ສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ

ສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ
ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ຂຶ້ນໃນວັນທີ 8 ມັງກອນ ນີ້ ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ, ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍຈົງຕົວ ຮອງປະທານ ສນຊ, ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບຸນ ຮອງປະທານ ສນຊ ບໍ່ປະຈໍາການຫົວໜ້າຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ທ່ານ ໄຊຍະມັງ ວົງສັກ ຫົວໜ້າຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ, ມີບັນດາທ່ານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ຜູ້ຕາງໜ້າຄະນະທີ່ປຶກສາ,ແລະ ບັນດາກົມ ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການສະຫຼຸບການເຄື່ອນໄຫວ ວຽກງານຂອງຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024 ໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ຄະນະທີ່ປຶກສາ ໄດ້ເຄື່ອນໄຫວວຽກງານຕາມທິດຊີ້ນຳ ຂອງຄະນະປະຈຳສູນກາງແນວລາວສ້າງຊາດ, ໄດ້ມີແບບແຜນວິທີເຮັດວຽກຢ່າງລະອຽດຈະແຈ້ງ, ເຮັດວຽກເປັນໝູ່ຄະນະ, ໄດ້ເຂົ້າຮ່ວມໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນການສັບຊ້ອນຊັ້ນຄົນ ໃນສັງຄົມລາວ, ພ້ອມດຽວກັນນັ້ນຄະນະທີ່ປຶກສາໄດ້ປະກອບສ່ວນທຶນຮອນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນລາວທີ່ປະສົບໄພທຳມະຊາດ ເປັນຂະບວນການຟົດຟື້ນອັນທີ່ພົ້ນເດັ່ນຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ລະດົມທຶນກໍ່ສ້າງຫໍພັກໃຫ້ແກ່ໂຮງຮຽນ ມ.ສ ເມືອງຊຶມ, ເມືອງແອດແຂວງຫົວພັນ ເປັນມູນຄ່າຫຼາຍຮ້ອຍກວ່າລ້ານກີບ. ນອກຈາກຊ່ວຍເຫຼືອສັງຄົມຜ່ານ ສນຊ ແລ້ວ, ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໂດຍຜ່ານ ກະຊວງ-ອົງການ ແລະ ທ້ອງຖິ່ນ ອັນທີ່ພົ້ນເດັ່ນ: ເຄນພະຢູ່ວັດໂພນໂຮງ ມູນຄ່າ 50 ລ້ານກີບ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ໄດ້ມອບອຸປະກອນການແພດໃຫ້ແກ່ສະພາແຂວງ ແລະ ພະແນກສາທາລະນະສຸກແຂວງ, ຜ່າຕັດແກ່ນຕາຂຸ້ນໃຫ້ປະຊາຊົນແຂວງສະຫວັນນະເຂດ ມູນຄ່າ 1 ຕື້ກວ່າກີບ, ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຊ່ວຍເຫຼືອສັງຄົມ ເປັນມູນຄ່າ 800 ກວ່າລ້ານກີບ, ນອກຈາກນັ້ນ ຍັງໄດ້ຮັບຟັງການກະກຽມຄວາມພ້ອມໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ. ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ.
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານຄະນະທີ່ປຶກສາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຍັງໄດ້ປະກອບສ່ວນປຸກລະດົມເຄື່ອງຊ່ວຍເຫຼືອທາງດ້ານວັດຖຸປັດໄຈຕ່າງໆໃຫ້ຜູ້ທີ່ທຸກຍາກຂາດເຂີນ, ຜູ້ທີ່ປະສົບໄພທຳມະຊາດ ຕະຫຼອດໄລຍະຜ່ານມາ; ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ມີການປະສານສົມທົບກັບຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ຊຶ່ງກົມຊັ້ນຄົນ-ການຈັດຕັ້ງສັງຄົມ ທີ່ເປັນກອງເລຂາ ກ່ຽວກັບການກະກຽມຄວາມພ້ອມໃນການສ້າງຕັ້ງສະຫະພັນຊາວກະສິກອນລາວໃຫ້ເປັນຮູບປະທໍາ. 
ຂ່າວ-ພາບ: ສຸວັນລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ