ສະຫຼຸບວຽກງານແຜນການແລະການລົງທຶນປະຈຳປີ 2023 ແລະ ແຜນການປີ 2024

ສະຫຼຸບວຽກງານແຜນການແລະການລົງທຶນປະຈຳປີ 2023 ແລະ ແຜນການປີ 2024 <img src="http://tinyurl.com/fl4gg" height="1" width="1">
ກະຊວງແຜນການ ແລະ ການລົງທຶນ(ກຜທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານແຜນການແລະການລົງທຶນທົ່ວປະເທດ ປະຈຳປີ 2023 ແລະວາງທິດທາງແຜນການ 2024 ຂຶ້ນໃນວັນທີ 21 ທັນວານີ້ທີ່ ກຜທ ພາຍໃຕ້ການເປັນປະທານຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການແລະການລົງທຶນ, ມີບັນດາຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023ໄດ້ລົງເລິກສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ໂດຍສະຫຼຸບຕີລາຄາຈຸດດີ, ຜົນງານ, ຈຸດອ່ອນຂໍ້ຄົງຄ້າງທີ່ພົ້ນເດັ່ນທັງຍົກໃຫ້ເຫັນສາເຫດຕ່າງໆ; ບົດຮຽນຖອດຖອນໄດ້, ບົນພື້ນຖານນັ້ນເພື່ອກໍານົດທິດທາງແຜນການປະຈໍາປີ 2024; ນອກຈາກນີ້ໄດ້ຮັບຟັງການເຜີຍແຜ່ (ຮ່າງ) ດໍາລັດຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາປະຈຳປີ 2024 ແລະແຜນການແກ້ໄຂຜົນການກວດສອບແລະອື່ນໆອີກ.
ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ  ຫຼັງຈາກນັ້ນທ່ານ ຄຳເຈນ ວົງໂພສີ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານການນຳ ແລະ ພະນັກງານ ທົ່ວຂະແຫນງແຜນການແລະການລົງທຶນທີ່ໄດ້ພ້ອມກັນເອົາໃຈໃສ່ ສຸມສະຕິປັນຍາ ຂອງຕົນເຂົ້າໃນວຽກວິຊາສະເພາະ ທີ່ຮັບຜິດຊອບ ຊຶ່ງມີຜົນສຳເລັດໃນໄລຍະຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ໜ້າ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ຄື: ທິດທາງແຜນການ ປີ 2024ແມ່ນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນປີທີ່ຈະຕ້ອງໄດ້ມີການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX, ສະນັ້ນຈຶ່ງຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມຢ່າງໜັກແໜ້ນ ໃຫ້ມີການຫັນປ່ຽນເປັນຕົ້ນ:ວຽກງານສະໜອງຂໍ້ມູນສະຖິຕິດ້ານເສດຖະກິດ-ສັງຄົມ, ວຽກຄົ້ນຄວ້າວິໄຈການພັດທະນາ ແລະ ຝຶກອົບຮົມ, ວຽກແຜນການ, ວຽກການສົ່ງເສີມການລົງທຶນ,ວຽກການພັດທະນາເຂດເສດຖະກິດພິເສດ, ການຂົນຂວາຍດຶງດູດທຶນຮອນ ຈາກຕ່າງປະເທດ ແລະສາກົນ(ການຮ່ວມມືລາວ-ຫວຽດນາມ, ວຽກຮ່ວມມືລາວ-ຈີນ, ວຽກຮ່ວມມືສາກົນ), ວຽກປະເມີນຜົນ,ວຽກປັບປຸງກົງຈັກ ແລະ ວຽກພະນັກງານ.
ຂ່າວ-ພາບ: ພັດ ລໍວັນໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ