຄະນະກຳມະການລະດບຊາດ ເພອການຫນເປນດຈຕອນ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫົວໜ້າຄະນະຊ່ວຍວຽກ ຄຊດລ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບລວມ ແລະ ບັນດາຜົນສຳເລັດພົ້ນເດັ່ນ ໃນການຫັນເປັນດີຈີຕອນຂອງ ສປປ ລາວ ໃນໄລຍະຜ່ານມາ. ໃນດ້ານນິຕິກຳ ແມ່ນໄດ້ມີການສ້າງ ແລະ ປັບປຸງ ກົດໝາຍ ດໍາລັດ ຍຸດທະສາດ ແລະ ຫຼາຍຂໍ້ຕົກລົງ ເພື່ອຊຸກຍູ້ດ້ານການບໍລິຫານລັດດີຈີຕອນ ຄວາມປອດໄພໄຊເບີ ການສຶກສາ ການເງິນ ການທະນາຄານ ການສົ່ງເສີມທຸລະກິດສະຕາດອັບ ພວມຮ່າງແຜນຍຸດທະສາດປັນຍາປະດິດ (AI) ແລະ ອື່ນໆ. ໃນດ້ານໂຄງລ່າງພື້ນຖານ ແມ່ນໄດ້ເອົາໃຈໃສ່ຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດ ປົກຄຸມບັນດາຕົວເມືອງ ແລະ ບ້ານ ເກືອບທົ່ວປະເທດ ແລະ ຍັງສືບຕໍ່ຄົ້ນຄວ້າຂະຫຍາຍໄປສູ່ເຂດທີ່ຍັງບໍ່ມີສັນຍານ ໂດຍການຮ່ວມມືກັບບັນດາພາກສ່ວນທຸລະກິດ. ໄດ້ສ້າງໂຄງລ່າງພື້ນຖານດີຈີຕອນສຳຄັນ ເປັນຕົ້ນສູນຂໍ້ມູນ ລະບົບລາຍເຊັນເອເລັກໂຕຣນິກ ທີ່ເປັນພື້ນຖານສຳຄັນໃຫ້ແກ່ການຫັນເປັນດີຈີຕອນ.

ໃນດ້ານການຫັນເປັນລັດຖະບານດີຈີຕອນ ແມ່ນໄດ້ສຳເລັດການເຊື່ອມໂຍງເຄືອຂ່າຍອິນຕຣາເນັດພາກລັດ (G-Net) ເຊື່ອມຕໍ່ທຸກກະຊວງ ແລະ ແຂວງ ພ້ອມທັງຜັນຂະຫຍາຍລະບົບຫ້ອງການທັນສະໄໝ (e-Office) ຢ່າງກວ້າງຂວາງ ນອກຈາກດ້ານເຕັກນິກ ການສ້າງຄວາມເຊື່ອໝັ້ນດີຈີຕອນ (Digital Trust) ຖືເປັນບຸລິມະສິດທີ່ຂາດບໍ່ໄດ້, ໄດ້ນໍາໃຊ້ລາຍເຊັນເອເລັກໂຕຣນິກ (CA) ເຂົ້າໃນລະບົບຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ຂອງກະຊວງການເງິນ ເປັນຕົ້ນລະບົບຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (LIFMIS) ເຮັດໃຫ້ການເບີກຈ່າຍເງິນເດືອນຂອງພາກລັດ ມີຄວາມສະດວກ ວ່ອງໄວ ປອດໄພ ໄດ້ສ້າງສູນປະຕິບັດການຄວາມປອດໄພທາງໄຊເບີ (SOC) ເພື່ອຕິດຕາມກວດກາ ແລະ ປ້ອງການ ບັນດາລະບົບໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງປະເທດ. ລັດຖະບານໄດ້ສ້າງຕັ້ງສູນຕ້ານການຫຼອກລວງທາງອອນລາຍ ສາຍດ່ວນ 1533 ເພື່ອເປັນບ່ອນຮັບແຈ້ງເຫດການຫຼອກລວງທາງອອນລາຍ ແລະ ໃຫ້ຂໍ້ມູນຂ່າວສານໂຄສະນາເຜີຍແຜ່ ປົກປ້ອງພົນລະເມືອງຈາກໄພຂົ່ມຂູ່ທີ່ມາພ້ອມກັບການຂະຫຍາຍຕົວຂອງເຕັກໂນໂລຊີດີຈີຕອນ, ການສ້າງກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ແລະ ການປັບປຸງ ກົດໝາຍວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ ໃຫ້ສອດຄ່ອງກັບ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ (UN Convention on Cybercrime) ທີ່ ສປປ ລາວ ໄດ້ຮ່ວມລົງນາມໃນປີ 2025 ໄດ້ກາຍເປັນຂີດໝາຍສໍາຄັນ ທີ່ເຮັດໃຫ້ ສປປ ລາວ ມີຄວາມພ້ອມໃນການຮ່ວມມືກັບສາກົນ ເພື່ອປາບປາມກຸ່ມມິດສາຊີບຂ້າມຊາດ.

ສະຫບການຈດຕງປະຕບດວຽກງານ ຄະນະກຳມະການລະດບຊາດ ເພອການຫນເປນດຈຕອນ - image 2
 

ສປປ ລາວ ໄດ້ສຳເລັດການສ້າງຖານຂໍ້ມູນພົນລະເມືອງແບບເອເລັກໂຕຣນິກ (e-ID) ຊຶ່ງເລີ່ມອອກບັດໃຫ້ປະຊາຊົນແລ້ວ ພ້ອມນັ້ນ ກໍໄດ້ສຳເລັດບັ້ນລົງສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ (PHC2025) ທົ່ວປະເທດ ຊຶ່ງເປັນການເກັບກໍາຂໍ້ມູນພົນລະເມືອງເປັນແບບເອເລັກໂຕຣນິກ ແລະ ຈະກາຍເປັນພື້ນຖານຂໍ້ມູນສຳຄັນ ໃນການຫັນເປັນດີຈີຕອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນອານາຄົດ. ການຫັນເປັນດີຈີຕອນຂອງລາວ ໄດ້ແຊກຊຶມເຂົ້າໄປໃນທຸກຂະແໜງການທີ່ເປັນເສົາຄໍ້າຂອງເສດຖະກິດ ໂດຍມີຕົວຢ່າງຜົນສຳເລັດທີ່ໂດດເດັ່ນ ເປັນຕົ້ນ: ຂະແໜງການເງິນ ແລະ ການທະນາຄານ (FinTech) ແມ່ນຂະແໜງການທີ່ປະສົບຜົນສຳເລັດສູງ ໂດຍສະເພາະແມ່ນການພັດທະນາລະບົບ Lao QR Payment ທີ່ສາມາດເຊື່ອມໂຍງກັບລະບົບການຊຳລະເງິນໃນອາຊຽນ ເຮັດໃຫ້ການຄ້າຂ້າມແດນ ແລະ ການທ່ອງທ່ຽວມີຄວາມຄ່ອງຂຶ້ນ. ທະນາຄານແຫ່ງ ສປປ ລາວ ຍັງໄດ້ທົດລອງນຳໃຊ້ ເງິນກີບດີຈີຕອນ (Central Bank Digital Currency - CBDC) ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງເງິນຕາ ແລະ ຫຼຸດຜ່ອນຕົ້ນທຶນການພິມທະນະບັດ. ຂະແໜງກະສິກຳ: ໄດ້ເລີ່ມມີການນຳໃຊ້ໂດຣນ ເພື່ອການພົ່ນຢາ ແລະ ໃສ່ຝຸ່ນຢ່າງແຜ່ຫຼາຍໃນຟາມຂະໜາດໃຫຍ່. ນອກຈາກນີ້ ຍັງມີການນຳໃຊ້ລະບົບ Blockchain ເພື່ອຕິດຕາມແຫຼ່ງກຳເນີດຂອງຜະລິດຕະພັນ ຊຶ່ງຊ່ວຍໃຫ້ສິນຄ້າກະສິກຳຂອງລາວ ເຊັ່ນ: ກາເຟ ແລະ ໝາກໄມ້ ສາມາດສົ່ງອອກໄປຍັງຕະຫຼາດເອີຣົບ ແລະ ຈີນ ໄດ້ງ່າຍຂຶ້ນ ຍ້ອນມີໃບຢັ້ງຢືນມາດຕະຖານດີຈີຕອນທີ່ໜ້າເຊື່ອຖື. ຂະແໜງສາທາລະນະສຸກ ແລະ ການສຶກສາ: ລະບົບການແພດທາງໄກ ໄດ້ກາຍເປັນເຄື່ອງມືສຳຄັນ ໃນການເຊື່ອມຕໍ່ແພດຊ່ຽວຊານຈາກສູນກາງ ກັບຄົນເຈັບໃນເຂດຫ່າງໄກສອກຫຼີກ. ໃນດ້ານການສຶກສາ ໄດ້ພັດທະນາແພລັດຟອມການຮຽນຮູ້ ທີ່ມີການນຳໃຊ້ AI ເພື່ອຊ່ວຍແນະນຳບົດຮຽນໃຫ້ແທດເໝາະກັບຄວາມສາມາດຂອງນັກຮຽນແຕ່ລະຄົນ. ໃນຂະແໜງການທ່ອງທ່ຽວ ແລະ ການຂົນສົ່ງ ການນຳໃຊ້ລະບົບປີ້ລົດໄຟ ລາວ-ຈີນ ແບບອອນລາຍ ແລະ ການສ້າງແພລັດຟອມ ທີ່ລວມເອົາການຈອງໂຮງແຮມ, ການນຳທ່ຽວ ແລະ ການຊຳລະເງິນໄວ້ນຳກັນ ໄດ້ຊ່ວຍກະຕຸ້ນການທ່ອງທ່ຽວໃຫ້ກັບຄືນມາຄຶກຄັກ. ໃນດ້ານ Logistics ການນຳໃຊ້ລະບົບຄຸ້ມຄອງສາງສິນຄ້າທັນສະໄໝ ແລະ ລະບົບຕິດຕາມລົດຂົນສົ່ງຜ່ານ GPS ໄດ້ຊ່ວຍໃຫ້ ສປປ ລາວ ຫັນປ່ຽນຈາກປະເທດທີ່ Land-locked ກາຍເປັນ Land-linked.

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະເໜີການຕີລາຄາສາເຫດທີ່ພາໃຫ້ມີຜົນສຳເລັດ ບັນດາຂໍ້ຄົງຄ້າງ ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງສະເໜີ ທິດທາງລວມ, ແຜນວຽກຈຸດສຸມ ແລະ ແຜນການເຄື່ອນໄຫວ ຂອງ ຄຊດລ ປະຈໍາປີ 2026 ໃນນັ້ນ ມີແຜນຈັດງານສັບປະດາດີຈີຕອນ ໃນເດືອນມີນາ 2026 ແລະ ການສ້າງແຜນການຫັນເປັນດີຈີຕອນ 2026-2030 ຂອງ ສປປ ລາວ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ ການກຳນົດບັນດາເປົ້າ ໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງຄຸ້ມຄອງ ພັດທະນາ ແລະ ສົ່ງເສີມໃຫ້ມີການນຳໃຊ້ເຕັກໂນໂລຊີຕ່າງໆ ເຂົ້າໃນການຫັນເປັນດີຈີຕອນ ໃນທຸຂະແໜງການ ຊຶ່ງກໍແມ່ນໜ້າທີ່ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ທີິ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈັດຕັ້ງຜັນຂະຫຍາຍ ວິໄສທັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ.

ທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໃສ່ບາງບັນຫາ ຄື: 1. ກອງປະຊຸມ ໄດ້ຮັບຮອງດ້ານຫຼັກການ ຕໍ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຮອດປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ພ້ອມທັງຮັບຮອງ ແຜນການເຄື່ອນໄຫວທົງໝົດປີ 2026. ມອບໃຫ້ ຄະນະຊ່ວຍວຽກ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງເນື້ອໃນລະອຽດໃຫ້ສອດຄ່ອງຕື່ມ., 2. ໃຫ້ປັບປຸງຄະນະກຳມະການລະດັບຊາດ ໃຫ້ສອດຄ່ອງກັບການປັບປຸງກົງຈັກລັດຖະບານ ພ້ອມທັງປັບປຸງຄະນະຫັນເປັນດີຈີຕອນ ປະຈຳຂະແໜງ ໂດຍມອບໃຫ້ທ່ານລັດຖະມົນຕີ ທ່ານປະທານປົກຄອງແຂວງ ເປັນຫົວໜ້າຄະນະ ເພື່ອນໍາພາ-ຊີ້ນໍາ ໃນການຫັນເປັນດີຈີຕອນ ໃນຂະແໜງການຕົນ ແລະ ພົວພັນປະສານງານ ກັບ ຄຊດລ; ໃຫ້ຫ້ອງການ ຂອງແຕ່ລະກະຊວງ ພະແນກເຕັກໂນໂລຊີ ແລະ ການສື່ສານຂອງ ແຂວງ/ນະຄອນຫຼວງ ເປັນຫ້ອງການກອງເລຂາ ແລະ ຈຸດປະສານງານ, 3. ໃຫ້ແຕ່ລະພາກສ່ວນ ສ້າງແຜນຫັນເປັນດີຈີຕອນຂອງຂະແໜງການຕົນ ໂດຍເນັ້ນໜັກ 3 ເສົາຄ້ຳ ຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ສືບຕໍ່ການຍົກລະດັບໃຫ້ບັນດາພະນັກງານ ມີທັກສະ ແລະ ຄວາມຮູ້ພື້ນຖານການຫັນເປັນດີຈີຕອນ. ພ້ອມທັງໃຫ້ມີການທົບທວນຄືນ ການຈັດຕັ້ງປະຕິບັດ ແຜນເສດຖະກິດດີຈີຕອນ ແຫ່ງຊາດ ແຫ່ງຊາດ 2021-2025 ແລະ ສ້າງແຜນການຫັນເປັນດີຈີຕອນ ແຫ່ງຊາດ 2026-2030 ເພື່ອສະເໜີສະພາແຫ່ງຊາດຮັບຮອງ ພາຍໃນປີ 2026, 4. ສືບຕໍ່ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດີຈີຕອນ ເປັນຕົ້ນຂະຫຍາຍໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄປຫາບັນດາຕາແສງ ແລະ ຂະຫຍາຍໄປຫາບ້ານທີ່ບໍ່ທັນມີສັນຍານ. ສືບຕໍ່ການຮ່ວມມື ໃນການພັດທະນາລະບົບປັນຍາປະດິດລາວ (LaoAI) ເພື່ອນຳໃຊ້ໃນທຸກຂະແໜງການລັດ ສືບຕໍ່ຄົ້ນຄວ້າສ້າງສູນຂໍ້ມູນປັນຍາປະດິດ. ສືບຕໍ່ສ້າງແຜນ ແລະ ພັດທະນາ ລະບົບລັດຖະບານດີຈີຕອນ ເປັນຕົ້ນ ລະບົບ e-Office G-Chat G-share ເຄືອຂ່າຍພາກລັດ (G-Net) ແລະ ຊຸກຍູ້ ໃຫ້ແຕ່ລະກະຊວງ ແຂວງ/ນະຄອນຫຼວງ ສ້າງຖານຂໍ້ມູນດີຈີຕອນ ຂອງຂະແໜງການຕົນ ແລະ ມີການເຊື່ອມໂຍງແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX), 5. ສືບຕໍ່ປັບປຸງ ແລະ ພັດທະນາ ລະບົບ LapNet ເພື່ອເຊື່ອມໂຍງລະບົບຂອງບັນດາທະນາຄານ ທັງພາຍໃນ ແລະ ປະເທດອ້ອມຂ້າງ. ຂະຫຍາຍການນໍາໃຊ້ ລະບົບລາຍເຊັນເອເລັກໂຕຣນິກ ເຂົ້າກັບລະບັບຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ຂອງກະຊວງການເງິນ, 6. ສືບຕໍ່ການປັບປຸງ ແລະ ຂະຫຍາຍ ລະບົບຖານຂໍ້ມູນການເງິນ (ລະບົບສ່ວຍສາອາກອນ ລະບົບພາສີ ລະບົບຄັງເງິນ) ແລະ ເຊື່ອມຕໍ່ກັບລະບົບຖານຂໍ້ມູນທີ່ດິນ ຖານຂໍ້ມູນພາຫະນະ ຖານຂໍ້ມູນແຮງງານ ເພື່ອໃຫ້ມີການເກັບຄ່າທຳນຽມ ຄ່າບໍລິການ ແລະ ອາກອນ ພາສີ ໄດ້ຢ່າງຖືກຕ້ອງ ຄົບຖ້ວນ, 7. ຍົກລະດັບວຽກງານຄວາມປອດໄພທາງໄຊເບີ ອາຊະຍາກຳທາງອອນລາຍ ການນຳໃຊ້ເຕັກໂນໂລຊີດີຈີຕອນ ໃນທາງທີ່ບໍ່ຖືກຕ້ອງ ບໍ່ສ້າງສັນ ບັນຫາຂ່າວປອມ ບັນຫາຂ່າວອະກຸສົນ ບັນຫາຫາສຽງບໍ່ດີຜ່ານສື່ສັງຄົມອອນລາຍ ພ້ອມທັງ ສືບຕໍ່ປັບປຸງ ແລະ ຂະຫຍາຍ ສູນຕ້ານການຫຼອກລວງທາງອອນລາຍ ສາຍດ່ວນ 1533, 8. ການພັດທະນາລະບົບຖານຂໍ້ມູນ ແລະ ແພລັດຟອມທັນສະໄໝຕ່າງໆ ໃຫ້ຄຳນຶງລະອຽດ ເພື່ອເຮັດແນວໃດ ໃຫ້ການຫັນເປັນດີຈີຕອນຂອງ ສປປ ລາວ ເກີດປະໂຫຍດສູງສຸດ ເຊື່ອມໂຍງຫາກັນໄດ້ ມີຄວາມປອດໄພ ແລະ ຍືນຍົງ.

ທ່ານປະທານ ໄດ້ໃຫ້ທິດຊີ້ນຳລວມໃນການກຳນົດແຜນການ ແລະ ບາງຕົວຊີ້ວັດຜົນສຳເລັດ ໃນໄລຍະ 5 ປີຕໍ່ໜ້າ ຊຶ່ງຕ້ອງໄດ້ຄຳນຶງເຖິງການຍົກລະດັບວຽກງານບໍລິຫານ, ບໍລິການຂອງພາກລັດ, ການຍົກລະດັບລະບົບການບໍລິການຂອງບັນດາວິສາຫະກິດ, ການຍົກລະດັບທັກສະຄວາມຮູ້ທາງດ້ານດີຈີຕອນຂອງພະນັກງານລັດ ປະຊາຊົນ ແລະ ສັງຄົມ ໃຫ້ມີຄວາມພ້ອມຮອບດ້ານ ໂດຍແບ່ງເປັນ 3 ໄລຍະ 2026-2027 ຊຶ່ງແມ່ນໄລຍະສ້າງພື້ນຖານຫັນເປັນດີຈີຕອນ ໃນທົ່ວຂະແໜງການ ໄລຍະ 2028-2029 ແມ່ນໄລຍະກາງ ຂອງຍົກລະດັບຄວາມແຂງແຮງຂອງການຫັນເປັນດີຈີຕອນ ໃນດ້ານຕ່າງໆ ໄລຍະ 2030 ແມ່ນໄລຍະມ້ວນທ້າຍ ທົບທວນຄືນຜົນສຳເລັດຂອງແຜນ 5 ປີ.

ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 27 ມັງກອນ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ໄປວາງພວງມາລາ ທີ່ ອະນຸສາວະລີນັກຮົບວິລະຊົນ ຫວຽດນາມ ແລະ ສຸສານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນງາມຄວາມດີຂອງ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.
ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ ສສຫວຽດນາມ.
ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 26 ມັງກອນ ນີ້ ທີ່ ທໍານຽບປະທານປະເທດຫວຽດນາມ,ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ຊຶ່ງການມາຢ້ຽມຢາມລັດຖະກິດ ສສຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຊຶ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.
ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ເພີ່ມເຕີມ