ສະຫຼຸບວຽກງານໄພພິບັດ ທີ່ເກີດຂຶ້ນໃນທ້າຍເດືອນກໍລະກົດ 2024 ຢູ່ເມືອງວຽງຄໍາ

ສະຫຼຸບວຽກງານໄພພິບັດ ທີ່ເກີດຂຶ້ນໃນທ້າຍເດືອນກໍລະກົດ 2024 ຢູ່ເມືອງວຽງຄໍາ

ສະຫຼຸບວຽກງານໄພພິບັດ ທີ່ເກີດຂຶ້ນໃນທ້າຍເດືອນກໍລະກົດ 2024 ຢູ່ເມືອງວຽງຄໍາ
ກອງປະຊຸມສະຫຼຸບວຽກງານຕອບໂຕ້ໄພພິບັດ (ນໍ້າຖ້ວມ) ທີ່ເກີດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ 2024 ຢູ່ເມືອງວຽງຄໍາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນ ໃນວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງ ທ່ານ ຄຳສິງ ສຸດທິດາ ຮັກສາການເຈົ້າເມືອງ, ທ່ານ ສົມບູນ ພົມມະປັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ; ຮັບຟັງບົດສະຫຼຸບຕີລາຄາການແກ້ໄຂບັນຫາໄພພິບັດນໍ້າຖ້ວມຢູ່ກຸ່ມເມືອງໝ້ວຍ ແລະ ກຸ່ມສົບເຮືອງ ທີ່ເກີດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ 2024 ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ໄພພິບັດທີເກີດຂຶ້ນໃນຄັ້ງນີ້ ໄດ້ສ້າງຜົນເສຍຫາຍຕໍ່ປະຊາຊົນ 13 ບ້ານ, ມີ 531 ຄອບຄົວ, ມີ 3 ພັນກວ່າຄົນ ຍິງ 1,400 ກວ່າຄົນ, ທີ່ຢູ່ອາໄສເສຍຫາຍ 249 ຄອບຄົວ, ເນື້ອທີ່ຜະລິດ 300 ກວ່າເຮັກຕ່າ, ສັດລ້ຽງ 4,000 ກວ່າໂຕ ແລະ ອື່ນໆ. ລວມມູນຄ່າເສຍຫາຍທັງໝົດ 72 ຕື້ກວ່າກີບ; ພ້ອມນັ້ນ ໄດ້ຮັບຟັງການລາຍງານ ກ່ຽວກັບການຊ່ວຍເຫຼືອ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຂອງຫຼາຍພາກສ່ວນໃນສັງຄົມ ເປັນຕົ້ນ ການຊ່ວຍເຫຼືອຈາກອົງການຈັດຕັ້ງພາກລັດ, ອົງການຊ່ວຍເຫຼືອສາກົນ, ບໍລິສັດເອກະຊົນ, ບຸກຄົນ, ນິຕິບຸກຄົນ, ອົງການພຸດທະສາສະໜາ ແລະ ພາກສ່ວນອື່ນໆ ລວມທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊ່ວຍເຫຼືອ ມີ 129 ພາກສ່ວນ ລວມເງິນສົດ 464 ລ້ານກວ່າກີບ, ເຂົ້າສານ 53 ໂຕນກວ່າ ມູນຄ່າ 989 ລ້ານກວ່າກີບ, ສັງກະສີ 2,240 ແຜ່ນ ມູນຄ່າ 83 ລ້ານກວ່າກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມເປັນມູນຄ່າ ມູນຄ່າ 6 ຕື້ 420 ລ້ານກວ່າກີບ. ສ່ວນທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຄົ້ນຄວ້ານະໂຍບາຍທີ່ສອດຄ່ອງກັບນິຕິກຳຂອງລັດຖະບານ ໃຫ້ຄອບຄົວທີ່ຖືກຜົນການທົບ ແລະ ທຸກຍາກ, ສືບຕໍ່ຄົ້ນຄວ້ານໍາສະເໜີພາກສ່ວນທີ່ກ່ຽວຂ້ອງ ສ້ອມແປງພື້ນຖານໂຄງລ່າງທີ່ຖືກຜົນກະທົບ ເປັນຕົ້ນ ເສັ້ນທາງຫຼວງແຫ່ງຊາດເລກທີ 1C ແຕ່ບ້ານດອນແກ້ວຫາບ້ານເມືອງໝ້ວຍ, ສ້ອມແປງລະບົບນໍ້າລິນ 12 ບ້ານ, ວິດຖ່າຍ 6 ບ້ານ, ຊົນລະປະທານ 4 ແຫ່ງ, ຄອງເໝືອງ 1,200 ກວ່າແມັດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ.

(ຂ່າວ: ບຸນທັນ ໄຊຍະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 12 ພຶດສະພາຜ່ານມານີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈຳປີ 2025 ດ້ວຍການຍ່າງມາລາທອນເພື່ອສຸຂະພາບ ແລະ ເສວະນາວັນດັ່ງກ່າວ ເພື່ອຍົກລະດັບຄວາມຮັບຮູ້ ຄວາມສະມາດໃນການນໍາໃຊ້ຖະໜົນຢ່າງປອດໄພ
ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບ ຮົມກ່ຽວກັບການນຳໃຊ້ສື່ແບບໃໝ່ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ຈາກຂະແໜງການຕ່າງໆ ອ້ອມຂ້າງ ນະຄອງຫຼວງວຽງຈັນ ທັງແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນຫວ່າງບໍ່ດົນມານີ້.
ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ໃນລະດູການຜະລິດເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ ຄາດຄະເນຜົນຜະລິດ 25,840 ໂຕນ. ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ ຄາດຄະເນຜົນຜະລິດ 53,056 ໂຕນ.
ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປີ 2024 ແລະ ສືບຕໍ່ຂະຂວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປີ 2025 ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ນວນຕາ ແກ້ວນະວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ.
ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ເມື່ອບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫຼວງພະບາງ.
3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

ຫ້ອງການ-ການເງິນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນທ້າຍປີ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ ໃນວັນທີ 7 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ.
ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ໃນວັນທີ 8 ພຶດສະພານີ້, ຂະແໜງທ່ອງທ່ຽວຂັ້ນແຂວງ, ເມືອງ ສົບທົບກັບ ຕຳຫຼວດທ່ອງທ່ຽວແຂວງຜົ້ງສາລີ ໄດ້ລົງຕິດຕາມກວດກາ, ຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ ຢູ່ເມືອງບຸນເໜືອ ເທສະບານແຂວງ ຊຶ່ງນຳພາໂດຍທ່ານ ບຸນຈັນ ແກ້ວຈີນດາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ເພີ່ມເຕີມ