ສະມາຄົມເບ້ຍບໍານານ ແລະ ເສຍອົງຄະເມືອງຫົງສາ ຈັດກອງປະຊຸມໃຫຍ່ ຄັ້ງທີ IX

ສະມາຄົມເບ້ຍບໍານານ ແລະ ເສຍອົງຄະເມືອງຫົງສາ ຈັດກອງປະຊຸມໃຫຍ່ ຄັ້ງທີ IX
ສະມາຄົມເບ້ຍບໍານານ ແລະ ເສຍອົງຄະເມືອງຫົງສາ ແຂວງໄຊຍະບູລີ  ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນເມື່ອບໍ່ດົນມານີ້ທີ່ເມືອງຫົງສາ ພາຍໃຕ້ການເປັນປະທານຂອງ ທ່ານ ໜູແດງ ພະນົມໄຊ ປະທານສະມາຄົມເບ້ຍບໍານານ ແລະ ເສຍອົງຄະ ໂດຍມີ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ໜູແດງ ພະນົມໄຊ ໄດ້ຜ່ານຮ່າງບົດສະຫຼຸບວຽກງານໄລຍະ 3 ປີ (2020-2023) ແລະ ທິດທາງແຜນການ 3 ປີຕໍ່ໜ້າ (2024-2027) ຂອງສະມາຄົມເບ້ຍບໍານານ ແລະ ເສຍອົງຄະຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ, ພ້ອມນີ້ ໄດ້ຮັບຟັງການຜ່ານລະບຽບກອງທຶນສະມາຄົມເບ້ຍບໍານານ ແລະ ເສຍອົງຄະ (ສະບັບປັບປຸງ).
ຄະນະສະມາຄົມເບ້ຍບໍານານ ແລະ ເສຍອົງຄະ ປະກອບມີ 9 ທ່ານ ຍິງ 1 ທ່ານ, ມີສະມາຊິກທັງໝົດ 167 ທ່ານ ຍິງ 32 ທ່ານ, ໄດ້ຈັດຕັ້ງເປັນ 11 ໜ່ວຍຄຸ້ມຄອງ, ຕະຫຼອດໄລຍະ 3 ປີຜ່ານມາ ໄດ້ເຄື່ອນໄຫວນໍາພາຕາມແບບແຜນວິທີເຮັດວຽກຂອງຄະນະພັກ, ອົງການປົກຄອງທ້ອງຖິ່ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບໃນການຊີ້ນໍາໆພາ, ມີຄວາມສາມັກຄີພາຍໃນ,ພາຍນອກຢ່າງແໜ້ນແຟ້ນ, ປະຕິບັດການເກັບເງິນເຂົ້າກອງທຶນຕາມກົດລະບຽບຂອງສະມາຄົມເບ້ຍບໍານານ ແລະ ເສຍອົງຄະຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງຊຶ່ງປັດຈຸບັນມີເງິນຄັງທັງໝົດ ຈໍານວນ 46 ລ້ານກວ່າກີບ.
    ກອງປະຊຸມຄັ້ງນີ້ ໄດ້ປ່ອນບັດຄັດເລືອກເອົາຄະນະສະມາຄົມຊຸດໃໝ່ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງຈໍານວນ 12 ທ່ານຍິງ 2 ທ່ານ ແລະ ໄດ້ເປັນເອກະສັນກັນ ເລືອກເອົາ 9 ທ່ານ ຍິງ 2ທ່ານ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບກັນເລືອກເອົາ ທ່ານ ນາງ ດາວວິນ ລາດຊະກິດ ເປັນປະທານ (ຜູ້ໃໝ່), ເລືອກເອົາ ທ່ານ ຄໍາສຸກ ພັນລັກທໍາ, ທ່ານ ຄໍາດີ ພັນທຸລັກ ເປັນຮອງປະທານ ແລະ ເລືອກເອົາທ່ານ ບຸນທຽມ ສີເມືອງ, ທ່ານ ພອນຄໍາ ວົງພະແກ້ວ, ທ່ານ ນາງ ວຽງທອງ ປ້ອງຄໍາ, ທ່ານ ສົມບູນ ແສງທອງຄໍາ, ທ່ານ ແຕ່ງ ໃຈຫຼ້າ ແລະ ທ່ານ ປິວ ສີຈັນເພັງ ເປັນຄະນະ.
    ໃນຕອນທ້າຍພິທີ ທ່ານ ແຫຼ້ ອ່ອນສົມບູນ ໄດ້ມີຄໍາເຫັນ ແລະ ໂອ້ລົມ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ກັບສະມາຄົມເບ້ຍບໍານານ ແລະ ເສຍອົງຄະໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະຊຸດໃໝ່ ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ການປ່ຽນແປງໃໝ່ຂອງພັກ-ລັດ, ປັບປຸງສະມາຄົມໃຫ້ມີຄວາມເຂັ້ມແຂງ, ເຂົ້າຮ່ວມຂະບວນການຂອງບ້ານ-ເມືອງເປັນປົກກະຕິແລະ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ໃຫ້ມີຜົນງານອັນດີເດັ່ນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ກິດຕິສັກ ບົວໄລ 

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ4 ສະໄໝທີ XIV ໃນ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ ທີ່ຫ້ອງວ່າການເມືອງຊານໄຊໂດຍການເປັນປະທານຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງຄະນະກຳມະການພັກແຂວງເລຂາພັກເມືອງຊານໄຊ,ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແບບປົກກະຕິ ແລະ ອອນລາຍ ຂຶ້ນໃນວັນທີ 21 ກໍລະກົດນີ້ ທີ່ ສນຊ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລານຸເຖລະ, ມີບັນດາຮອງປະທານ ສນຊ (ປະຈຳການ ແລະ ບໍ່ປະຈຳການ), ມີບັນດາກຳມະການ ສນຊ, ກໍາມະການ ສນຊ ປະຈໍາຢູ່ນະຄອນຫຼວງ-ບັນດາແຂວງ, ພະນັກງານຫຼັກແຫຼ່ງຂອງບັນດາແຂວງ ໃນທົ່ວປະເທດ, ແຂກຖືກ ເຂົ້າຮ່ວມ.
ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ຄອນວ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ໃນວັນທີ 21 ກໍລະກົດນີ້ ທີ່ສໍານັກງານປົກຄອງ ນວ.
ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ໃນວັນທີ 17 ກໍລະກົດ ຜ່ານມາ, ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະພາປະຊົນ ແຂວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງທຸລະຄົມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ເລຂາພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄໝທີ VIII ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ທີ່ ເມືອງ​ແກ່ນ​ທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້​ເປີດ​ຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບພ.ຄລທ) ໄດ້ຈັດຕັ້ງພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ກໍລະກົດນີ້ ທີ່ ຄລທ.
ເພີ່ມເຕີມ