ງານວາງສະແດງໂຄສະນາ ແລະ ປ້າຍ

ສະມາຄົມປ້າຍລາວ ຮ່ວມງານວາງສະແດງໂຄສະນາ ແລະ ປ້າຍ

ສະມາຄົມປ້າຍລາວ ຮ່ວມງານວາງສະແດງໂຄສະນາ ແລະ ປ້າຍ
ໃນວັນທີ 7ພະຈິກຜ່ານມາ, ຄະນະບໍລິຫານ ພ້ອມດ້ວຍສະມາຊິກສະມາຄົມປ້າຍລາວ ໄດ້ເດີນທາງເຂົ້າຮ່ວມງານວາງສະແດງໂຄສະນາ ແລະ ປ້າຍ

 

ທີ່ເມືອງທອງທານີບາງກອກ ປະເທດໄທ ຕາມຄຳເຊີນຈາກຜູ້ຈັດງານວາງສະແດງ ຊຶ່ງນຳພາຄະນະຄັ້ງນີ້ໂດຍທ່ານສົມພົງ ໂພທິສານ ຮອງປະທານສະມາຄົມປ້າຍລາວ, ມີສະມາຊິກສະມາຄົມປ້າຍລາວ ທີ່ມາຈາກຫົວໜ່ວຍການຜະລິດປ້າຍທົ່ວປະເທດເຂົ້າຮ່ວມ.

ໃນພິທີດັ່ງກ່າວ,ພາຍຫຼັງຜູ້ຈັດງານໄດ້ກ່າວເປີດ ເຈົ້າພາບຍັງໄດ້ໃຫ້ກຽດເຊີນຕາງໜ້າຄະນະຜູ້ແທນສະມາຄົມປ້າຍລາວກ່າວມີຄຳເຫັນ ຊຶ່ງທ່ານສົມພົງໂພທິສານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ທາງເພື່ອນປ້າຍໄທ ຕ້ອນຮັບຢ່າງອົບອຸ່ນ ແລະ ແບ່ງປັນເຕັກນິກຄວາມຮູ້ຫຼາຍຢ່າງໃຫ້ແກ່ທາງຄະນະປ້າຍລາວອີກດ້ວຍ. ພ້ອມນັ້ນໄດ້ໄປຢ້ຽມຊົມຮ້ານວາງສະແດງ, ຢ້ຽມຊົມຖານການຜະລິດຈຳນວນໜຶ່ງອີກດ້ວຍ. ງານດັ່ງກ່າວດຳເນີນເປັນເວລາ 4 ວັນ.

ຂ່າວ: ສະມາຄົມປ້າຍລາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ

ຫຼາຍພາກສ່ວນມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ

ວັນທີ 21 ກໍລະກົດນີ້ ຢູ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການມອບເງິນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ. ໃນນີ້, ມີບໍລິສັດ ໄທຊ່ານ ມາຍນີ່ງ ຈໍາກັດ (TAISHAN MINING LTD) ຂຸດຄົ້ນແຮ່ທາດອັງຕີ່ມອນ ຢູ່ເມືອງໂພນທອງ ແລະ ເມືອງວຽງຄໍາ ມອບ 100 ລ້ານກີບ, ບໍລິສັດລາວ ເທບຈະເລີນ ປະກັນໄພ ຈໍາກັດ ມອບ 50 ລ້ານກີບ, ບໍລິສັດເອເຊຍ ຊັກຊິສ ໂຮນດິງ ບໍ່ແຮ່ ຫຼວງພະບາງ ຈໍາກັດຜູ້ດຽວ ມອບ 50 ລ້ານກີບ ແລະ ບໍລິສັດພັນທະມິດກໍ່ສ້າງ- ສ້ອມແປງຂົວທາງ ແຂວງຫຼວງພະບາງ ມອບ 200 ລ້ານກີບ. ລວມເງິນທີ່ມອບໃນຄັ້ງນີ້ ມີ 400 ລ້ານກີບ.
ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ໃນວັນທີ 21 ກໍລະກົດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຊົນນະບູລີ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງຈຳພອນ ແຂວງສະຫວັນນະເຂດ.
ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ.
ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ກອງປະຊຸຸມເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ຢູ່ພະແນກວັດທະນະທໍາແລະທ່ອງທ່ຽວແລະ ຫ້ອງການ 9 ຕົວເມືອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງວັດທະນະທໍາແລະທ່ອງທ່ຽວ. ເປັນປະທານໂດຍທ່ານ ໂດຍຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທໍາແລະທ່ອງທ່ຽວ ມີບັນດາຕາງໜ້າຕໍາຫຼວດການທ່ອງທ່ອງ, ຫ້ອງການ ວທ ຈາກ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20ກໍລະກົດ 2025) ໄດ້ໝູນວຽນມາອີກວາລະໜຶ່ງ,ທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າ, ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການເຕີບໃຫຍ່ຂອງ ສະຫະພັນແມ່ຍິງລາວເຮົາ ຊຶ່ງກ່ອນໜ້ານີ້ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນການປຸກລະດົມ ຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກົດປະຕິວັດ ແລະຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສໍາຄັນ ຂອງພັກ.
ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມື່ອບໍ່ດົນມານີ້, ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2025) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສົກປີ 2024-2025 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ຫົວໜ້າຄະນະຈັດຕັ້ງເມືອງທຸລະຄົມ, ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ເພີ່ມເຕີມ