ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ເຂົ້າຮ່ວມ ມີທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ/ທຽບເທົ່າ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານປະທານ-ຄະນະກຳມະການປົກຄອງແຂວງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າພະແນກບັນດາອົງການປົກຄອງທ້ອງຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຫົວໜ້າຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ສະເໜີຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຄຄອຊ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ສະເໜີຮ່າງການປັບປຸງດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄຄອຊ(ສະບັບເລກທີ 559/ຄຄອຊ, ລົງວັນທີ 31 ທັນວາ 2018), ຊຶິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວເຂົ້າໃນການຈັດ ຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ, ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງອິນເຕີເນັດ. ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ພວກເຮົາກໍເຫັນໄດ້ແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດໄປໃນທາງທີ່ບໍ່ດີ ຊຶ່ງ ຄຄອຊ ກໍໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ. ໄລຍະຜ່ານມາ ຄຄອຊ ສາມາດຈຳກັດແລະ ມີຜົນສຳເລັດໃນເບື້ອງຕົ້ນທີ່ສຳຄັນ ບໍ່ວ່າຈະເປັນຂົງເຂດລວມສູນການສື່ສານ, ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ, ການນຳໃຊ້ສັນຍານ-ການນຳໃຊ້ສາຍສົ່ງໂທລະຄົມມະນາຄົມ, ການສຸມໃສ່ຂຶ້ນທະບຽນເລກໝາຍໂທລະສັບ, ການປັບປຸງພື້ນຖານໂຄງລ່າງດິຈິຕອນ, ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດ້ານອື່ນໆ.
ພ້ອມນັ້ນ, ທ່ານ ຄົມສັນ ໄຊຍະສານ, ຫົວໜ້າກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຂຶ້ນລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງການຄຸ້ມຄອງຫາງສຽງບໍ່ດີໃນສັງຄົມ ໃນສື່ສັງຄົມອອນລາຍປະຈຳປີ 2025 ບັນຫາຄົງຄ້າງ, ສິ່ງທ້າທາຍຕ່າງໆ ແລະ ທິດທາງແຜນການປະຈຳປີ 2026.
ໂອກາດດັ່ງກ່າວ, ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າກອງເລຂາໜ່ວຍງານຕ້ານການຫຼອກລວງທາງອອນລາຍ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິ ບັດວຽກງານຂອງຄະນະຮັບຜິດຊອບທີ່ຂຶ້ນກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ. ໜ່ວຍງານດັ່ງກ່າວ ໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງເພື່ອຄົ້ນຄວ້າວິທີການ ແລະ ຊີ້ນຳໃຫ້ພາກສ່ວນຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບັນດາທະນາຄານທຸລະກິດ ແລະ ສື່ມວນຊົນສຳນັກຕ່າງໆ ເຜີຍ ແຜ່ຕໍ່ສັງຄົມເພື່ອເປັນການສ້າງຈິດສຳນຶກ ແລະ ສະຕິລະມັດລະວັງຕົວ, ເຮັດໃຫ້ປະຊາຊົນໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນສາມາດຫຼຸດຜ່ອນການຫຼົງເຊື່ອຕໍ່ຮູບແບບການຫຼອກລວງສໍ້ໂກງໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ຍັງໄດ້ຄົ້ນຄວ້າສ້າງສູນຕ້ານການຫຼອກລວງທາງອອນລາຍສາຍດ່ວນ 1533 ແລະ ໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການໃນວັນດຽວກັນ, ຊຶ່ງການເປີດດຳເນີນການຕົວຈິງແມ່ນຈະເລີ່ມຕົ້ນໃນວັນທີ 29 ທັນວາ 2025.
ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍພ້ອມທັງວິທີການແກ້ໄຂບັນຫາຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫຼວງ ແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນປະເທດມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
ໃນຕອນທ້າຍ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ໄດ້ມີຄໍາເຫັນຊີ້ນຳຕໍ່ກັບການສະຫຼຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາ ຄື: ການຄົ້ນຄວ້າປັບປຸງພາລະບົດບາດຂອງ ຄຄອຊ, ການປັບປຸງ ແລະ ສ້າງບັນດາຈຸດປະສານງານ ຄຄອຊ ຢູ່ແຕ່ລະກະຊວງ, ອົງການພັກ-ລັດ ແລະ ບັນດາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດຂັ້ນແຂວງ/ນະຄອນຫຼວງວຽງຈັນໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ. ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳທີ່ມີແລ້ວ, ນິຕິກໍາໃດຄວນໄດ້ປັບປຸງຄືນເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ໃນປັດຈຸບັນເປັນຕົ້ນແມ່ນ: ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ປັບປຸງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ສ້າງຍຸດທະສາດການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ສ້າງຍຸດທະສາດຄວາມປອດໄພໄຊເບີແຫ່ງຊາດ, ສ້າງຍຸດທະສາດການພັດທະນາພື້ນຖານໂຄງລ່າງດິຈິຕອນ, ສ້າງຍຸດທະສາດການພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄຸ້ມຄອງຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການໃນແຕ່ລະໄລຍະ. ເພີ່ມທະວີແລະ ປັບປຸງວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີໃນສັງຄົມໃຫ້ເຂັ້ມແຂງ ແລະ ມີປະສິດທິພາບກວ່າເກົ່າ, ເພີ່ມທະວີການຄຸ້ມຄອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເລັ່ງຈັດຕັ້ງປະຕິບັດການລົງທະບຽນເລກໝາຍໂທລະສັບໃຫ້ສໍາເລັດຕາມແຜນການແລະ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ. ຂະຫຍາຍລະບົບໂທລະຄົມມະນາຄົມແລະ ອິນເຕີເນັດໄປສູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການນໍາໃຊ້ອິນເຕີເນັດໄດ້. ໃນປີ 2026, ຄຄອຊ ຕ້ອງໄດ້ເລັ່ງແກ້ໄຂບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ອາຊະຍາກໍາ ແລະ ການຕົວະຍົວະຫຼອກລວງຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄໍເຊັນເຕີ, ຕິດຕາມກວດກາບັນດາສື່ ແລະ ເວັບໄຊ້ ລາມົກອານາຈານ, ບັນຫາເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດຜ່ານທາງອອນລາຍຕ່າງໆທີ່ຜິດກົດໝາຍ, ເພື່ອເຮັດໃຫ້ສະພາບແວດລ້ອມອິນເຕີເນັດຂອງ ສປປ ລາວ ພວກເຮົາມີຄວາມປອດໄພ. ທ່ານຍັງກ່າວຕື່ມໃນການຄົ້ນຄວ້າການຮ່ວມມືແລກປ່ຽນບົດຮຽນກັບປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃນພາກພື້ນແລະອົງການສາກົນຕ່າງໆ ໃນວຽກງານການພັດທະນາ ແລະ ການຄຸ້ມຄອງອິນເຕີເນັດ. (ຂ່າວ: ແສງຈັນ)
ຄໍາເຫັນ