ກອງປະຊຸມສະຫຼຸບທ້າຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ (ໄລຍະ V) ທີ່ຈັດຕັ້ງປະຕິບັດໂດຍອົງການເກັບກູ້ລະເບີດແມັກ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ ນີ້, ໂດຍການເປັນປະທານຮ່ວມຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ, ມີທ່ານ ດວງສີ ທໍາມະວົງ ຮອງຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ມີຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດແມັກປະຈໍາແຂວງ ໄດ້ລາຍງານວ່າ: ໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການພັດທະນາແຫ່ງສະຫະຣາຊະອານາຈັກອັງກິດ ດ້ວຍງົບປະມານ 436.277 ໂດລາ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ເມສາ-ກັນຍາ 2023 ໂດຍໄດ້ດໍາເນີນການກວດກູ້ລະເບີດຢູ່ 6 ບ້ານເປົ້າໝາຍຂອງເມືອງຍົມມະລາດ ແລະ ເມືອງ ບົວລະພາ. ຜ່ານການຈັດຕັ້ງປະຕິບັດສາມາດກວດກູ້ລະເບີດອອກຈາກເນື້ອທີ່ດິນໄດ້ທັງໝົດ 467.855 ຕາແມັດ, ລະເບີດທີ່ພົບເຫັນ ແລະ ທໍາລາຍມີ 418 ໜ່ວຍ (ໂບມໃຫຍ່ 2 ໜ່ວຍ, ໂບມບີ 382 ໜ່ວຍ ແລະ ຊະນິດອື່ນໆ 34 ໜ່ວຍ).
ຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການສືບຕໍ່ໂຄງການໃນຕໍ່ໜ້າ, ເພື່ອສ້າງຄວາມເປັນເອກະພາບໃນການຮັບຮອງ ແລະ ຈັດຕັ້ງປະຕິບັດທັງເປັນບ່ອນອີງໃນການປັບປຸງວຽກງານດັ່ງກ່າວໃຫ້ດີຂຶ້ນເທື່ອລະກ້າວໃນອະນາຄົດ. ໃນພິທີໄດ້ມອບໃບຢັ້ງຢືນການກວດກູ້ລະເບີດອອກຈາກພື້ນທີ່ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ບັນດາຕາງໜ້າການຈັດຕັ້ງບ້ານທີ່ນອນໃນເປົ້າໝາຍຂອງໂຄງການຕື່ມອີກ.
ຂ່າວ-ພາບ: ມະນີວັນ

ຄໍາເຫັນ